ອາ​ຊີບ​ສານແຜ່ນ​ເມ​ໂບ​ຢູ່​ແຂວງ ດົງ​ທາບ

(VOVWORLD) - ສານແຜ່ນເມໂບແມ່ນອາຊີບເປັນມູນເຊື້ອທີ່ມີມາແຕ່ດົນນານຂອງ ປຊຊ ຕາແສງ ໝີ້ຈ່າ, ນະຄອນ ກາວແລັ້ງ, ແຂວງ ດົງທາບ. ຜ່ານການເວລາ, ອາຊີບນີ້ເກືອບຄືວ່າຖືກສູນຫາຍໄປແລ້ວ ແຕ່ໃນໄລຍະມໍ່ໆມານີ້ ໄດ້ກັບຄືນພັດທະນາຄືນໃໝ່. ປຊຊ ຜູ້ທີ່ຍັງຕິດພັນກັບອາຊີບສານແຜ່ນເມໂບ ໃຜໆກໍ່ມີຄວາມພາກພູມໃຈ ຍ້ອນຊີວິດໄດ້ຮັບການປົວແປງ, ມີຄວາມໝັ້ນຄົງ.
ອາ​ຊີບ​ສານແຜ່ນ​ເມ​ໂບ​ຢູ່​ແຂວງ ດົງ​ທາບ - ảnh 1

(ພາບ: vovgiaothong.vn)

   ແຜ່ນເມໂບແມ່ນຜະລິດຕະພັນເຮັດດ້ວຍມືຈາກໄມ້ໄຜ່, ໄມ້ຊອດ, ໄມ້ເຮັ້ຍ. ນາຍຊ່າງຈະຕັດເປັນເສັ້ນຍາວ ແລະ ສານເປັນແຜ່ນໃຫ່ຍດ້ວຍຂອບຂະໜາດໄດ້ກຳນົດໄວ້. ສຳລັບ ປຊຊ ເຂດຕາເວັນຕົກທາງພາກໃຕ້ ຫວຽດນາມ, ແຜ່ນເມໂບແມ່ນຜະລິດຕະພັນທີ່ເລິ້ງເຄີຍທີ່ສຸດ ໄດ້ໃຊ້ເປັນກວຍເຂົ້າ, ຝາບ້ານ, ໃຊ້ປູພື້ນກຳປັ່ນ, ບັກ ຫຼືຂາຍສົ່ງໄປ ກຳປູເຈຍເພື່ອໃຫ້ ປຊຊ ບັຈຸເຂົ້າເປືອກ, ໃຊ້ຕາກໝາກໄມ້, ແພໃຫ້ແຫ້ງ.

     ໝູ່ບ້ານອາຊີບສານແຜ່ນເມໂບ ໝີ້ຈ່າ ໄດ້ສ້າງຕັ້ງຂຶ້ນກ່ອນນີ້ກ່ວາ 100 ປີ. ເມື່ອມາຢ້ຽມຢາມຕາແສງ ໝີ້ຈ່າ ແລະ ບ້ານ ໝີ້ທ້ວນ, ຕາແສງ ໝີ້ຝູ, ບັນຍາກາດອອກແຮງງານທຳການຜະລິດຂອງ ປຊຊ ແມ່ນມີຄວາມຄຶກຄຶ້ນທີ່ສຸດ. ສະເລັ່ຍແຕ່ລະມື້, ຜູ້ 1 ສາມາດສານແຜ່ນເມໂບໄດ້ແຕ່ 8-10 ແຜ່ນທີ່ໃຫ່ຍນ້ອຍແຕກຕ່າງກັນ, ຄ່າແຮງງານແມ່ນແຕ່ 10.000-15.000 ດົ່ງ/ແຜ່ນ. ຍ້ອນວຽກງານນີ້, ຜູ້ທີ່ມີອາຍຸສູງກໍ່ສາມາດຫາເງິນ, ເພິ່ມລາຍຮັບຕື່ມອີກໄດ້:

      ຂ້າພະເຈົ້າອາຍສູງແລ້ວ, ບໍ່ມີໃຜຈ້າງໄປເຮັດວຽກ, ເຮັດອາຊີບສານແຜ່ນເມໂບນີ້ກໍ່ງ່າຍ, ຍ້ອນເຮັດວຽກໜັກກໍບໍ່ສາມາດເຮັດໄດ້.

    ເຂົາເຈົ້າບໍ່ຈ້າງໄປເຮັດວຽກ, ເຮັດວຽກຢູ່ບໍລິສັດກໍ່ບໍ່ໄດ້. ມື້ໃດຫວ່າງ, ສຸຂະພາບແຂງແຮງເຮັດວຽກງານນີ້ກໍ່ໄດ້.

ອາ​ຊີບ​ສານແຜ່ນ​ເມ​ໂບ​ຢູ່​ແຂວງ ດົງ​ທາບ - ảnh 2

(ພາບ: ແຮງງານ)

    ທ່ານ ຫງວຽນວັນເມີ, ຢູ່ຕາແສງ ໝີ້ຈ່າ, ອາຍຸເກືອບ 80 ປີແຕ່ກໍ່ມີເວລາ 70 ປີສານແຜ່ນເມໂບແລ້ວ. ທ່ານມີລູກ 8 ຄົນ, ໃນນັ້ນ 7 ຄົນ ໄດ້ເຮັດອາຊີບສານແຜ່ນເມໂບ. ເຖິງວ່າ, ຕາມການເວລາ, ບາງເທື່ອອາຊີບນີ້ກໍ່ຖືກສູນຫາຍໄປ ແຕ່ຄອບຄົວທ່ານຍັງຮັກສາອາຊີບນີ້ຈົນມາຮອດຮອດປະຈຸບັນ:

   ຢູ່ນີ້, ຫຼາຍຄົນກໍ່ເຮັດອາຊີບສານແຜ່ນເມໂບຕື່ມອີກ. ເຮັດດ້ວຍເຄື່ອງຈັກຈຶ່ງໄດ້ເງິນຫຼາຍກ່ວາເຮັດດ້ວຍມື. ສຳລັບ 2 ຜົວເມຍຂ້າພະເຈົ້າ, ຖ້າລົບຄ່າໃຊ້ຈາຍ, ມື້ໜຶ່ງກໍ່ຫາໄດ້ເງິນປະມານ 100.000 ດົ່ງ. ເຮັດດ້ວຍເຄື່ອງຈັກເຮົາບໍ່ຕ້ອງເສຍເຫຶ່ອແຮງຫຼາຍ.

   ການສານແຜ່ນເມໂບບໍ່ຍາກແຕ່ຕ້ອງເສຍເວລາຫຼາຍ ຍ້ອນຂັ້ນຕອນການຜະລິດແມ່ນລະອຽດລະອໍພໍສົມຄວນ. ເພື່ອມີແຜ່ນເມໂບທົນທານ, ງາມຕາ, ຕ້ອງຜ່ານຫຼາຍຂັ້ນຕອນ ແລະ ແບ່ງວຽກໃຫ້ຈະແຈ້ງ. ຜູ້ຊາຍມີສຸຂະພາບແຂງແຮງກ່ວາຈະຕັດຈັກໄມ້ໄຜ່ ໄມ້ຊອດເປັນເສັ້ນ , ເຫຼົ່າໃຫ້ກ້ຽງ.  ຜູ້ຍິງຈະເປັນຜູ້ສານຍ້ອນມີສີມືຄ່ອງແຄ້ວກ່ວາ. ເມື່ອຊື້ໄມ້ໄຜ່, ໄມ້ເຮັ້ຍມາຕ້ອງເອົາໄປແຊ່ນ້ຳປະມານເຄິ່ງມື້, ຜ່າເປັນເສັ້ນນ້ອຍ, ຕາກແຫ້ງໃນມື້ໜຶ່ງແລ້ວຈຶ່ງສານເປັນແຜ່ນ. ປະຈຸບັນ, ສະເລ່ຍມື້ໜຶ່ງ, ຜູ້ສານແຜ່ນເມໂບຈະມີລາຍຮັບແຕ່ 80.000-140.000 ດົ່ງ. ຄອບຄົວປ້າ ເລທິຟຽນ ຢູ່ຕາແສງ ໝີ້ຈ່າ, ກ່ອນນີ້ແມ່ນຄອບຄົວທຸກຍາກຂອງຕາແສງ, ແຕ່ຍ້ອນໄດ້ເຮັດຫຼາຍອາຊີບຢ່າງດຸໝັ່ນ ແລະ ເຮັດອາຊີບສານແຜ່ນເມໂບຕື່ມອີກ, ມາຮອດປະຈຸບັນ ກໍ່ຫລຸດພົ້ນອອກຈາກຄວາມທຸກຍາກແລ້ວ. ປ້າ ເລທິຟຽນ ໃຫ້ຮູວ່າ:

  ນັບແຕ່ລຸ້ນພໍ່ແມ່ຂອງຂ້າພະເຈົ້າກໍ່ໄດ້ເຮັດອາຊີບນີ້ແລ້ວ, ຂ້າພະເຈົ້າໄດ້ສືບທອດ ແລະ ເຮັດຕໍ່, ນັບມື້ນັບມີຄວາມເມົາມົວ. ເມື່ອເຕີບໃຫ່ຍຂຶ້ນມາ, ມີບາງຄອບຄົວໄປຮັບຈ້າງກ່ຽວເຂົ້າ, ໝົດລະດູການກໍ່ກັບມາສານແຜ່ນເມໂບນີ້. ເຮົາມີປະສົບການເຮັດ, ເຮັດປະເພດໃດກໍ່ໄດ້, ລູກຄ້າມີຄວາມນິຍົມທີ່ສຸດ.

     ກ່ອນນີ້, ອາຊີບສານແຜ່ນເມໂບ ໄດ້ຊ່ວຍໃຫ້ຫຼາຍຄອບຄົວມີຄວາມຮັ່ງມີຂຶ້ນຕື່ມ. ຜະລິດຕະພັນຂອງ ປຊຊ ໄດ້ຮັບການຈຳໜ່າຍດີພໍສົມຄວນ, ໄດ້ໃຊ້ເປັນກວຍເຂົ້າ, ເປັນຝາ ຫຼື ປະຕູບ້ານເປັນຕົ້ນ. ປະຈຸບັນ, ຕະຫຼາດພວມນິຍົມແຜ່ນເມໂບຄືນໃໝ່, ສ່ວນຫຼາຍແມ່ນຮັບໃຊ້ກິດຈະກຳຕ່າງໆ, ໃຊ້ເພື່ອຕາກເຄື່ອງຂອງໃຫ້ແຫ້ງ…ຜູ້ສານແຜ່ນເມໂບຍັງໄດ້ຊື້ເຄື່ອງຈັກໜູນຊ່ວຍ, ສະນັ້ນ, ສະມັດຕະພາບຈຶ່ງສູງກ່ວາເມື່ອກ່ອນ. ມາຮອດປະຈຸບັນ, ຕາແສງ ໝີ້ຈ່າ ມີກ່ວາ 170 ຄອບຄົວເຮັດອາຊີບສານແຜ່ນເມໂບ, ຕາແສງ  ໝີ້ຝູ ມີ 20 ຄອບຄົວ ຊື່ງໄດ້ດຶງດູດຜູ້ອອກແຮງງານນັບຮ້ອຍຄົນ. ທ່ານ ຫວໍ້ວັນທໍ້ ຜູ້ທີ່ໄດ້ເຮັດອາຊີບສານແຜ່ນເມໂບເປັນເວລາ 30 ປີ ແບ່ງປັນວ່າ:

     ເຮັດອາຊີບນີ້ຫຼາຍກໍ່ສາມາດສ້າງແຫຼ່ງທຶນ, ເປັນອາຊີບຕົ້ນຕໍ. ຜະລິດຕະພັນເຮັດມາກໍ່ຂາຍໄດ້ດີທີ່ສຸດ. ຕົວຢ່າງຄື: ເມື່ອໜ້າເສັ້ນທາງເປເພ, ເຂົາເຈົ້າຊື້ແຜ່ນເມໂບຈັກ 20, 30 ແຜ່ນ, ແລ້ວປະສົມດິນເພື່ອວາງໃສ່ຈຸດເສັ້ນທາງຖືກເປ່ເພນັ້ນ.

  ປີ 2023, ຄະນະກຳມະການ ປຊຊ ແຂວງ ດົງທາບ ໄດ້ຮັບຮູ້ອາຊີບມູນເຊື້ອສານແຜ່ນເມໂບ ໝີ້ຈ່າ. ປະຈຸບັນ, ຜະລິດຕະພັນນີ້ ນັບມື້ນັບໄດ້ຈຳໜ່າຍຫຼາຍທີ່ສຸດຢູ່ຕະຫຼາດພາຍໃນປະເທດຄື: ແຂວງອານຢາງ, ກຽນຢາງ, ຕຽນຢາງ ແລະ ຕະຫຼາດ ກຳປູເຈຍ ./.

          

ຕອບກັບ

ຂ່າວ/ບົດ​ອື່ນ