ໂຮງ​ໝໍ​ເຄື່ອນທີ່ຢູ່​ທະ​ເລ: ຂົວ​ເຊື່ອມ​ຕໍ່​ດິນ​ຕໍ່​ແຜນ​ກັບ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ

(VOVWORLD) - ເມື່ອເຕືຶ້ອງເຖິງເຂດພິເສດເຈື່ອງຊາ, ພາບທີ່ປະກົດຂຶ້ນຢ່າງຈະແຈ້ງໃນຫົວຂອງພວກເຮົາອາດຈະແມ່ນ ບັນດານັກຮົບກອງທັບເຮືອ ພວມປົກປັກຮັກສາເຂດທະເລໝູ່ເກາະຢ່າງອົງອາດກ້າຫານ ຢູ່ບັນດາເກາະເຂດແນວໜ້າຂອງປະເທດຊາດ. ແລະເພື່ອເພີ່ມຄວາມໝັ້ນແກ່ນໃຫ້ແກ່ເຂດແນວໜ້າໃນການປົກປັກຮັກສາທະເລໝູ່ເກາະນັ້ນ, ບໍ່ອາດຂາດບັນດາຂົວເຊື່ອມຕໍ່ແຫ່ງຄວາມຮັກແພງ” ທີ່ເຊື່ອມຕໍ່ດິນຕໍ່ແຜ່ນກັບເຂດເກາະທີ່ຫ່າງໄກໄດ້. ນັ້ນແມ່ນບັນດາກຳປັ່ນຂອງກອງພົນນ້ອຍ 955, ທະຫານເຮືອເຂດ 4. ພົ້ນເດັ່ນຂຶ້ນໃນຈຳນວນນັ້ນແມ່ນກຳປັ່ນໂຮງໝໍ 561, ອາດເວົ້າໄດ້ວ່າ ນີ້ແມ່ນໂຮງໝໍເຄື່ອນທີ່ທີ່ມີພາລະກຳຄວບຄູ່, ທັງເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ, ທະຫານ, ຊາວປະມົງຢູ່ເຂດທະເລ, ທັງນຳສົ່ງຄະນະມາຢ້ຽມຢາມໝູ່ເກາະເຈື່ອງຊາອັນສັກກະລະບູຊາ.




ໂຮງ​ໝໍ​ເຄື່ອນທີ່ຢູ່​ທະ​ເລ: ຂົວ​ເຊື່ອມ​ຕໍ່​ດິນ​ຕໍ່​ແຜນ​ກັບ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ - ảnh 1ພະນັກງານຂອງກຳປັ່ນ 561 (ພາບ: ກຳປັ່ນ 561)

ກຳປັ່ນ 561 ທັງແມ່ນພາຫະນະຂົນສົ່ງ, ໂດຍສານ, ທັງແມ່ນບອນອີງດ້ານການແພດຢູ່ເຂດທະເລ. ດ້ວຍການອອກແບບທີ່ທັນສະໄໝ, ມີລວງຍາວເກືອບ 71 ແມັດ, ກວ້າງກວ່າ 13 ເມັດ ແລະ ນ້ຳໜັກກວ່າ 2.000 ໂຕນ, ເຂດສາທາລະນະສຸກຂອງກຳປັ່ນໄດ້ຮັບການຕິດຕັ້ງຢ່າງຄົບຖ້ວນພໍສົມຄວນດ້ວຍຕຽງນອນ 20 ຕຽງ, ບັນດາຫ້ອງຟື້ນຟື້ຊີບ, ວິໄຈ, ຊ່ອງເອໂກ, ຖ່າຍ X-quang… ທ່ານ ພັນໂທ ດວ່ານວັນຢວນ, ຮອງຫົວໜ້າຮັບຜິດຊອບການເມືອງກອງພົນນ້ອຍ 955 ແບ່ງປັນກ່ຽວກັບພາລະກຳຫຼັກແຫຼ່ງນີ້ວ່າ:

“ກຳປັ່ນ 561 ແມ່ນກຳປັ່ນໂຮງໝໍປະຕິບັດຫຼາຍໜ້າທີ່. ໃນນັ້ນມີໜ້າທີ່ນຳສົ່ງຄະນະ. ໃນຊຸມປີຜ່ານມາ, ກຳປັ່ນ 561 ກໍ່ປະຕິບັດໜ້າທີ່ກວດປິ່ນປົວພະຍາດໃຫ້ແກ່ທັງປະຊາຊົນ, ທະຫານຢູ່ເຂດໝູ່ເກາະ ເຈື່ອງຊາ ແລະສູນDK1. ນີ້ແມ່ນໜ້າທີ່ຈຸດສຸມຂອງປີ, ກໍ່ແມ່ນໜ້າທີ່ຂອງກຳປັ່ນ ແລະ ໜ້າທີ່ຂອງກອງພົນນ້ອຍ 955.”

ແຕ່ລະປີ, ກຳປັ່ນໄດ້ປະຕິບັດ 5 – 10 ຖ້ຽວ, ປິ່ນປົວສຸກເສີນໃຫ້ແກ່ຊາວປະມົງປະມານ 500 ຄົນ ແລະ ກວດປິ່ນປົວໃຫ້ແກ່ທະຫານ, ປະຊາຊົນກວ່າ 2.000 ເທື່ອຄົນ. ຍ້ອນເຫດນັ້ນ, ເຖິງວ່າຢູ່ຫ່າງຈາກຝັ່ງທະເລ ນັບຮ້ອຍໄມທະເລ, ແຕ່ທຸກຄົນຍັງໄດ້ຮັບການເບິ່ງແຍງດູແລສຸຂະພາບຢ່າງທັນການ. ພະນັກງານ, ນັກຮົບຢູ່ກຳປັ່ນຍາມໃດກໍ່ຖືປະຊາຊົນ, ທະຫານ, ຊາວປະມົງຄືດັ່ງຍາດຕິພີ່ນ້ອງ, ຜັນຄວາມຫຍຸ້ງຍາກກາຍເປັນກຳລັງໜູນປະຕິບັດສຳເລັດໜ້າທີ່ໃຫ້ເປັນຢ່າງດີ. ທ່ານ ຮ້ອຍເອກ ຫງວຽນຈຸງແທັ່ງ ຜູ້ຮັບຜິດຊອບການເມືອງກຳປັ່ນ ມີຄວາມເອກອ້າງທະນົງໃຈເລົ່າສູ່ຟັງວ່າ:

“ຈຸດພົ້ນເດັ່ນທີ່ສຸດຂອງກຳປັ່ນ 561 ໃນຊຸມປີຜ່ານມາ ນັ້ນແມ່ນການປະຕິບັດສຳເລັດບັນດາໜ້າທີ່ໂດຍລັດ, ກອງທັບ ແລະ ພິເສດແມ່ນເຫຼົ່າທັບກອງທັບເຮືອ ມອບໝາຍໃຫ້. ກຳປັ່ນປະຕິບັດສຳເລັດໜ້າທີ່ຮັບສົ່ງຄະນະ, ໜ້າທີ່ກວດປິ່ນປົວພະຍາດໃຫ້ແກ່ທະຫານ, ປະຊາຊົນທົ່ວໝູ່ເກາະ ເຈື່ອງຊາ, ໜ້າທີ່ແລກປ່ຽນພົນທະຫານປະຕິບັດໜ້າທີ່ ກໍ່ຄືໜ້າທີ່ສຳຫຼວດກວດກາວຽກງານການຕ່າງປະເທດຂອງ ກຳປັ່ນ 561”

ໂຮງ​ໝໍ​ເຄື່ອນທີ່ຢູ່​ທະ​ເລ: ຂົວ​ເຊື່ອມ​ຕໍ່​ດິນ​ຕໍ່​ແຜນ​ກັບ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ - ảnh 2ກຳປັ່ນຢູ່ທະເລ (ພາບ: ກຳປັ່ນ 561)

ດ້ວຍທິດນຳທີ່ວ່າ “ລອບຄອບຖີ່ຖ້ວນ, ເຄົາລົບ, ມີນ້ຳໃຈຄວາມຮັກແພງ”, ແຕ່ລະເທື່ອທີ່ມາເກາະ, ຄວາມປອດໄພຍາມໃດກໍ່ໄດ້ຕັ້ງຢູ່ແຖວໜ້າ. ມາຢ້ຽມຢາມເກາະ, ທ່ານໝໍ ນາງ ຫງວຽນເຕິນຈາງ ຮູ້ສຶກຕື້ນຕັນໃຈພາຍຫຼັງການຢ້ຽມຢາມຄັ້ງທຳອິດໃນຊີວິດ ດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍ:

“ໃນໃຈຂ້າພະເຈົ້າມີຄວາມຮູ້ສຶກຢ່າງແຮງກ້າ. ຜ່ານການຢ້ຽມຢາມ ແລະ ການໂອ້ລົມກັບບັນຫານັກຮົບ, ຂ້າພະເຈົ້າເຫັນວ່າ ບັນດາພະນັກງານ, ນັກຮົບຍາມໃດກໍ່ມີຄວາມຕັດສິນໃຈໃນການປະຕິບັດໜ້າທີ່. ແນ່ນອນວ່າ ບັນດາການຢ້ຽມຢາມຄັ້ງນີ້ກໍ່ຈະເພີ່ມພະລັງແຮງໃຫ້ແກ່ບັນດາສະຫາຍທີ່ພວມປະຕິບັດໜ້າທີ່ປົກປັກຮັກສາເຂດທະເລໝູ່ເກາະຂອງປະເທດຊາດ”

ໂຮງ​ໝໍ​ເຄື່ອນທີ່ຢູ່​ທະ​ເລ: ຂົວ​ເຊື່ອມ​ຕໍ່​ດິນ​ຕໍ່​ແຜນ​ກັບ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ - ảnh 3ການປິ່ນປົວພະຍາດໃຫ້ນັກຮົບ (ພາບ: ກຳປັ່ນ 561)

ໃນຈຳນວນບັນດາແບບຢ່າງທີ່ສຸດຈິດສຸດຂອງກຳປັ່ນ, ອາດສາມາດເວົ້າເຖິງ ທ່ານ ພັນຕີ ວິຊາຊີບ ຫງວຽນວັນທ້ຳ, ຫົວໜ້າກົນຈັກ, ທ່ານ ພັນຕີ ວິຊາຊີບ ຫງວຽນເດົາເຈື່ອງ, ພະນັກງານສັນຍານ, ທ່ານ ພັນໂທ ວິຊາຊີບ ເຈິ່ນແທັງງອກ ນາຍໝໍຂອງກຳປັ່ນ… ເມື່ອໂອ້ລົມກັບນາຍທະຫານໜຸ່ມ ບຸຍແທັງຕວັນ ມີອາຍຸ 26 ປີ, ຂະແໜງກົນຈັກກຳປັ່ນ, ຜູ້ທີ່ພວມສືບທອດມູນເຊື້ອຂອງຄອບຄົວກອງທັບເຮືອ.

ທັງພໍ່ແລະ ແມ່ຂອງ ຕວັນ ລ້ວນແຕ່ເປັນທະຫານເຮືອ, ສຳລລັບຜູ້ເປັນພໍ່, ລຸງ ບຸຍວິງຖຸຍ ໄດ້ເຮັດວຽກຢູ່ກຳປັ່ນ 571 ມາເປັນເວລາກ່ວາ 30 ປີ ແລະ ກຳປັ່ນຮັບໃຊ້ກຳປັ່ນດຳນ້ຳ, ຕວັນ ໄດ້ຮັບການລ້ຽງດູດ້ວຍພື້ນຖານແນວຄິດກອງທັບເຮືອ ແຕ່ຕອນຍັງນ້ອຍ. ພາຍຫຼັງຮຽນຈົບວິທະຍາຄານກອງທັບເຮືອຢູ່ ຍາຈາງ, ເພິ່ນໄດ້ຈັດສົ່ງໄປປະຕິບັດງານຢູ່ ກອງພົນນ້ອຍ 955 ແລະ ນັບແຕ່ເດືອນທັນວາ ປີກາຍນີ້, ມາເຮັດວຽກທາງການຢູ່ກຳປັ່ນ 561, ເຮັດວຽກຢູ່ຂະແໜງ 5 ໂດຍໄດ້ຮັບຖືວ່າແມ່ນຫົວໃຈຂອງກຳປັ່ນ. ບຸຍແອັງຕວັນ ແບ່ງປັນຄວາມເອກອ້າງທະນົງໃຈວ່າ:

“ເຮັດວຽກຢູ່ສະຖານທີ່ພິເສດນີ້, ແນ່ນອນວ່າ ສ່ວນຫຼາຍຜູ້ໃດກໍ່ຮູ້ສຶກເອກອ້າງທະນົງໃຈ. ນ້ອງຈະສືບຕໍ່ຮັບໃຊ້ຢູ່ກອງທັບໃນເວລາດົນນານທີ່ສຸດ. ພໍ່ຂອງນ້ອງເປັນທະຫານກວ່າ 30 ປີແລ້ວ. ດັ່ງນັ້ນ, ນ້ອງຢາກເຮັດວຽກຄືກັບພໍ່. ມານະພະຍາຍາມອຸທິດສ່ວນ.”

ໂຮງ​ໝໍ​ເຄື່ອນທີ່ຢູ່​ທະ​ເລ: ຂົວ​ເຊື່ອມ​ຕໍ່​ດິນ​ຕໍ່​ແຜນ​ກັບ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ - ảnh 4ອົງຄະນະພັກຂອງກຳປັ່ນ (ພາບ: ກຳປັ່ນ 561)

ຢູ່ທ່າມກາງເຂດທະເລທີ່ກວ້າງໃຫຍ່, ບັນດາພະນັກງານ, ນັກຮົບຂອງກຳປັ່ນໂຮງໝໍ 651 ມີນ້ຳໃຈຄວາມຮັກແພງ ແລະ ຈິດໃຈອັນໝັ້ນແກ່ນ. ເຂົາເຈົ້າແມ່ນກຳລັງໜູນຊ່ວຍຊາວປະມົງອຸ່ນອ່ຽງໃຈອອກສູ່ທະເລ, ຊ່ວຍບັນດານັກຮົບກຳປືນແໜ້ນ, ປະກອບສ່ວນປົກປັກຮັກສາອະທິປະໄຕອັນສັກກະລະບູຊາ. ໂດຍຜ່ານແຕ່ລະຖ້ຽວ, ທະເລໝູ່ເກາະຍາມໃດກໍ່ແມ່ນເລືອດເນື້ອສ່ວນໜຶ່ງ, ຊຸກຍູ້ທະຫານລຸ້ນຕ່າງໆ ສືບຕໍ່ແງ່ຫວັງບືນຕົວຂຶ້ນ, ເພື່ອ ຫວຽດນາມ ທີ່ໝັ້ນຄົງເຂັ້ມແຂງຢູ່ທະເລສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ