(vovworld) - ໃນ 5 ປີມໍ່ໆມານີ້, ລະບົບການລ້ຽງກຸ້ງ - ປູກເຂົ້າໄດ້ປະສົມກັບການ ພັດທະນາຢ່າງແຮງຢູ່ຫຼາຍແຂວງແຄມທະເລເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ຈາກເນື້ອທີ່ດິນນັບ 2 – 3 ໝື່ນເຮັກຕາ ໃນປີ 2005 ໄດ້ເພື່ອຂຶ້ນເຖິງປະມານ 160.000 ເຮັກຕາ ໃນປີ 2011, ອາດຈະບັນລຸ 180.000 ເຮັກຕາໃນປີ 2015 ແລະ 200.000 ເຮັກຕາ ໃນປີ 2020. ຢູ່ຫຼາຍທ້ອງຖິ່ນຂອງ ຫວຽດນາມ ໄດ້ມີຮູບແບບການລ້ຽງກຸງ - ປູກເຂົ້າຢ່າງມີປະສິດທິຜົນ ແລະ ມີລັກສະນະຍືນຍົງສູງ. ນັກຂ່າວແທກຮົ່ງ ມີບົດຂຽນ: ການລ້ຽງກຸງ - ປູກເຂົ້າ: ຮູບແບບຜະລິດມີປະສິດທິຜົນ ແລະ ຍືນຍົງ.
ພາບປະກອບ
ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ ຫວຽດນາມ ແມ່ນເຂດມີເງື່ອນໄຂເອື້ອອຳນວຍຄວາມສະດວກເພື່ອພັດທະນາລະບົບລ້ຽງກຸງ - ປູກເຂົ້າ. ລະບົບການລ້ຽງ ແລະ ປູກນີ້ທັງມີຜົນກະທົບສິ່ງແວດລ້ອມທີ່ດີກ່ວາເມື່ອທຽບໃສ່ບັນດາລະບົບປູກພືດສະເພາະແນວພັນດຽວຍ້ອນນຳໃຊ້ມາດຕະການ “ຄ້ມຄອງສັງລວມ” ຢ່າງສະດວກສະບາຍ, ທັງຫລຸດຜ່ອນຄວາມຕ້ອງການນຳໃຊ້ຢາເຄມີໃນການຜະລິດເຂົ້າ, ສົ່ງຜົນເສຍຫາຍຢ່າງໜ້ອຍເຖິງສິ່ງແວດລ້ອມທຳມະຊາດ, ເໝາະສົມກັບບັນດາຄວາມຮຽກຮ້ອງຕ້ອງການໃນບັນດາຂັ້ນຕອນການຜະລິດກະສິກຳໃຫ້ດີ (GAP). ຮູບແບບນີ້ສາມາດຜະລິດອອກໄດ້ຜະລິດຕະພັນຫຼາຍຊະນິດ - ນອກຈາກຜະລິດຕະພັນຕົ້ນຕໍແມ່ນເຂົ້າສານ ແລະ ກຸ້ງແລ້ວ ຍັງສາມາດນຳໃຊ້ແຫຼ່ງກຳລັງເພື່ອທຳການລ້ຽງ ແລະ ປູກປະສົມກັບແນວພັນອື່ນໆອີກ. ດັ່ງນັ້ນ, ຮູບແບບນີ້ມີຄວາມຍືນຍົງກ່ວາກ່ຽວກັບດ້ານເສດຖະກິດ ແລະ ປະສິດທິຜົນແຫ່ງການລົງທຶນ, ເປັນປົກກະຕິ ແລະ ເພີ່ມລາຍຮັບໃຫ້ແກ່ບັນດາຜູ້ຜະລິດຕໍ່ໜ້າບັນດາຜົນສະທ້ອນທີ່ບໍ່ດີ ເມື່ອມີການເໜັງຕິງດ້ານລາຄາ, ການຕະຫຼາດ. ນອກຈາກນັ້ນ, ຮູບແບບການລ້ຽງກຸງ - ປູກເຂົ້າ ຍັງນຳມາເຊິ່ງຜົນກຳໄລລະດັບປານກາງສູງກ່ວາແຕ່ 15 – 30% ເມື່ອທຽບໃສ່ຮູບແບບການປູກສະເພາະແຕ່ເຂົ້າ ຫລື ລ້ຽງກຸ້ງເທົ່ານັ້ນ. ທ່ານ ເຮີ່ຍວັນທຸ, ຊາວກະສິກອນປະຕິບັດຮູບແບບລ້າງກຸງ - ປູກເຂົ້າຢູ່ຕາແສງ ຟອງເຕີນ, ເທດສະບານ ຢ໋າຣາຍ, ແຂວງ ບາກລຽວ, ໃຫ້ຮູ້ວ່າ:
“ແຕ່ 5 ປີມານີ້, ຄວາມກົມກ່ຽວລະຫວ່າງເຂດນ້ຳເຄັມ ແລະ ເຂດນ້ຳຈືດຢູ່ທ້ອງຖິ່ນຂອງຂ້າພະເຈົ້າບໍ່ເປັນປົກກະຕິ, ສະພາບນ້ຳເຄັມຊຶມແມ່ນຫຼາຍຢູ່, ຈາກບ່ອນນັ້ນ ການປູກເຂົ້າກໍ່ປະສົບຄວາມຫຍຸ້ງຍາກ, ຍ້ອນນ້ຳເຄັມເພີ່ມຂຶ້ນ. ດັ່ງນັ້ນ, ຮູບແບບການລ້ຽງກຸ້ງ - ປູກເຂົ້າໄດ້ຮັບການນຳໃຊ້ ແລະ ນຳມາເຊິ່ງປະສິດທິຜົນເສດຖະກິດສູງກ່ວາ.”
ຮູບແບບການປູກເຂົ້າໃນເນື່ອທີ່ລ້ຽງກຸ້ງແມ່ນວິທີກຳຈັດນ້ຳເຄັມທີ່ດີໃນຍາມລະດູຝົນ, ສະກັດກັ້ນສະພາບນ້ຳເຄັມຊຶມເລິກ ແລະ ແກ່ຍາວເວລານຳໃຊ້ທີ່ດິນ. ປະຈຸບັນ, ບັນດາແຂວງມີເນື້ອທີລ້ຽງກຸ້ງ - ປູກເຂົ້າທີ່ກ້ວາງໃຫຍ່ຄື ກາເມົາ, ບາກລຽວ… ໄດ້ມີແຜນຜັງ, ການກຳນົດທິດ ແລະ ໂຄງການພັດທະນາຮອດປີ 2015 – 2020, ພ້ອມທັງມີບັນດາມາດຕະການແກ້ໄຂເພື່ອພັດທະນາລະບົບນີ້ແບບຍືນຍົງ. ສະເພາະແຂວງ ຊອກຈັງ, ໂດຍເສີມຂະຫຍາຍທ່າແຮງປຽບທຽບກ່ຽວກັບທຳມະຊາດ, ເຕັກນິກ ແລະ ພິເສດແມ່ນເຂົ້າຫອມ, ແຊບ ທີ່ໄດ້ຮັບຄວາມນິຍົມຈາກຕະຫຼາດ, ແຂວງໄດ້ວາງແຜນຜັງພັດທະນາເຂດປູກເຂົ້າໃນເນື້ອທີ່ລ້ຽງກຸ້ງທີ່ໄດ້ຮັບໃບຢັ້ງຢືນ Global G.A.P ກັບເຄື່ອງໝາຍເຂົ້າ ງອກດົ່ງ. ສ່ວນແຂວງ ຈ່າວີງ, ທັດສະນະເຂດລ້ຽງກຸງ - ປູກເຂົ້າພັດທະນາແຮງໃນເຂດດອນ ລອງຮ່ວາ (ເມືອງ ເຈົາແທ່ງ) ບົນແມ່ນ້ຳ ຕ່ຽນ, ກໍ່ໄດ້ສ້າງເຂດລ້ຽງ ແລະ ປູກ ໄດ້ຮັບໃບຢັ້ງຢືນເຂົ້າສານຄຸນນະພາບ ແຕ່ຫຼາຍປີມານີ້. ທ່ານ ປ.ອ ເຈີ່ນວັນເຂີຍ, ຜູ້ອຳນວຍການສູນສົ່ງເສີມກະສິກຳແຫ່ງຊາດ ໃຫ້ຮູ້ວ່າ, ຮູບແບບການລ້ຽງກຸງ - ປູກເຂົ້າ ແມ່ນລະບົບພິເສດສະເພາະຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ມີຫຼາຍທ່າແຮງເພື່ອພັດທະນາເປັນປົກກະຕິ, ຍືນຍົງດ້ວຍບັນດາຜະລິດຕະພັນກຸ້ງ - ເຂົ້າມີຄຸນນະພາບສູງ, ສາມາດຕອບສະໜອງໄດ້ຫຼາຍມາດຖານເຂັ້ມງວດເພື່ອສ້າງສິນຄ້າມີຄຸນນະພາບສູງ, ມີມູນຄ່າສູງ, ມີປະສິດທິຜົນເສດຖະກິດສູງ ແລະ ຫຼາຍກາລະໂອກາດກໍ່ສ້າງ ແລະ ຢັ້ງຢືນເຄື່ອງໝາຍການຄ້າ:
“ບັນດາທ້ອງຖິ່ນກໍ່ກຳນົດທິດວາງແຜນຜັງຕາມແຜນຜັງ ທີ່ລັດຖະບານ ແລະ ກະຊວງກະສິກຳ ແລະ ພັດທະນາຊົນນະບົດກຳນົດທິດສຳລັບແຕ່ລະແຂວງລະອຽດພໍ່ສົມຄວນ. ໂດຍອີງໃສ່ເງື່ອນໄຂຄືແນວນັ້ນ, ແຂວງວາງແຜນຜັງບັນດາເຂດນັ້ນ ແລະ ຊີ້ນຳຊາວກະສິກອນຜະລິດລວມຕາມການກຳນົດທິດຄືແນວນັ້ນ. ທີສອງແມ່ນ ດ້ວຍບັນດາແຫຼ່ງກຳລັງຂອງຕົນນັບແຕ່ການສົ່ງເສີມກະສິກຳ, ນັບທັງສູນກາງ ແລະ ທ້ອງຖິ່ນ, ສຸມໃສ່ການຖ່າຍທອດຄວາມກ້າວໜ້າດ້ານເຕັກນິກ, ພິເສດແມ່ນການຝຶກອົບຮົມຍົກສູງຄວາມສາມາດໃນການຜະລິດໃຫ້ແກ່ພໍ່ແມ່ປະຊາຊົນ, ເພື່ອໃຫ້ຮູບແບບມີປະສິດທິຜົນ ຕ້ອງພັດທະນາແບບຍືນຍົງອີກ, ປັດໄຈຍືນຍົງແມ່ນສຳຄັນທ່ີສຸດ. ທີສາມ ແມ່ນການເທື່ອລະກ້າວກຳນົດທິດເພື່ອໃຫ້ພວກເຮົາສ້າງເຄື່ອນໝາຍການຄ້າຜະລິດຕະພັນ.”
ຮູບແບບການລ້ຽງກຸ້ງ - ປູກເຂົ້າແມ່ນລະບົບທີ່ເປັນເອກະລັກສະເພາະຂອງເຂດແຄມທະເລພາກໃຕ້ ແລະ ມີຫຼາຍທ່າແຮງເພື່ອພັດທະນາເປັນປົກກະຕິ. ຄວາມສາມາດບົ່ມຊ້ອນເປີດກ້ວາງຮູບແບບລ້ຽງກຸງ - ປູກເຂົ້າ ຢູ່ເຂດນີ້ຍັງໃຫຍ່ຫຼວງ, ຂອບຂະໜາດການຜະລິດສາມາດບັນລຸເຖິງ 200.000 ເຮັກຕາ, ປະກອບສ່ວນແຕ່ລະປີປະລິມານເຂົ້າສານປະມານ 800.000 ໂຕນ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ມີແຜນການພັດທະນາຊົນລະປະທານຮັບໃຊ້ໃຫ້ເຂດລ້ຽງກຸ້ງ - ເຂົ້າ, ເພື່ອແນໃສ່ສ້າງຜະລິດຕະພັນກຸ້ງ, ເຂົ້າມີຄຸນນະພາບສູງ. ຜ່ານນັ້ນ, ສ້າງຮູບແບບການລ້ຽງກຸ້ງ - ປູກເຂົ້າ ໃຫ້ມີບາດກ້າວພັດທະນາໃນໂຄງປະກອບເສດຖະກິດກະສິກຳຢູ່ເຂດແຄມທະເລທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.