NTQ Solutions: ບໍ​ລິ​ສັດ​ພັດ​ທະ​ນ​າ​ການ​ບໍ​ລິ​ການ IT ທົ່ວ​ໂລກ

(VOVWORLD) - ການຫັນເປັນໂລກາພິວັດ” ແມ່ນເປົ້າໝາຍຂອງ NTQ Solutions ນັບແຕ່ມື້ສ້າງຕັ້ງ. ຍ້ອນມີຄວາມຕັ້ງໝັ້ນກັບເປົ້າໝາຍນັ້ນ, ເກືອບ 13 ປີຜ່ານມາ, NTQ Solutions ໄດ້ຈົດຊື່ໃນແຜນທີ່ເຕັກໂນໂລຢີດີຈີຕອນຂອງໂລກ, ປັດຈຸບັນ ໄດ້ມີໜ້າຢູ່ກວ່າ 20 ປະເທດ ແລະ ເຂດແຄວ້ນ ດ້ວຍ 7 ສາຂາໃນທົ່ວໂລກ. ບໍ່ພຽງແຕ່ບັນລຸໄດ້ຫຼາຍຜົນງານໃນການເຕີບໂຕເປັນໜ້າຊື່ນຊົມເທົ່ານັ້ນ, ຫາກ NTQ Solutions ຍັງເປັນໜຶ່ງໃນບັນດາແບບຢ່າງດີເດັ່ນກ່ຽວກັບວິສາຫະກິດເຕັກໂນໂລຢີ ຫວຽດນາມ ທີ່ປະສົບຜົນສຳເລັດຢູ່ຕະຫຼາດສາກົນ ອີກດ້ວຍ.
NTQ Solutions: ບໍ​ລິ​ສັດ​ພັດ​ທະ​ນ​າ​ການ​ບໍ​ລິ​ການ IT  ທົ່ວ​ໂລກ - ảnh 1NTQ Solutions ແລະ SB Technology ລົງນາມໃນສັນຍາຮ່ວມມື

ປີ 2011, ເມື່ອກະແສພັດທະນາແອັບຟຣີເຄຊັນ ໃນໂທລະສັບມືຖືພັດທະນາຢ່າງແຮງ, NTQ Solutions ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍນັກວິສະວະກອນ IT 5 ທ່ານ. ຈຸດເລີ່ມຕົ້ນຂອງ NTQ Solutions ແມ່ນຜະລິດອອກບັນດາຜະລິດຕະພັນຊອັບແວ, ຮັບໃຊ້ໃນຂົງເຂດຄຸ້ມຄອງບໍລິຫານໂຮງແຮມ, ພັດທະຄານ. ຕາມການເວລາ, ໄປຄຽງຄູ່ກັບການສ້າງບັນດາຜະລິດຕະພັນນັ້ນ, NTQ Solutions ກໍຄ່ອຍໆໄດ້ມຸ່ງໄປເຖິງການເຮັດການບໍລິການ outsourcing ຫຼື ການສົ່ງອອກ ຊັອບແວ.

ຍີ່ປຸ່ນ ແມ່ນຕະຫຼາດເປົ້າໝາຍທີ່ NTQ Solutions ໄດ້ກຳນົດແຕ່ຫົວທີ ແລ້ວຫຼັງຈາກນັ້ນຈະສາມາດຂະຫຍາຍອອກໄປຍັງບັນດາຕະຫຼາດອື່ນ. ທ່ານ ຟ້າມຖາຍເຊີນ, ປະທານບໍລິສັດ NTQ Solutions ໃຫ້ຮູ້ວ່າ:

“ຕະຫຼາດຍີ່ປຸ່ນ ແລະ ຫວຽດນາມ ມີຫຼາຍຈຸດທີ່ຄ້າຍຄືກັນ. ຕະຫຼາດ ຍີ່ປຸ່ນ ມີຄວາມຕ້ອງການຫັນເປັນດີຈີຕອນ, ມີຄວາມຕ້ອງການກ່ຽວກັບ IT Service ເປັນຈຳນວນຫຼາຍ, ເໝາະສົມກັບບັນດາວິສາຫະກິດ ຫວຽດນາມ ທີ່ສຸດ. ໄປຄຽງຄູ່ກັນນັ້ນ, ຕະຫຼາດ ຍີ່ປຸ່ນ ກໍ່ມີວິທີຜັນຂະຫຍາຍວຽກງານຢ່າງມີແບບມີແຜນ ເຮັດໃຫ້ບັນດາວິສາຫະກິດ ຫວຽດນາມ ສາມາດເຂົ້າເຖິງວຽກງານໄດ້ຢ່າງສະດວກສະບາຍ.

NTQ Solutions: ບໍ​ລິ​ສັດ​ພັດ​ທະ​ນ​າ​ການ​ບໍ​ລິ​ການ IT  ທົ່ວ​ໂລກ - ảnh 2ທ່ານ ຟ້າມຖາຍເຊີນ, ປະທານບໍລິສັດ NTQ Solutions 

ໂດຍຮຽນຮູ້ຍຸດທະສາດພັດທະນາອອກສູ່ຕະຫຼາດຕ່າງປະເທດຈາກບັນດາບໍລິສັດໃຫຍ່ໃນໂລກ, ຈາກຕະຫຼາດ ຍີ່ປຸ່ນ ຢ່າງບໍ່ຢຸດຢັ້ງ, ວິສາຫະກິດ ຫວຽດນາມ ແຫ່ງນີ້ ກໍຄ່ອຍໆເປີດກວ້າງຕະຫຼາດໃໝ່, ບໍ່ພຽງແຕ່ຢູ່ບັນດາປະເທດທີ່ມີພື້ນຖານວັດທະນະທຳທີ່ຄ້າຍຄືກັນກັບ ຫວຽດນາມ ເທົ່ານັ້ນ, ຫາກນັບທັງບັນດາປະເທດທີ່ມີພື້ນຖານວັດທະນະທຳທີ່ແຕກຕ່າງກັນກັບ ຫວຽດນາມ, ມີມາດຕະຖານເຕັກໂນໂລຢີສູງຄື ອາເມລິກາ, ເຢຍລະມັນ, ສ.ເກົາຫຼີ, ຮົ່ງກົງ (ຈີນ). ໃນລະບົບມູນຄ່າສົ່ງອອກຊອັບແວ, ການບໍລິການ IT, NTQ Solutions ສາມາດຮັບດຳເນີນບັນດາວຽກງານທີ່ສ້າງມູນຄ່າສູງເຊັ່ນ ໃຫ້ຄຳປຶກສາ, ອອກແບບລະບົບ, ເຄື່ອນໄຫວບັນຊາ ແລະ ຫັນປ່ຽນ..., ຫາກບໍ່ພຽງແຕ່ຮັບການບໍລິການຜະລິດຊອັບແວທີ່ງ່າຍດາຍຢ່າງດຽວເທົ່ານັ້ນ.

ນັບແຕ່ບາດກ້າວທຳອິດໃນວິວັດທະນາການ “Go Global” (ເດີນທາງອອກສູ່ໂລກ), CEO NTQ Solutions ທ່ານ ຟ້າມຖາຍເຊີນ ໄດ້ກຳນົດຄຸນນະພາບຜະລິດຕະພັນ, ການບໍລິການຕ້ອງບັນລຸມາດຕະຖານທົ່ວໂລກ ແລະ ມີລະດັບສາກົນ ພ້ອມດ້ວຍຖັນແຖວບຸກຄະລາກອນທີ່ເປັນມືອາຊີບ:

“ທຳອິດ, ຕ້ອງເລືອກເອົາບັນດາຜະລິດຕະພັນການບໍລິການທີ່ເໝາະສົມ ເພື່ອຈຳໜ່າຍສະໜອງໃຫ້ບັນດາຕະຫຼາດຕ່າງປະເທດ, ເພາະວ່າ ຖ້າຜະລິດຕະພັນການບໍລິການ ບໍ່ມີດີເທົ່າທີ່ຄວນ, ເທື່ອໜ້າແມ່ນຍາກທີ່ຈະມີໂອກາດຈຳໜ່າຍຢູ່ຕະຫຼາດເຫຼົ່ານັ້ນອີກ. ທີສອງແມ່ນ, ຕ້ອງຄັດເລືອກບຸກຄະລາກອນທີ່ເໝາະສົມ, ຕ້ອງມີແຜນການການເງິນໃຊ້ໃນເວລາຍາວນານຢ່າງພຽງພໍເພື່ອສາມາດຊຸກຍູ້ບັນດາການເຄື່ອນໄຫວໄດ້ຢ່າງທົນທານ ແລະ ຕ້ອງມີເວລາສຶກສາຕະຫຼາດ, ທຳຄວາມເຂົ້າໃຈກ່ຽວກັບຄວາມຕ້ອງການຂອງລູກຄ້າຂອງຕະຫຼາດເຫຼົ່ານັ້ນ, ຈາກນັ້ນ ກໍອອກແບບ ແລະ ຍົກລະດັບການບໍລິການຂອງຕົນຂຶ້ນເທື່ອລະກ້າວ”.

ເດືອນ ເມສາ ຜ່ານມາ, NTQ Solutions ແລະ SB Technology, ບໍລິສັດຂຶ້ນກັບ SoftBank Corp (ເຊິ່ງເປັນວິສາຫະກິດນອນໃນ Top 3 ກ່ຽວກັບເຕັກໂນໂລຢີ ແລະ ໂທລະຄົມມະນາຄົມຢູ່ ຍີ່ປຸ່ນ) ຫາກໍເຊັນສັນຍາຮ່ວມມືສ້າງຕັ້ງສູນພັດທະນາເຕັກໂນໂລຢີ ຢູ່ ຫວຽດນາມ. ເປົ້າໝາຍໃນໄລຍະ 3 ປີ ຈະມາເຖິງ ຈະແມ່ນບ່ອນເຕົ້າໂຮມບຸກຄະລາກອນເຕັກໂນໂລຢີທີ່ມີຄຸນນະພາບສູງ ກວ່າ 300 ຄົນ, ສ້າງປະຖົມປັດໄຈເພື່ອມຸ່ງໄປເຖິງການບັນລຸຄາດໝາຍມີຈຳນວນບຸກຄະລາກອນ 1.000 ຄົນ ໃນໄລຍະພັດທະນາຕໍ່ໄປ, ຜ່ານນັ້ນ ກໍກາຍເປັນໜຶ່ງໃນບັນດາສູນພັດທະນາທີ່ມີຂອບຂະໜາດໃຫຍ່ສຸດຂອງ ຫວຽດນາມ ແລະ ພາກພື້ນ. ເມື່ອສະແດງຄວາມເຊື່ອໝັ້ນ ແລະ ຕີລາຄາສູງຄູ່ຮ່ວມມື NTQ Solutions, ທ່ານ Shinichi Ata, CEO SB Technology ໃຫ້ຮູ້ວ່າ:

“SB Technology ເອີ້ນບັນດາບໍລິສັດຮ່ວມມືພ້ອມກັບຕົນເອງວ່າເປັນຄູ່ຮ່ວມມື ແລະ NTQ Solutions ແມ່ນຄູ່ຮ່ວມມືທີ່ສຳຄັນໃນລະບົບຂອງພວກຂ້າພະເຈົ້າ. NTQ Solutions ມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຢ່າງເຂັ້ມແຂງ ດ້ວຍຄຸນນະພາບແຫຼ່ງຊັບພະຍາກອນມະນຸດທີ່ຫຼາກຫຼາຍ, ມີວິຊາສະເພາະສູງ, ວ່ອງໄວໄຫວພິບ ແລະ ມີຄວາມພ້ອມໝູນໃຊ້ເຕັກໂນໂລຢີໃໝ່. ພວກຂ້າພະເຈົ້າຮ່ວມມືກັບ NTQ Solutions ບົນຈິດໃຈ “Doshin” (ຮ່ວມເດີນທາງນຳກັນດ້ວຍສາຍພົວພັນທີ່ໄວ້ເນື້ອເຊື່ອໃຈ). ນີ້ແມ່ນຈິດໃຈຮ່ວມມືຫຼັກແຫຼ່ງ ເພື່ອໃຫ້ສອງຝ່າຍພ້ອມກັນບືນຕົວຂຶ້ນ ບັນລຸໄດ້ຈຸດໝາຍປາຍທາງທີ່ຕົນໄດ້ວາງອອກ”.

ຈາກສັນຍາສາກົນສະບັບທຳອິດ ທີ່ນຳມາເຊິ່ງລາຍຮັບພຽງແຕ່ 0,01 USD, ມາຮອດປັດຈຸບັນ, NTQ Solutions ໄດ້ມີຫຼາຍໂຄງການທີ່ມີຂອບຂະໜາດນັບລ້ານໂດລາສະຫະລັດ, ພິຊິດໄດ້ ກວ່າ 700 ລູກຄ້າໃນທົ່ວໂລກ, ໃນນັ້ນ ມີຫຼາຍວິສາຫະກິດ ແມ່ນມີຊື່ສຽງຮຽງນາມ ແລະ ອາຍຸຫຼາຍ ໃນຕະຫຼາດ ເຊັ່ນ AIA, Swiss Re Group, MBAgea...., ແລະ ກາຍເປັນຄູ່ຮ່ວມມືເຕັກໂນໂລຢີຢູ່ກວ່າ 20 ປະເທດ. ຍອດລາຍຮັບໃນປີ 2023 ບັນລຸປະມານ 28 ລ້ານ USD, ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີກ່ອນ. ບໍ່ພຽງແຕ່ບັນລຸໄດ້ບັນດາຜົນງານການເຕີບໂຕທີ່ໜ້າຊື່ນຊົມເທົ່ານັ້ນ, NTQ Solutions ຍັງເຂົ້າຮ່ວມບັນດາໂຄງການໃຫ້ຄຳປຶກສາຍຸດທະສາດທາງດ້ານເຕັກໂນໂລຢີໃຫ້ແກ່ບັນດາວິສາຫະກິດໃຫຍ່ທົ່ວໂລກ, ເຊິ່ງໜຶ່ງໃນບັນດາຂັ້ນຕອນທີ່ໄດ້ຮັບການຕີລາຄາວ່າສູງທີ່ສຸດໃນວິທີການຈັດແບ່ງຊັ້ນການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ. ວິສາຫະກິດແຫ່ງນີ້ ພວມມຸ່ງໄປເຖິງເປົ້າໝາຍນອນໃນ ກຸ່ມ 5 ວິສາຫະກິດ IT ແຖວໜ້າຂອງ ຫວຽດນາມ ດ້ວຍລາຍຮັບບັນລຸປະມານ 100 ລ້ານ USD ໃນປີ 2026./.

ຕອບກັບ

ຂ່າວ/ບົດ​ອື່ນ