ຂະແຫນງທ່ອງທ່ຽວຫວຽດນາມມານະພະຍາຍາມຮັກສາພາບພົດ,ຈຸດນັດພົບປອດໄພ ແລະ ສະຫນິດສະຫນົມ

(vovworld)-ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​​ເລ​ຕາ​ເວັນ​ອອກ​ນັບ​ແຕ່​ຕົ້ນ​ເດືອນ 5/2014 ພາ​ຍຫລັງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ຢູ​່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ມີ​ການ​ກະທຳ​ເກາະ​ຜິດ ​​ໄດ້​ເຮັດ​ໃຫ້​ສະພາບ​ການ​ມີ​ການ​ຜັນ​ແປຢ່າງ​ສັບສົນ​. ຂະ​ແຫນງ​ທ່ອງ​ທ່ຽວ​ແມ່ນ​ຂະ​ແຫນ​ງ​ເສດຖະກິດ​ສະ​ດຸ້ງ​ໄວ, ສະ​ນັ້ນ ສະພາບ​ການ​ດັ່ງກ່າວ​​ໄດ້​ສົ່ງ​ຜົນ​ກະທົບ​ໂດ​ຍກົງ​ ແລະ ກໍ່​ຄວາມ​ເສຍ​ຫາຍ​ຢ່າງຫນັກຫນ່ວງສຳລັບຂະ​ແຫນງ​ທ່ອງ​ທ່ຽວ ​. ຕໍ່ຫນ້າ​ສະພາບ​ການ​ນີ້, ມີ​ບໍລິສັດ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ ​ໄດ້​ສ້າງ​ຫລາຍ​ລາຍການ​ທ່ອງ​ທ່ຽວ​ໃຫມ່ ມີ​ລາຄາ​ບຸລິມະສິດ​. ພ້ອມ​ກັນ​ນັ້ນ , ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ກໍ​ເພີ່ມ​ທະວີ​ຄຸນ​ນະພາ​ບບໍລິການ ສ້າງ​ຄວາມ​ດູດ​ດື່ມ​ນັກ​ທ່ອງ​ທ່ຽວ ດ້ວຍ​ສະຖານ​ທີ່​ທ່ອງ​ທ່ຽວ​ປອດ​ໄພ, ສະຫນິດສະຫນົມ​ກັບ​ນັກ​ທ່ອງ​ທ່ຽວ.

ຂະແຫນງທ່ອງທ່ຽວຫວຽດນາມມານະພະຍາຍາມຮັກສາພາບພົດ,ຈຸດນັດພົບປອດໄພ ແລະ ສະຫນິດສະຫນົມ - ảnh 1
ນັກທ່ອງທ່ຽວຕ່າງປະເທດມາຢ້ຽມຢາມຫວຽດນາມ
ພາບ:baocongthuong.com

        ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ 5 ​ເດືອນ​ຜ່ານ​ມາ, ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຢ້ຽມຢາມ​ຫວຽດນາມ ​ເພີ່ມ​ຂຶ້ນ 26%. ສະ​ເພາະ​​ເດືອນ 5/2014, ​ເພີ່ມ​ຂຶ້ນ ກວ່າ 20% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ແຕ່​ຫລຸດ​ລົງ​ເກືອບ 10% ​ເມື່ອ​ທຽບ​ໃສ່​ເດືອນ 4/2014. ​ໃນ​ນັ້ນ ຈຳນວນ​ນັກ​ທ່ອງ​ທ່ຽວຫລຸດ​ລົງ​ຫລາຍ​ກວ່າ​ໝູ່​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຈີນ, ມີ​ຫລາຍ​ລາຍການ​ທ່ອງ​ທ່ຽວ​ຖືກ​ຍົກ​ເລີກ ຍ້ອນນັກ​ທ່ອງ​ທ່ຽວບໍ່​​ເຕັມ​.

        ຕໍ່ຫນ້າ​ສະພາບ​ການ​ດັ່ງກ່າວ, ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ໄດ້​ຫັນ​ທິດ​ສູ່​ການ​ຂຸດ​ຄົ້ນ​ບັນດາ​ຕະຫລາດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ມີ​ລະດັບ​ລາຍ​ຈ່າຍ​ສູງ​ຄື:​ລັດ​ເຊຍ, ຍີ່​ປຸ່ນ, ​ສ​ເກົາຫລີ, ​ເອີ​ລົບ​ຕາ​ເວັນ​ຕົກ, ອິນ​ເດຍ ​ເພື່ອ​​ແກ້​ໄຂ​ສະພາບ​ການຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຈີນ ຫລຸດ​ລົງ. ທ່ານ ລື​ວດືກ​ເກ, ຜູ້ອຳນວຍການ​ບໍ​ລິ​ສັດ​ທ່ອງ​ທ່ຽວ Hanoitourist ​ຊື່​ງແມ່ນ​ຫນຶ່ງ​ໃນ​ຈຳນວນ​ບໍລິສັດ​ທ່ອງ​ທ່ຽວ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຈີນ​ຫລາຍ​ກວ່າ​ໝູ່​ໃຫ້​ຮູ້​ວ່າ:

        “​ເມື່ອ​ສະພາບ​ກ​ານ​ເກີດ​ຂຶ້ນ, ບໍລິສັດ​ພວກ​ຂ້າພະ​ເຈົ້າ​ຕ້ອງ​ຫັນ​ທິດ, ​ເພີ່ມ​ທະວີ​ການ​ສຳ​ພັດ​ກັບ​ຕະຫລາດ​ທີ່ພວມ​ເຮັດ. ລາຍການ​ທ່ອງ​ທ່ຽວ​ເຖິງ ຍີ່​ປຸ່ນ ​ແລະ ມາ​ເລ​ເຊຍ, ​ໄຕ້​ຫວັນ ພວກ​ຂ້າພະ​ເຈົ້າ​ກໍ​ຫລຸດ​ລາຄາ​ລົງ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ບັນດາ​ປະ​ເທດ​ດັ່ງກ່າວ​ມາ​ຢ້ຽມຢາມ​ຫວຽດນາມແທນ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ.”

        ສ່ວນ​ທ່ານ ຫງວຽນ​ກົງ​ຮວານ​, ຮອງ​ຜູ້ອຳນວຍການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ການ​ຄ້າ Redtours ຖື​ວ່າ: ຄວນ​ຍູ​້​ແຮງ​ການ​ໂຄສະນາ​ເຖິງ​ນັກ​ທ່ອງ​ທ່ຽວ​ຈີນ ​ແລະ ບັນດາ​ປະ​ເທດ, ​ເຂດ​ແຄ້ວ​ນທີ່​ມີ​ວົງ​ຄະນາ​ຍາດ​ນຳ​ໃຊ້​ພາສາ​ຈີນ​ຄື: ສິງກະ​ໂປ, ​ໄຕ້​ຫວັນ, ຮົ່ງກົງ.. ​​ເພື່ອ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ແຈ້ງວ່າ: ຕະຫລາດ​ທ່ອງ​ທ່ຽວ​ຫວຽດນາມ ຍັງ​ເປັນ​ປົກກະຕິ​ຢູ່ ​ແລະ ​ແມ່ນ​ຈຸດ​ນັດ​ພົບ​ທີ່​ປອດ​ໄພ, ສະຫນິດສະຫນົມ ​ແລະ ຍາມ​ໃດ​ກໍ​ຕ້ອນຮັບ​ເຂົາ​ເຈົ້າ.

        “ຕໍ່ຫນ້າ​ສະພາບ​ການ​ປະຈຸ​ບັນ, ຄວນ​ໂຄສະນາ​ກ່ຽວ​ກັບ​ການທ່ອງທ່ຽວ​ທະ​ເລ, ໝູ່​ເກາະ, ບ້ານ​ເກີດ​ເມືອງ​ນອນ ​​ເພື່ອ​ປຸກລຸກ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ຕ້ອງການ​​ໄປທ່ອງ​ທ່ຽວຂອງ​ປະຊາຊົນ. ສຳລັບ​ລາຍການ​ທ່ອງ​ທ່ຽວ​ຢູ່ຈີນ, ປີ​ນີ້ ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ກໍຫລຸດ​ລົງ, ​ແຕ່​​ແທນ​ໃຫ້​ນັ້ນ ​ບັນດາ​ລາຍການ​ທ່ອງ​ທ່ຽວ​ເຖິງ ສ​ເກົາຫລີ, ຍີ່​ປຸ່ນ ​​ໄດ້ເພີ່ມ​ຂຶ້ນ​ສູງ. ພິ​ເສດ ລາຍການ​ທ່ອງ​ທ່ຽວ​ຍີ່ປຸ່ນ ພວມ​ຫລຸດ​​ລາຄາ​ລົງ​, ດ້ວຍ​ລາຄາ​ແມ່ນ 25.000.000 ດົ່ງ/ຄົນ ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ ພິ​ເສດ​ແມ່ນ ນັກ​ທ່ອງ​ທ່ຽວ​ທີ່​ມີ​ແຜນການ​ໄປ​ທ່ອງ​ທ່ຽວຈີນ​ ​ແຕ່​ຖືກ​ໂຈະ​ໄວ້.”

        ບໍ່​ພຽງ​ແຕ່​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​​ທີ​ຄວາມມາ​ນະພະ​ຍາ​ຍາມ​ຮັກສາ​ພາບ​ພົດ​ຫວຽດນາມ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ, ປອດ​ໄພ​ ​ແລະ​ສະຫນິດສະຫນົມ​ເທົ່າ​ນັ້ນ ຫາກ​ບັນດາທ້ອງ​ຖິ່ນ​ມີ​ທ່າ​ແຮງດ້ານ​ການທ່ອງທ່ຽວ​ກໍ​ໄດ້​ວາງ​ຫລາຍ​ມາດ​ຕະການ​ຢ່າງ​ວ່ອງ​ໄວເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວອີກ​ດ​້ວຍ. ​ແຂວງ ​ແຄງ​ຮ່ວາ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສູນ​ທ່ອງ​ທ່ຽວ​ໃຫຍ່​ຂອງ​ຫວຽດນາມ, ​ເມື່ອ​ທຽບ​ໃສ່​ຈຳນວນ​ນັກ​ທ່ອງ​ທ່ຽວ​ສາກົນ​ມາ​ຈາກ​ຫລາຍ​ປະ​ເທດ​ອື່ນ, ນັກ​ທ່ອງ​ທ່ຽວ​ເວົ້າ​ພາສາ​ຈີນ ​ກວມ​ພຽງປະມານ 1,9% ​ເທົ່າ​ນັ້ນ. ​ເລື່ອງ​ຈຳນວນ​ນັກ​ທ່ອງ​ທ່ຽວ​ຈີນ ຍົກ​ເລີກ ລາຍການ​ທ່ອງ​ທ່ຽວ ບໍ່ສົ່ງ​ຜົນ​ສະທ້ອນ​ປານ​ໃດ​ເຖິງຂະ​ແຫນງ​ທ່ອງ​ທ່ຽວ​ແຄງ​ຮ່ວາ. ນອກ​ນັ້ນ, ບັນດາ​ຕະຫລາດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນປະ​ເທດ ​ແລະ ນັກ​ທ່ອງ​ທ່ຽວ​ມາ​ຈາກລັດ​ເຊຍ ຍັງ​ຄົງ​ຮັກສາ​ເປັນ​ປົກກະຕິ​ໄວ້. ທ່ານ ຫງວຽນ​ວັນ​ຕວນ, ຫົວຫນ້າ​ກົມ​​ໃຫຍ່​ກົມ​ທ່ອງ​ທ່ຽວ​ຫວຽດນາມ ຕີ​ລາຄາ​ວ່າ: ​ແຄງ​ຮ່ວາ ​ໄດ້​ຫັນ​ຕະຫລາດ​ນັກ​ທ່ອງ​ທ່ຽວ​ສາກົນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ສິ່ງ​ດັ່ງກ່າວ​ໄດ້​ຈຳກັດ​ບັນດາ​ການ​ກະທົບ​ຢ່າງ​ຫຍໍ້​ທໍ​້ຕໍ່​ຂະ​ແຫນງ​ທ່ອງ​ທ່ຽວ. ຍາ​ຈາງ - ​ແຄງ​ຮ່ວາ ບໍ່​ພຽງ​ແຕ່​ແມ່ນ​ຈຸດ​ນັດ​ພົບ​ຂອງ​ນັກ​ທ່ອງ​ທ່ຽວ​ເວົ້າ​ພາສາ​ຈີນ ​ເທົ່ານັ້ນ ຫາກ​ນັບ​ທັງ​ນັກ​ທ່ອງ​ທ່ຽວທີ່​ມາ​ຈາກ ​ເອີ​ລົບ, ອາ​ເມ​ລິ​ກາ​ເຫນືອ​, ອາຊີ​​ໃຕ້, ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້, ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ ​ແລະ ພິ​ເສດ ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ສະຫະພັນ​ລັດ​ເຊຍ. ສິ່ງ​ດັ່ງກ່າວ​ຈະ​ຊ່ວຍ​ໃຫ້​ຂະ​ແຫນງ​ທ່ອງ​ທ່ຽວ ​ແຄງ​ຮວ່າ ພັດທະນາ​ເປັນ​ປົກກະຕິ ​ແລະ ສືບ​ຕໍ່​ເຕີບ​ໂຕ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ຫງວຽນວັນ​ຕວນ​ໃຫ້​ຮູ້​ວ່າ: ​ໃນ​ພາຍ​ພາກ​ຫນ້າ ບໍ່ສະ​ເພາະ​ແຂວງ ​ແຄງ​ຮ່ວາ​ເທົ່າ​ນັ້ນ ຫາກ​ຂະ​ແຫນງ​ທ່ອງ​ທ່ຽວ​ເປັນ​ເຈົ້າ​ການ ວາງ​ອອກ​ຫລາຍ​ມາດ​ຕະການ​ຄື: ​ໂຄສະນາ​ສະພາບ​ການ​ຢູ່​ຫວຽດນາມ​ແມ່ນສະຖຽນ​ລະ​ພາບ, ຮັກສາ​ການ​ເຄື່ອນ​ໄຫວ​ຂະ​ແຫນງ​ທ່ອງ​ທ່ຽວ​​ໃນ​ທົ່ວ​ປະ​ເທດເປັນ​ປົກກະຕິ. ພ້ອມ​ທັງ ມີ​ບັນດາ​ມາດ​ຕະການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ.

        “ພວກ​ຂ້າພະ​ເຈົ້າ​ມີ​ບັນດາການ​ເຄື່ອນ​ໄຫວ​​ເປີດ​ກວ້າງ​ຕະຫລາດ ​ເພື່ອຕາບ​ຈູ​ນ​ໃຫ້ສະພາບຈຳນວນ​ນັກ​ທ່ອງ​ທ່ຽວ​​ຈີນມາ​ຢ້ຽມຢາມ​ຫວຽດນາມ ຫລຸດ​ລົງ ​ແລະ ບັນດາ​ຕະຫລາດ​ບຸລິມະສິດ ​ເລືອກ​ເຟັ້ນ ນັ້ນ​ແມ່ນ​ຍີ່​ປຸ່ນ, ສ​ເກົາຫລີ, ລັດ​ເຊຍ ​ແລະ ອາ​ຊຽນ, ​ກຸ່ມ ເອີ​ລົບ ຕາ​ເວັນ​ຕົກ, ອາ​ເມ​ລິ​ກາ​ເຫນືອ, ອົດ​ສະ​ຕາ​ລີ ​ແລະ ກຸ່ມບັນດາ​ຕະຫລາດ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ຕາ​ເວັນ​ອອກ​ກາງ, ອິນ​ເດຍ, ອີນ​ໂດ​ເນ​ເຊຍ.ພວກ​ຂ້າພະ​ເຈົ້າ​ໝັ້ນ​ໝາຍ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ.”

        ​ໂດຍ​ປະຕິບັດ​ການ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດືກດາມ, ຫົວຫນ້າ​ຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ການທ່ອງທ່ຽວ, ຫວ່າງ​ແລ້ວ​ນີ້ ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດນາມ ​ໄດ້​ວາງ​ອອກ​​ໂຄງການ​ດຳ​ເນີນ​ງານ​ລະອຽດ ​ເພື່ອ​ກະຕຸກ​ຊຸກຍູ້​ຄວາມ​ຕ້ອງການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ດ້ວຍ​ສານ​ທີ່​ວ່າ: ຊາວ​ຫວຽດນາມ​ໄປ​ທ່ອງ​ທ່ຽວ​ຢູ່​ຫວຽດນາມ”. ພ້ອມ​ທັງ ຕັ້ງຫນ້າ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ, ສົ່ງ​ເສິມ​ການທ່ອງທ່ຽວ​ຢູ່​ຕ່າງ​ປະ​ເທດ,​ສ້າງ​ພາບ​ພົດ​ຫວຽດນາມ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ປອດ​ໄພ, ສະຫນິດສະຫນົມ ​ແລະ ຮັກ​ແພງ​ແຂກ, ສູ້​ຊົນປີ 2014 ​ບັນລຸຄາດໝາຍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ສາກົນ 8,3 ລ້ານ​ຄົນ ​ແລະ ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 35 ລ້ານ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ