ເຄື່ອງໝາຍການຄ້າແຫ່ງຊາດ ສ້າງທ່ວງທ່າໃຫ້ແກ່ວິສາຫະກິດ ຫວຽດນາມ ອອກສູ່ໂລກ

(VOVWORLD) - ປີ 2023, ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດ ຂອງ ຫວຽດນາມ ໂດຍບໍລິສັດໃຫ້ຄຳປຶກສາ, ກຳນົດລາຄາເຄື່ອງໝາຍການຄ້າແຖວນ້າໂລກ Brand Finance ໄດ້ນົດລາຄາ ແມ່ນບັນລຸກວ່າ 498 ຕື້  USD, ເພີ່ມຂຶ້ນ 15,6% ເມື່ອທຽບໃສ່ປີ 2022, ຢືນອັນດັບທີ 33 ໃນ Top 121 ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດທີ່ມີຊື່ສຽງໃນໂລກ. ນີ້ແມ່ນນຶ່ງໃນບັນດາປະຖົມປັດໄຈສຳຄັນ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ຢືນຢັນເຄື່ອງໝາຍການຄ້າ, ສ້າງຈຸດຢືນໃນຕະຫລາດສາກົນໃນສະພາບປະຈຸບັນ.

ເຄື່ອງໝາຍການຄ້າແຫ່ງຊາດ ສ້າງທ່ວງທ່າໃຫ້ແກ່ວິສາຫະກິດ ຫວຽດນາມ ອອກສູ່ໂລກ - ảnh 1ພາບປະກອບ: tapchicongthuong.vn
   ຕາມການຕີລາຄາຂອງອົງການໃຫ້ຄຳປຶກສາກຳນົດລາຄາເຄື່ອງໝາຍການຄ້າແຖວຫນ້າໂລກ Brand Finance ແລ້ວ, ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນໃນພາບພົດສ້າງ, ພັດທະນາເຄື່ອງໝາຍການຄ້າແຫ່ງຊາດ ແລະ ແມ່ນເຄື່ອງໝາຍການຄ້າແຫ່ງຊາດ ມີລະດັບການເຕີບໂຕມູນຄ່າວ່ອງໄວທີ່ສຸດໃນໂລກໄລຍະ 5 ປີ ຄືແຕ່ປີ 2019-2023 ແມ່ນ 102%. ໃນນັ້ນ ປີ 2019 Brand Finance ກຳນົດມູນຄ່າເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ພຽງແມ່ນ 247 ຕື້  USD ແຕ່ຮອດປີ 2023 ບັນລຸ 498,13 ຕື້ USD, ຮັບຮູ້ລະດັບການເຕີບໂຕ 2 ຕົວເລກຢ່າງຕໍ່ເນື່ອງກ່ຽວກັບດ້ານລາຄາເຄື່ອງໝາຍການຄ້າ. ສິ່ງນີ້ສະແດງໃຫ້ເຫັນມູນຄ່າເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ໄດ້ຢັ້ງຢືນອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດນັບມື້ນັບສູງໃນເວທີສາກົນ ພ້ອມທັງສະແດງໃຫ້ເຫັນຄວາມເປັນເຈົ້າການ ແລະ ຂອບຂະຫນາດຂອງຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ.

ໃນຊຸມປີຜ່ານມາ, ບັນດາວິສາຫະກິດ ຫວຽດນາມ ໄດ້ມີຫລາຍບາດກ້າວໃນການສ້າງ, ພັດທະນາ ແລະ ໂຄສະນາເຄື່ອງໝາຍການຄ້າ. ຜ່ານນັ້ນ ກໍ່ປະກອບສ່ວນຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງຜະລິດຕະພັນ, ດຶງດູດການລົງທຶນ ແລະ ພັດທະນາການຄ້າຕ່າງປະເທດ ພ້ອມທັງຢືນຢັນອິດທິພົນຊື່ສຽງໃນຕະຫລາດພາຍໃນ ແລະ ຕ່າງປະເທດ. ທ່ານ ໂດ໋ແມ້ງຮຸ່ງ, ປະທານ ສະພາບໍລິຫານບໍລິສັດໃຫຍ່ຫຸ້ນສ່ວນກິດຈະກຳ Viettel ໃຫ້ຮູ້ວ່າ:                           

ເລື່ອງສ້າງເຄື່ອງໝາຍການຄ້າແຫ່ງຊາດ ແມ່ນເປົ້າໝາຍເພື່ອໃຫ້ພວກຂ້າພະເຈົ້າກຽມພ້ອມຮັບມື ແລະ ສາມາດຕອບສະຫນອງໄດ້ດີ, ແກ່ງແຍ້ງດີ, ເພື່ອອອກສູ່ຕະຫລາດໂລກໃນວິວັດການເຊື່ອມໂຍງນັບມື້ນັບເລິກເຊິ່ງກວ້າງຂວາງຂອງພື້ນຖານເສດຖະກິດ ຫວຽດນາມ ກັບໂລກ.

  ຫນ້າທີ່ຍົກຂອບຂະຫນາດມູນຄ່າເຄື່ອງໝາຍການຄ້າແຫ່ງຊາດ ແມ່ນເຂັມຊີ້ທິດລຸລ່ວງຂອງໂຄງການ ເຄື່ອງໝາຍການຄ້າແຫ່ງຊາດ, ໂຄງການສົ່ງເສີມການຄ້າພິເສດສະເພາະໂດຍໄດ້ຮັບການຜັນຂະຫຍາຍແຕ່ປີ 2003 ມາຮອດປະຈຸບັນ. ທ່ານ ຮວ່າງມິງຈຽນ, ຮອງຫົວຫນ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ການຄ້າ), ຮອງຫົວຫນ້າຄະນະເລຂາໂຄງການ ເຄື່ອງໝາຍການຄ້າແຫ່ງຊາດ ເນັ້ນຫນັກວ່າ:

          ຄຸນຄ່າຫລັກຂອງໂຄງການ ເຄື່ອງໝາຍການຄ້າແຫ່ງຊາດ ລວມມີ 3 ໝວດຕົ້ນຕໍ: ຄຸນນະພາບ, ນະວັດຕະກຳ ແລະ ຄຸນນະພາບນຳນ້າ. ເປົ້າໝາຍມຸ່ງໄປເຖິງນັ້ນແມ່ນ ສ້າງບັນດາເຄື່ອງໝາຍການຄ້າຜະລິດຕະພັນ, ເຄື່ອງໝາຍການຄ້າວິສາຫະກິດທີ່ມີຊື່ສຽງຂອງປະເທດ ຫວຽດນາມ ຈາກນັ້ນ ໂຄສະນາອອກສູ່ໂລກວ່າ ຫວຽດນາມ ມີຜະລິດຕະພັນສິນຄ້າ, ການບໍລິການທີ່ມີອິດທິພົນຊື່ສຽງ, ມີຄຸນນະພາບ ຈາກນັ້ນ ກໍ່ຍົກລະດັບມູນຄ່າເຄື່ອງໝາຍການຄ້າແຫ່ງຊາດຂອງຫວຽດນາມ.

ເຄື່ອງໝາຍການຄ້າແຫ່ງຊາດ ສ້າງທ່ວງທ່າໃຫ້ແກ່ວິສາຫະກິດ ຫວຽດນາມ ອອກສູ່ໂລກ - ảnh 2 ທ່ານ ຮວ່າງມິງຈຽນ, ຮອງຫົວຫນ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ການຄ້າ), ຮອງຫົວຫນ້າຄະນະເລຂາໂຄງການ ເຄື່ອງໝາຍການຄ້າແຫ່ງຊາດ. ພາບ: chinhphu.vn

ປະຈຸບັນ ການເຕີບໂຕສີຂຽວ ໄດ້ຮັບຖືວ່າ ແມ່ນລູກກຸນແຈ ຮັບປະກັນການປະຕິບັດບັນດາເປົ້າໝາຍຂອງ ຍຸດທະສາດພັດທະນາເສດຖະກິດສັງຄົມ ແຕ່ປີ  2021 – 2030 ສ້າງທ່ວງທ່າໃຫ້ ຫວຽດນາມ ຍູ້ແຮງການຫັນປ່ຽນຮູບແບບການເຕີບໂຕຕາມທິດລວງເລິກ, ຮັບປະກັນລັກສະນະຍືນຍົງ. ເພື່ອແກ້ງແຍ່ງໃນຕະຫລາດ, ທ່າອ່ຽງ “ຫັນເປັນສີຂຽວ” ໃນການສ້າງເຄື່ອງໝາຍການຄ້າໃຫ້ນັບມື້ນັບອອກສູ່ວົງກວ້າງ ແລະ ການເຕີບໂຕສີຂຽວ ບໍ່ພຽງແຕ່ແມ່ນການເລືອກເຟັ້ນແນ່ນອນເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອໃຫ້ແຕ່ລະປະເທດກາຍເປັນຜູ້ນຳຫນ້າໃນພາກພື້ນ, ໄປທັດທຽມກັບທ່າອ່ຽງພັດທະນາຂອງໂລກ. ທ່ານ ຮວ່າງມິງຈຽນ ໃຫ້ຮູ້ຕື່ມອີກວ່າ:

ໃນໄລຍະຈະມາເຖິງ, ການກຳນົດ ເຄື່ອງໝາຍການຄ້າແຫ່ງຊາດ ຫວຽດນາມ ຈະແມ່ນເຄື່ອງໝາຍ ຫວຽດນາມ  ສີຂຽວ. ເພື່ອບັນລຸໃຫ້ໄດ້ເປົ້າໝາຍນັ້ນ ໃນໄລຍະຈະມາເຖິງ ໂຄງການ ຈະສຸມໃສ່ຜັນຂະຫຍາຍ 2 ໝວດມາດຕະການໃຫຍ່. ທີຫນຶ່ງ ພວກຂ້າພະເຈົ້າ ເພີ່ມທະວີການສົມທົບເຂດພ້ອມກັບບັນດາກະຊວງ, ຂະແຫນງການ ເພື່ອຍູ້ແຮງການໂຄສະນາ, ເຜີຍແຜ່ໃຫ້ແກ່ໂຄງການ ເຄື່ອງໝາຍການຄ້າແຫ່ງຊາດ. ທີສອງ ພວກຂ້າພະເຈົ້າ ຈະເຊື່ອມຕໍ່ກັບລະບົບບັນດາອົງການການຄ້າຢູ່ຕ່າງປະເທດ, ເຊື່ອມຕໍ່ບັນດາວິສາຫະກິດ ຫວຽດນາມ ກັບບັນດາວິສາຫະກິດຢູ່ປະເທດປະຈຳຖິ່ນ ເພື່ອສາມາດໂຄສະນາຜະລິດຕະພັນຂອງ ຫວຽດນາມ, ຮູບພາບວິສາຫະກິດ ຫວຽດນາມ ກໍ່ຄືພາບພົດປະເທດ ຫວຽດນາມ.

ດ້ວຍຄວາມມານະພະຍາຍາມຂອງບັນດາວິສາຫະກິດ ກໍຄືບັນດາກະຊວງ, ຂະແຫນງການກ່ຽວຂ້ອງ, ຈຳນວນເຄື່ອງໝາຍການຄ້າມີຊື່ສຽງຂອງຫວຽດນາມ ພວມເພີ່ມຂຶ້ນສູງເທື່ອລະກ້າວໃນທຸກປີ. ນີ້ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ ເຄື່ອງໝາຍການຄ້າແຫ່ງຊາດ ນັບມື້ນັບມີກາລະໂອກາດບືນຕົວຂຶ້ນ ໄປທັດທຽມກັບບັນດາເຄື່ອງໝາຍການຄ້າແຫ່ງຊາດຂອງບັນດາປະເທດອື່ນໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ