(vovworld)- ດ້ຽນບຽນ ແມ່ນແຂວງພູດອຍຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງຫວຽດນາມ, ໃນນັ້ນຊາວຊົນເຜົ່າສ່ວນໜ້ອຍຄືເຜົ່າຜູ້ໄທ, ເຜົ່າມົ້ງ, ຮ່າຍີ່… ກວມເຖິງ 80%. ໃນຊຸມປີຜ່ານມາ, ໂດຍປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ແຂວງດ້ຽນບຽນ ໄດ້ມີຫຼາຍມາດຕະການຄື: ສ້າງຮູບແບບຜະລິດ, ຫັນປ່ຽນຜົນລະປູກ, ມອບດິນມອບປ່າໃຫ້ປະຊາຄົມຄຸ້ມຄອງ, ຮັບປະກັນອະນາໄມສິ່ງແວດລ້ອມ.
ດ້ຽນບຽບໃນປະຈຸບັນ
(ພາບ: ອິນເຕີແນດ)
ໂດຍແມ່ນແຂວງພູດອຍ, ພູມສັນຖານບໍ່ອຳນວຍຄວາມສະດວກ, ດັ່ງນັ້ນບັນດາຕາແສງຢູ່ເຂດຫ່າງໄກສອກຫຼີກຂອງແຂວງດ້ຽນບຽນ ພວມປະສົບກັບຄວາມຫຍຸ້ງຍາກໃນການປະຕິບັດບັນດາມາດຖານ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຄື: ກໍ່ສ້າງທາງຄົມມະນາຄົມຊົນນະບົດ, ກໍ່ສ້າງທົ່ງນາຂະໜາດໃຫຍ່… ເຖິງຢ່າງໃດກໍ່ຕາມ, ມີຫຼາຍຕາແສງຢູ່ເມືອງເມື່ອງໄລ ພວມສູ້ຊົນກໍ່ສ້າງລະບົບທາງຄົມມະນາຄົມຕາມມາດຖານທີ່ໄດ້ວາງອອກໃຫ້ສຳເລັດ. ປີ 2014, ບັນດາຕາແສງຢູ່ເມືອງເມື່ອງອາງ, ເມືອງດ້ຽນບຽນ ຈະສູ້ຊົນເພື່ອບັນລຸບັນດາມາດຖານດ້ານວັດທະນະທຳສັງຄົມ, ແລະ ສິ່ງແວດລ້ອມ. ຢູ່ທີ່ນີ້, ອຳນາດການປົກຄອງທ້ອງຖີ່ນ ໄດ້ເອົາໃຈໃສ່ປຸກລະດົມຂະບວນການຮັກສາອະນາໄສສິ່ງແວດລ້ອມເຖິງໝູ່ປະຊາຊົນແຕ່ລະຄົນ ແລະ ບັນດາອົງການຈັດຕັ້ງມະຫາຊົນ. ສະມາຄົມນັກຮົບເກົ່າ, ສະຫະພັນແມ່ຍິງ, ສະມາຄົມຜູ້ອາຍຸສູງໄດ້ຮ່ວມແຮງຮ່ວມໃຈເຂົ້າຮ່ວມຢ່າງສຸດຈິດສຸດໃຈ. ທ່ານ ຫຼູ່ວັນວິນ, ຫົວໜ້າຄະນະຜູ້ຕາງໜ້າສະມາຄົມຜູ້ອາຍຸສູງແຂວງດ້ຽນບຽນ, ເວົ້າວ່າ:
“ການກໍ່ສ້າງຊົນນະບົດໃໝ່ ແລະ ປົກປັກຮັກສາສິ່ງແວດລ້ອມ ແມ່ນວຽກງານຂອງທັງລະບົບການເມືອງ. ອາດເວົ້າໄດ້ວ່າ, ປະຈຸບັນ ສິ່ງແວດລ້ອມແມ່ນບັນຫາເຄັ່ງຮ້ອນ ເຊິ່ງພັກ ແລະ ລັດເອົາໃຈໃສ່ທີ່ສຸດ. ໃນນັ້ນ, ລາຍການຮັກສາສິ່ງແວດລ້ອມພັດມີຫຼາຍເນື້ອໃນ ເຊິ່ງຜູ້ອາຍຸສູງສາມາດເຂົ້າຮ່ວມໄດ້, ຕົວຢ່າງຄືການຮັກສາແຫຼ່ງນຳ້ ຫຼືການຄຸ້ມຄອງ, ເກັບໂຮມຂີ້ເຫຍື່ອ ຜູ້ອາຍຸສູງຢູ່ບ້ານຕ່າງໆກໍ່ສາມາດເຮັດໄດ້. ບັນຫາປູກປ່າ, ປູກຕົ້ນໄມ້ ຮັກສາສິ່ງແວດລ້ອມ ກໍ່ແມ່ນວຽກງານກໍ່ສ້າງຊົນນະບົດໃໝ່“.
ດ້ຽນບຽບໃນປະຈຸບັນ
(ພາບ: ອິນເຕີແນດ)
ສ່ວນຢູ່ເມືອງເມື່ອງໄລ, ໄປຄຽງຄູ່ກັບການລົງທຶນຂອງລັດ, ທາງເມືອງຍັງຜັນຂະຫຍາຍໂຄງການຕ່າງໆເພື່ອຍົກລະດັບ, ບຸລະນະສ້ອມແປງບັນດາກິດຈະກຳໂຄງລ່າງທີ່ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດທ້ອງຖີ່ນ, ແນໃສ່ປະຕິບັດຈຸດໝາຍກໍ່ສ້າງຊົນນະບົດໃໝ່. ອຳນາດການປົກຄອງ ແລະ ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ເມືອງເມື່ອງຈ່າ ໄດ້ລະດົມທຸກແຫຼ່ງກຳລັງ ແລະ ມີບັນດາລາຍການໜູນຊ່ວຍປະຊາຊົນຄື: ໜູນຊ່ວຍແນວພັນໄມ້ ແລະ ສັດລ້ຽງ ເພື່ອປະຕິບັດທົດລອງ ກໍ່ຄືຂະຫຍາຍຮູບແບບຜະລິດ. ນອກນັ້ນ, ເມືອງເມື່ອງຈ່າຍັງເຮັດວຽກງານມອບດິນມອບປ່າໃຫ້ປະຊາຄົມຄຸ້ມຄອງ, ຮັກສາເປັນຢ່າງດີ. ຮູບແບບນີ້ພວມຢັ້ງຢືນລັກສະນະເໝາະສົມ ແລະ ມີປະສິດທິຜົນເທື່ອລະກ້າວ. ທ່ານ ຫງວຽນຕ໋ວນກວາງ, ຫົວໜ້າໜ່ວຍກວດກາປ່າໄມ້ເມືອງເມື່ອງຈ່າ ສະແດງຄວາມອຸ່ນອ່ຽນໃຈ ເມື່ອເຫັນວ່າປ່າໃນບໍລິເວນເມືອງໄດ້ຮັບການຄຸ້ມຄອງຕາມທິດມອບໃຫ້ປະຊາຄົມ. ເມື່ອໄດ້ຮັບດິນຮັບປ່າ, ຊາວເຜົ່າມົ້ງຢູ່ບັນດາບ້ານຫ້ວຍຕອງ, ໂຈງຢິນ… ແລະ ບ້ານອື່ນໆຕ່າງກໍ່ມີສະຕິປ່ຽນໃໝ່ແນວຄິດໃນການຮັກສາປ່າ:
“ກ່ອນນີ້ປ່າຄືດັ່ງບໍ່ມີເຈົ້າຂອງ. ປະຈຸບັນໄດ້ມອບໃຫ້ແຕ່ລະບ້ານ, ສະຕິຂອງປະຊາຊົນໃນການຮັກສາປ່າກໍ່ໄດ້ຮັບການຍົກສູງຂຶ້ນ“
ດ້ຽນບຽບໃນປະຈຸບັນ
(ພາບ: ອິນເຕີແນດ)
ບ້ານ ໂຈງຢີນໄດ້ຮັບເນື້ອທີ່ປ່າ 700 ເຮັກຕາ ແລະ ບ້ານຫ້ວຍຕອງ ໄດ້ຮັບ 200 ເຮັກຕາເພື່ອຄຸ້ມຄອງ, ຮັກສາ. ສ່ວນບ້ານອື່ນໆແມ່ນໄດ້ຮັບໜ້ອຍກວ່າ. ພໍ່ເຖົ້າ ທ່າວເຈີປາວ, ຢູ່ບ້ານ ຫວງຕອງ ເວົ້າວ່າ, ພວກເຮົາຕ້ອງ ຮັກສາປ່າ, ຍ້ອນຊີວິດຂອງພວກເຮົາ ແລະ ລູກຫຼານໃນອະນາຄົດ. ພໍ່ເຖົ້າ ທ່າວເຈີປາວ ສະແດງຄວາມພາກພູມໃຈເມື່ອເຫັນວ່າປະຊາຊົນໃນບ້ານໄດ້ມີສະຕິຮັກສາປ່າ, ພາຍຫຼັງ 1 ຫຼື 2 ປີອີກ ແມ່ນສາມາດຂຸດຄົ້ນປ່າໄດ້, ຮອດເວລານັ້ນຊີວິດຂອງປະຊາຊົນຈະໄດ້ຮັບການຍົກສູງຂຶ້ນ. ປະຈຸບັນ, ບັນດາຄອບຄົວເຂົ້າຮ່ວມວຽກງານຮັກສາປ່າລ້ວນແຕ່ໄດ້ຮັບເງິນຊ່ວຍໜູນໃນແຕ່ລະເດືອນ, ດັ່ງນັ້ນເຂົາເຈົ້າຈຶ່ງມີຄວາມອຸ່ນອຽນໃຈທີ່ສຸດ. ຢູ່ບ້ານຫ້ວຍແລງ, ຜູ້ໃດກໍ່ກໍ່ຮູ້ສຶກວ່າ, ການປົກປັກຮັກສາປ່າແມ່ນວຽກງານຂອງຕົນ.
“ປະຊາຊົນທຸກຄົນຕ້ອງມີຄວາມຮັບຜິດຊອບໃນການຮັກສາປ່າ. ຮອດລະດູແຫ້ງບໍ່ໄດ້ຈູດໄຮ່. ຖ້າຈູດແມ່ນຕ້ອງມີມາດຕະການປ້ອງກັນບໍ່ໃຫ້ໄຟໄໝປ່າ“.
ການປົກປັກຮັກສາປ່າ ໄດ້ກາຍເປັນວຽກງານທີ່ຂາດບໍ່ໄດ້ໃນຊີວິດຂອງປະຊາຊົນຢູ່ທີ່ນີ້. ສີຂຽວອຸ່ມທູ່ມຂອງປ່າໄມ້, ສີຂຽວແຫ່ງຄວາມອິ່ມໜຳສຳລານ ຄືດັ່ງຄວາມມຸງມາດປາຖະໜາຂອງພໍ່ແມ່ປະຊາຊົນໃນກິດຈະການກໍ່ສ້າງຊົນນະບົດໃໝ່.