ການ​ສົ່ງ​ອອກ​ປີ 2026 ມຸ່ງ​ໄປ​ເຖິງ​ລະ​ດັບ​ການ​ເຕີບ​ໂຕ​ໃໝ່

(VOVWORLD) - ການສົ່ງອອກປີ 2026 ພວມເລີ່ມຕົ້ນການເດີນທາງໃໝ່, ທັງເພີ່ມວົງເງິນການຄ້າ, ທັງສ້າງໂຄງປະກອບພື້ນຖານການເຕີບໂຕຄືນໃໝ່. ເມື່ອລັດຖະບານວາງເປົ້າໝາຍສົ່ງອອກໃຫ້ບັນລຸລະດັບເຕີບໂຕແຕ່ 15  16% ໃນປີ 2026, ເທົ່າກັບ 546  550 ຕື້ USD ນັ້ນ, ສິ່ງທ້າທາຍບໍ່ພຽງແຕ່ແມ່ນບັນຫາການຕະຫຼາດເທົ່ານັ້ນ, ຫາກຍັງແມ່ນບັນຫາ ຄຸນນະພາບ, ຄວາມເປັນເຈົ້າຕົນເອງ ແລະ ຄວາມສາມາດທົນທານຂອງພື້ນຖານເສດຖະກິດອີກດ້ວຍ.
ການ​ສົ່ງ​ອອກ​ປີ 2026 ມຸ່ງ​ໄປ​ເຖິງ​ລະ​ດັບ​ການ​ເຕີບ​ໂຕ​ໃໝ່ - ảnh 1ການສົ່ງອອກປີ 2026 ພວມເລີ່ມຕົ້ນການເດີນທາງໃໝ່ (ພາບ: VOV)

ການສົ່ງອອກຂອງຫວຽດນາມ ໄດ້ເຕີບໂຕເກີນດຸນໃນ 10 ປີຢ່າງລຽນຕິດ (ນັບແຕ່ປີ 2016). ຈຳນວນຕະຫຼາດບັນລຸວົງເງິນການຄ້າກວ່າ 1 ຕື້ USD ໄດ້ເພີ່ມຂຶ້ນຢ່າງແຮງ. ບັນດາສັນຍາການຄ້າເສລີ (FTA) ສືບຕໍ່ເສີມຂະຫຍາຍບົດບາດເປັນ “ໄມ້ງັດ”, ພິເສດແມ່ນບັນດາສັນຍາ FTA ລຸ້ນໃໝ່, ເຊັ່ນ: CPTPP, EVFTA, RCEP, ເຊິ່ງໄດ້ເປີດອອກຕະຫຼາດທີ່ມີຄຸນນະພາບສູງ ແລະ ມາດຕະຖານສູງ.

  ເຖິງຢ່າງໃດກໍຕາມ, ສ່ວນເກີນການຄ້າແກ່ຍາວ ບໍ່ໝາຍຄວາມວ່າກຳລັງແຮງພາຍໃນເຂັ້ມແຂງ. ອັດຕາມູນຄ່າເພີ່ມພາຍໃນໃນຫຼາຍຂະແໜງສົ່ງອອກຫຼັກຍັງຈຳກັດຢູ່; ຍັງຂຶ້ນກັບການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ການນຳເຂົ້າວັດຖຸດິບເປັນສ່ວນໃຫຍ່ ເຮັດໃຫ້ພື້ນຖານເສດຖະກິດຖືກສ່ຽງໄພໄດ້ງ່າຍເມື່ອລະບົບຕ່ອງໂສ້ການສະໜອງທົ່ວໂລກຖືກແຕກຂາດ. ດັ່ງນັ້ນ, “ລະດັບການເຕີບໂຕໃໝ່”ໃນ ປີ 2026 ແມ່ນຂີດໝາຍຂອງການຫັນປ່ຽນໂຄງປະກອບ. ລະອຽດແມ່ນເພີ່ມປະລິມານເຕັກໂນໂລຢີ, ຍົກອັດຕານຳໃຊ້ວັດຖຸດິບພາຍໃນປະເທດຂຶ້ນ ແລະ ປັບປຸງວິສາຫະກິດພາຍໃນປະເທດ, ພິເສດແມ່ນສືບຕໍ່ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ. ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມນຳເຂົ້າສົ່ງອອກ (ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ) ຢັ້ງຢືນວ່າ:

  “ການຫັນຕະຫຼາດນຳເຂົ້າສົ່ງອອກເປັນຫຼາຍຮູບຫຼາຍແບບແມ່ນແຜນນະໂຍບາຍໜຶ່ງເພື່ອຫຼຸດຜ່ອນຄວາມສ່ຽງເມື່ອຂຶ້ນກັບຕະຫຼາດສົ່ງອອກ ຫຼື ຕະຫຼາດນຳເຂົ້າຫຼາຍເກີນໄປ. ເມື່ອມີຕະຫຼາດແລ້ວ ຂັ້ນຕອນຕໍ່ໄປແມ່ນວຽກງານສົ່ງເສີມການຄ້າ, ໃນນັ້ນ ມີການສ້າງເຄື່ອງໝາຍການຄ້າ ແລະ ນຳໃຊ້ບັນດາມາດຕະການ ເຊັ່ນ: ກວດຫາຕົ້ນກຳເນີດ… ບັນດາມາດຕະການນີ້ຊ່ວຍໃຫ້ວຽກງານສົ່ງເສີມການຄ້າຂອງພວກເຮົາຈະບັນລຸໄດ້ປະສິດທິຜົນດີກວ່າ…”.

ການ​ສົ່ງ​ອອກ​ປີ 2026 ມຸ່ງ​ໄປ​ເຖິງ​ລະ​ດັບ​ການ​ເຕີບ​ໂຕ​ໃໝ່ - ảnh 2ການສົ່ງອອກໃນຂະແໜງຕຳແຜ່ນຕັດຫຍິບ ມຸ່ງໄປເຖິງເປົ້າໝາຍບັນລຸວົງເງິນສົ່ງອອກ 50 ຕື້ USD ໃນປີ 2026
(ພາບ:  VOV)

ເຖິງຢ່າງໃດກໍຕາມ, ໃນສະພາບການລັດທິອາລັກຂາເພີ່ມຂຶ້ນ, ການຫັນເປັນຫຼາຍຮູບຫຼາຍແບບ ບໍ່ພຽງແຕ່ແມ່ນການເປີດກວ້າງຕະຫຼາດຕື່ມອີກເທົ່ານັ້ນ, ຫາກຍັງເພີ່ມຄຸນນະພາບສິນຄ້າເພື່ອຕອບສະໜອງໄດ້ຫຼາຍມາດຕະຖານອີກດ້ວຍ.

ບັນດາຄຳຮຽກຮ້ອງກ່ຽວກັບການກວດຕົ້ນກຳເນີດ, ມາດຕະຖານການອອກແຮງງານ, ສິ່ງແວດລ້ອມ, ພິເສດແມ່ນບັນດາກົນໄກດັບປັບ ກາກບອນ ຂ້າມຊາຍແດນ, ພວມສ້າງເປັນ “ຮົ້ວກີດຂວາງດ້ານເຕັກນິກ” ໃໝ່. ຖ້າວິສາຫະກິດບໍ່ຫັນເປັນສີຂຽວຢ່າງທັນການ, ທ່າໄດ້ປຽບກ່ຽວກັບລາຍຈ່າຍຕ່ຳ ຈະຖືກເສຍໄປຢ່າງວ່ອງໄວ. ທ່ານ ເລຊວັນຫວີ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນການລົງທຶນການຄ້າ TNG, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າພວມສຸມໃສ່ຍການປ່ຽນໃໝ່ເຕັກໂນໂລຢີ ເພື່ອແນໃສ່ຍົກສູງສະມັດຕະພາບ, ຄຸນນະພາບຂອງຜະລິດຕະພັນ ແລະ ເພີ່ມຄວາມສາມາດແກ້ງແຍ້ງກັບບັນດາວິສາຫະກິດ ກໍຄືບັນດາປະເພດສິນຄ້າສົ່ງອອກອື່ນ. ເລື່ອງໝູນໃຊ້ເຕັກໂນໂລຢີໃໝ່ ຊ່ວຍໃຫ້ວິສາຫະກິດປັບປຸງຮູບແບບ, ຄຸນນະພາບຂອງຜະລິດຕະພັນ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂຶ້ນຂອງລູກຄ້າ. ພວກຂ້າພະເຈົ້າກຳນົດຍຸດທະສາດຈຸດສຸມແມ່ນການລົງທຶນເຂົ້າໃນເຕັກໂນໂລຢີ ແລະ ແຫຼ່ງຊັບພະຍາກອນມະນຸດ. ນີ້ແມ່ນສອງປັດໄຈແກ່ນສານເພື່ອໃຫ້ວິສາຫະກິດແກ້ໄຂບັນຫາຍົກສູງຄວາມສາມາດແກ້ງແຍ້ງ, ຮັກສາການເຕີບໂຕ ແລະ ພັດທະນາແບບຍືນຍົງໃນໄລຍະປັດຈຸບັນໄດ້ຢ່າງມີປະສິດທິຜົນ”.

ໃນສະພາບການແກ້ງແຍ້ງເຕັກໂນໂລຢີທົ່ວໂລກຢ່າງຂ້ຽວຂາດໃນປັດຈຸບັນ, ຫວຽດນາມ ພວມຍູ້ແຮງການສົ່ງອອກການບໍລິການ, ຈາກເຕັກໂນໂລຢີຂໍ້ມູນຂ່າວສານ, Logistics ຕະຫຼອດຮອດການເງິນ, ການທ່ອງທ່ຽວ, ການສຶກສາ. ສິ່ງທີ່ໜ້າສົນໃຈແມ່ນ ປັດຈຸບັນ,ຄຽງຄູ່ກັບບັນດາປະເພດສິນຄ້າຫຼັກດັ້ງເດີມນັ້ນ, ທາງວິສາຫະກິດກໍມຸ່ງໄປເຖິງການສຸມໃສ່ສ້າງບັນດາຜະລິດຕະພັນທີ່ມີຄວາມສາມາດສົ່ງອອກ. ທ່ານ ຟານດຶກຫຽວ, ກຳມະການຜູ້ປະຈຳການຄະນະກຳມາທິການເສດຖະກິດ ຂອງສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

“ວິທີການເຂົ້າເຖິງກ່ຽກັບຍຸດທະສາດການສົ່ງອອກຕ້ອງມີທັງການບໍລິການ, ໝູນໃຊ້ທຸກໂອກາດ, ທຸກຜະລິດຕະພັນ… ບັນດາວິສາຫະກິດ, ເຖິງວ່າເປັນວິສາຫະກິດຂະໜາດກາງ ຫຼື ນ້ອຍ ແຕ່ຖ້າມີຜະລິດຕະພັນ ກໍລ້ວນແຕ່ມີຄວາມສາມາດບົ່ມຊ້ອນໃນການສົ່ງອອກ... ວິທີການເຂົ້າເຖິງຍຸດທະສາດໃໝ່ຕ້ອງຮອບດ້ານ, ກວມລວມກວ່າ…”.

ປີ 2026 ແມ່ນປີບານພັບໃຫ້ແກ່ວົງຈອນການເຕີບໂຕໃໝ່. ດ້ວຍການຫັນປ່ຽນຈິນຕະນາການ, ຈາກການເນັ້ນໃສ່ວົງເງິນການຄ້າ ໄປສູ່ການສ້າງມູນຄ່າ, ຄຸນນະພາບກການເຕີບໂຕໃນຂົງເຂດສົ່ງອອກຂອງ ຫວຽດນາມ ແມ່ນຈະກຳນົດໃຫ້ທັງໄລຍະຕໍ່ໄປ. ດັ່ງນັ້ນ “ຂີດໝາຍການເຕີບໂຕໃໝ່” ຂອງການສົ່ງອອກໃນປີ 2026 ບໍ່ພຽງແຕ່ແມ່ນຕົວເລກເທົ່ານັ້ນ ຫາກຍັງແມ່ນຂີດໝາຍແຫ່ງຄວາມສາມາດແກ້ງແຍ້ງທີ່ແທ້ຈິງ, ຂອງຄວາມເປັນເຈົ້າຍຸດທະສາດ ແລະ ຂອງພື້ນຖານເສດຖະກິດເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ ແຕ່ບໍ່ຂຶ້ນກັບ. ເມື່ອການເຕີບໂຕບົນພື້ນຖານຄຸນນະພາບ,ຫັນເປັນສີຂຽວ ແລະ ນະວັດຕະກຳ, ການສົ່ງອອກຈຶ່ງກາຍເປັນກຳລັງໜູນແບບຍືນຍົງໃຫ້ແກ່ການພັດທະນາໄລຍະຍາວຢ່າງແທ້ຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ