(VOVWORLD) - ປີ 2016, ເມື່ອແຂວງ ເບັ້ນແຈ ເລີ່ມຕົ້ນໂຄງການຮ່ວມເດີນທາງກັບການ Startup ແລະ ພັດທະນາວິສາຫະກິດ, ເອື້ອຍ ໂງທິກຽວເຢືອງ, ເກີດປີ 1980, ຢູ່ ໄຕນິງ ໄດ້ເຂົ້າຮ່ວມປະຊາຄົມ Startup ແຂວງເບັ້ນແຈ ດ້ວຍບັນດາຜະລິດຕະພັນທຳອິດທີ່ເຮັດຈາກນ້ຳມັນໝາກພ້າວ. ມາຮອດປັດຈຸບັນ, ເອື້ອຍໄດ້ສ້າງເຄື່ອງໝາຍການຄ້າ ໝາກພ້າວ LABO ດ້ວຍຜະລິດຕະພັນບຳລຸງຜິວ, ຜົມ ແລະ ສຳລັບຄອບຄົວ
ນັບສິບຊະນິດ. ດ້ວຍບັນດາການປະກອບສ່ວນ ແລະ ຄວາມຕິດພັນກັບໝາກພ້າວ, ມີຫຼາຍຄົນເອີ້ນເອື້ອຍວ່າ “ໂກເຢຶ່ອ” (ສາວໝາກພ້າວ).
ເອື້ອຍ ໂງທິກຽວເຢືອງແມ່ນຜູ້ທີ່ມີຄວາມສຸດຈິດສຸດໃຈຕໍ່ການຜະລິດບັນດາຜະລິດຕະພັນຈາກໝາກພ້າວ |
ໃນເມື່ອກ່ອນ, ເອື້ອຍ ໂງທິກຽວເຟືອງ ແມ່ນປະລິນຍາໂທ ຂະແໜງເຕັກໂນໂລຢີຊີວະສາດ ແລະ ມີເວລາເຮັດວຽກຢູ່ສະຖາບັນຄົ້ນຄ້ວານ້ຳມັນ ແລະ ຕົ້ນໄມ້ມີນ້ຳມັນ ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ ເປັນເວລາຫຼາຍປີ. ເອື້ອຍເຄີຍເຂົ້າຮ່ວມ ແລະ ເປັນຫົວໜ້າຫຼາຍໂຄງການກ່ຽວກັບຕົ້ນໄມ້ປະເພດມີນ້ຳມັນ, ໃນນັ້ນພົ້ນເດັ່ນແມ່ນຕົ້ນໝາກພ້າວ. ປັດຈຸບັນ, ເອື້ອຍ ໂງທິກຽວເຢືອງ ແມ່ນຜູ້ອຳນວຍການບໍລິສັດຫຸ້ນສ່ວນເຄື່ອງສຳອາງ ໝາກພ້າວ ຝູລອງ ທີ່ມີສຳນັກງານຕັ້ງຢູ່ຕາແສງ ຝູລອງ, ເມືອງ ບິ່ງດ້າຍ, ແຂວງ ເບັ້ນແຈ. ສຳລັບເອື້ອຍ ການຕັດສິນໃຈອອກຈາກຫ້ອງທົດລອງເພື່ອກ້າວເຂົ້າສູ່ການຜະລິດ, ດຳເນີນທຸລະກິດແມ່ນບາດກ້າວທີ່ມີຄວາມສ່ຽງ ແຕ່ກໍ່ແມ່ນໂອກາດເພື່ອພັດທະນາພາລະກິດຂອງຕົນ.
ໃນເບື້ອງຕົ້ນ ເຮົາກໍ່ຮູ້ສຶກກັງວົນ. ເມື່ອຂໍລາອອກຈາກເປັນລັດຖະກອນ ແມ່ນບາດລ້ຽວໃຫຍ່ທີ່ສຸດເພື່ອໃຫ້ເຮົາອາດຈະເຕີບໃຫຍ່ກວ່າ. ໃນແນວຄວາມຄິດຂອງຂ້າພະເຈົ້າຄິດວ່າ ແນ່ນອນວ່າຕົນເອງຈະເຮັດໄດ້. ດ້ວຍຄວາມເຊື່ອໝັ້ນ ແລະ ຄວາມມັກຮັກອາຊີບ, ອາດສາມາດຜ່ານຜ່າທຸກສິ່ງທ້າທາຍໄດ້.
ໂດຍຮູ້ໄດ້ວ່າ ຫວຽດນາມ ມີທ່າໄດ້ປຽບໃນການປູກຕົ້ນໝາກພ້າວ, ຈາກໝາກພ້າວອາດຈະຜະລິດເປັນຫຼາຍຜະລິດຕະພັນ ທີ່ມີມູນຄ່າດ້ານເສດຖະກິດສູງ, ດັ່ງນັ້ນ, ຕາມເອື້ອຍ ແມ່ນຕ້ອງຍູ້ແຮງການຄົ້ນຄ້ວາ, ພັດທະນາຜະລິດຕະພັນຈາກຕົ້ນໝາກພ້າວ.
ໃນເມື່ອກ່ອນ, ປູ່ຍ່າຕາຍາຍຂອງເຮົາ ໄດ້ຮູ້ວິທີເສີມຄວາມງາມດ້ວຍນ້ຳມັນໝາກພ້າວ. ຢູ່ ຫວຽດນາມ ຍັງບໍ່ທັນເສີມຂະຫຍາຍໄດ້ບັນດາທ່າໄດ້ປຽບຂອງຕົ້ນໝາກພ້າວໃນຂະແໜງເຄື່ອງສຳອາງ. ຈາກນັ້ນ, ເຮົາຈຶ່ງໝູນໃຊ້ບັນດາການຄົ້ນຄ້ວາເພື່ອອາດສາມາດນຳເຂົ້າຜະລິດຕົວຈິງຮັບໃຊ້ຊີວິດການເປັນຢູ່ຂອງພໍ່ແມ່ຊາວກະສິກອນ. ຫວຽດນາມ ແມ່ນປະເທດກະສິກຳ ແລະ ພວກເຮົາບໍ່ສາມາດປະໃຫ້ຜະລິດຕະພັນກະເສດມີລາຄາຕ່ຳອີກ. ແທນທີ່ນັ້ນ, ຕ້ອງຂຸດຄົ້ນບັນດາມູນຄ່າເພີ່ມໃຫ້ແກ່ບັນດາຜະລິດຕະພັນກະເສດຂອງ ຫວຽດນາມ.
ໂດຍເຄີຍຄົ້ນຄ້ວາຫຼາຍໂຄງການກ່ຽວກັບໝາກພ້າວທີ່ມີຂອບຂະໜາດລະດັບຊາດ, ດັ່ງນັ້ນເມື່ອ Startup, ເອື້ອຍ ເຢືອງ ມີບົດຮຽນປະສົບການ, ມີຄວາມສະດວກກວ່າຫຼາຍເມື່ອທຽບໃສ່ກັບຜູ້ອື່ນໃນຂົງເຂດດຽວກັນ. ລະອຽດແມ່ນຜະລິດຕະພັນທຳອິດຂອງເອື້ອຍໄດ້ຮັບຖືວ່າປະສົບຜົນສຳເລັດພໍສົມຄວນນັ້ນແມ່ນ ນ້ຳມັນໝາກພ້າວໄລ່ ຍຸງ ທີ່ມີເຄື່ອງໝາຍການຄ້າ LOMOS. ຜະລິດຕະພັນໄດ້ເຮັດຈາກທຳມະຊາດ ໂດຍມີນ້ຳມັນໝາກພ້າວ, ປະສົມກັບຫົວສີໄຄ, ໝາກນາວ ແລະ ສະໝູນໄພຊະນິດຕ່າງໆ, ທັງໄລ່ຍຸງ, ທັງຮັບປະກັນຄວາມປອດໄພໃຫ້ແກ່ຜິວໜັງຂອງເດັກນ້ອຍ. ປັດຈຸບັນ, ເອື້ອຍກຳລັງຄົ້ນຄ້ວາ, ຜະລິດຜະລິດຕະພັນກວ່າ 10 ຊະນິດເພື່ອຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ ນັບແຕ່ເຄື່ອງສຳອາງຕະຫຼອດຮອດບັນດາຜະລິດຕະພັນເບິ່ງແຍງດູແລຄອບຄົວ. ຕາມເອື້ອຍ ເຢືອງ ແລ້ວ, ເຖິງວ່າການຜະລິດເຄື່ອງສຳອາງຈາກໝາກພ້າວບໍ່ແມ່ນຂົງເຂດໃໝ່ ແຕ່ດ້ວຍການປະກົດຕົວຂອງຫຼາຍບໍລິສັດໃຫຍ່ ແລະ ນ້ອຍ ໃນຂະແໜງເຄື່ອງສຳອາງທີ່ຜະລິດຈາກໝາກພ້າວນີ້, ການແກ້ງແຍ້ງກໍ່ປະສົບກັບຄວາມຫຍຸ້ງຍາກຫຼາຍ.
ໃນຕົວຈິງຈຸດເວລາປະສົບກັບຄວາມຫຍຸ້ງຍາກທີ່ສຸດແມ່ນຈຸດເວລານີ້. ໄປຄຽງຄູ່ກັບບັນຫາການເງິນມີຄວາມຈຳກັດແລ້ວ ຕະຫຼາດກໍ່ມີຫຼາຍຜະລິດຕະພັນທີ່ຄືກັນກັບຂອງເຮົາ, ບັນດາຜະລິດຕະພັນມີຕົ້ນກຳເນີດ ແລະ ບໍ່ມີຕົ້ນກຳເນີດ, ເຮົາຍາກທີ່ຈະແກ້ງແຍ້ງໄດ້ໃນຈຸດເວລານີ້. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມເຊື່ອໝັ້ນ ແລະ ຄວາມມັກຮັກຜະລິດຕະພັນກະເສດ ຫວຽດ, ດ້ວຍຕົ້ນໝາກພ້າວເຮົາຍັງມານະພະຍາຍາມເພື່ອອາດຈະມີບາດກ້າວທີ່ແຕກຕ່າງກັນ. ເຮົາອາດຈະປະສົບກັບສຳເລັດດ້ວຍຄວາມມານະພະຍາຍາມຂອງຕົນ.
ພິເສດ, ທາງບໍລິສັດຂອງເອື້ອຍໄດ້ນຳໃຊ້ເຕັກໂນໂລຢີໃໝ່ເຂົ້າໃນການຜະລິດ, ສ້າງຜະລິດຕະພັນໃໝ່ຈາກໝາກພ້າວທີ່ນຳມາເຊິ່ງຄຸນຄ່າ ແລະ ມີປະສິດທິຜົນໃຫ້ຜູ້ບໍລິໂພກ. ນັ້ນແມ່ນເຕັກໂນໂລຢີ NANO ຟີຊິກ. ຕາມເອື້ອຍແລ້ວ, ນີ້ແມ່ນເຕັກໂນໂລຢີໃໝ່ເປັນຄັ້ງທຳອິດທີ່ໄດ້ນຳໃຊ້ເຂົ້າໃນການຜະລິດຜະລິດຕະພັນໝາກພ້າວຢູ່ ຫວຽດນາມ ເຊິ່ງຈະຊ່ວຍໃຫ້ນ້ຳມັນໝາກພ້າວຊຶມເຂົ້າຜິວໜັງໄດ້ງ່າຍກ່ວາ. ເຕັກໂນໂລຢີ NANO ໄດ້ໝູນໃຊ້ໃນທັນທີ ແລະ ນຳໃຊ້ເຂົ້າທັງໝົດຜະລິດຕະພັນ 20 ຊະນິດທີ່ເຮັດຈາກໝາກພ້າວພ້ອມກັບຢາສະໝູນໄພທີ່ມີຜົນດີຕໍ່ສຸຂະພາບ. ຜະລິດຕະພັນຈຳນວນໜຶ່ງ ມີເຄື່ອງໝາຍການຄ້າ ໝາກພ້າວ LABO. ຜະລິດຕະພັນພວມໄດ້ຮັບການດຳເນີນທຸລະກິດໃນບັນດາລະບົບຮ້ານຂາຍຢາ, ລະບົບຮ້ານສັບພະສິນຄ້າ, ຮ້ານ Spa ພາຍໃນປະເທດ. ພິເສດ, ຜະລິດຕະພັນພວມໄດ້ຮັບການຂາຍຢູ່ລະບົບຕະຫຼາດເອເລັກໂຕນິກ ທັງຢູ່ພາຍໃນ ແລະ ຕ່າງປະເທດຄື: Shopee, Lazada, Tiki, Tiktok shop ຢູ່ ຫວຽດນາມ ແລະ ລາວ. ສາມີຂອງເອື້ອຍແບ່ງປັນວ່າ:
ພັນລະຍາຂອງຂ້າພະເຈົ້າມີຄວາມມົວເມົາຕໍ່ການຄົ້ນຄ້ວາ, ຊ່ວຍໃຫ້ປະຊາຊົນທ້ອງຖິ່ນຢູ່ແຂວງ ເບັ້ນແຈ ໄດ້ຮັບຜົນປະໂຫຍດ. ຈາກນັ້ນ, ຊາວກະສິກອນປູກໝາກພ້າວກໍ່ໄດ້ຍົກສູງມູນຄ່າຜະລິດຕະພັນທີ່ເຮັດຈາກໝາກພ້າວ.
ບັນດາການຄົ້ນຄ້ວາຂອງເອື້ອຍ ໂງທິກຽວເຢືອງ ທີ່ໝູນໃຊ້ເຂົ້າການຜະລິດໄດ້ນຳມາເຊິ່ງບັນດາຜະລິດຕະພັນບຳລຸງຜິວ, ຜົມ ແລະ ໃຫ້ສຳລັບຄອບຄົວທີ່ປອດໄພ, ດີທີ່ສຸດ ແລະ ເຮັດຈາກທຳມະຊາດ, ຈາກບັນດາຜະລິດຕະພັນສະອາດ ໃຫ້ຜູ້ບໍລິໂພກ. ເອື້ອຍພວມປະຕິບັດການຫັນຄວາມຝັນນຳຜະລິດຕະພັນຈາກໝາກພ້າວ ຫວຽດນາມ ບືນຕົວຂຶ້ນອອກສູ່ໂລກ ໃຫ້ປະກົດຜົນເປັນຈິງ.