ໄຂງານບຸນກາເຟບວນມາທວດ:ເຊີດຊູກາເຟຫວຽດນາມ

ໄຂງານບຸນກາເຟບວນມາທວດ:ເຊີດຊູກາເຟຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) – ງານ​ບຸນ​ກາ​ເຟ ບວນ​ມ​າທວດ ຄັ້ງ​ທີ 5 ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 9/3 ຢູ່​ນະ​ຄອນ ບວນ​ມ​າທວດ, ແຂວງ ດັກ​ລັກ. ທ່ານ ດິງວັນ​ຄຽດ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ດັກ​ລັກ, ໃຫ້​ຮູ້​ວ່າ: ງານ​ບຸນ​ກາ​ເຟ ບວນ​ມາ​ທວດ, ​ທີ່ດຳ​ເນີນ​ໄປ​ໃນ​ລະ​ຫວ່າງວັນ​ທີ 9 – 12/3/2015, ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນ​ໄຊ​ຊະ​ນະ ບວນ​​ມາ​ທວດ, ປົດ​ປ່ອຍ​ແຂວງ ດັກ​ລັກ, ເປີດ​ສາກ​ໃຫ້​ບັ້ນ​ຮົບ ໂຮ່​ຈີ​ມິນ 1975 ປົດ​ປ່ອຍ ໄຊ​ງ່ອນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ພ້ອມ​ທັ​ງ​ເປັນ​ການ​ສະ​ເຫຼີມ​ສະຫຼອງ 110 ປີ​ແຫ່ງວັນ​ສ້າງ​ຕັ້ງ​ ແລະ ພັດ​ທະ​ນາ​ນະ​ຄອນ ບວນ​ມາ​ທວດ ແລະ ເຊ​ີດ​ຊູ 100 ປີ​ແຫ່ງວັນ​ຕົ້ນ​ກາ​ເຟ ​ປະ​ກົດ​ຢູ່​ເຂດນີ້. ທ່ານ ດິງວັນ​ຄຽດ, ໃຫ້​ຮູ້​ວ່າ: ຜ່ານ​ກາ​ນ​ຈັດ​ຕັ້ງ​ງານ​ບຸນ​ຄັ້ງຕ່າງໆ, ແຂວງ ດັກ​ລັກ ປາດ​ຖະ​ໜາ​ຢາກ​ເຊີດ​ຊູ​ເຄື່ອງ​ໝາຍ​ການ​ຄ້າ ກາ​ເຟ ຫວຽດ​ນາມ ກັບ​ຕະຫຼາດ​ໂລກ, ພ້ອມ​ທັງ​ເປີດກ​້​ວາງ ແລະ ພັດ​ທະ​ນາ​ການ​ຮ່ວມ​ມື, ພົວ​ພັນ​ແລກ​ປ່ຽນ​ການ​ຄ້າໃນ​ການ​ຜະ​ລິດ​ປຸງ​ແຕ່ງ ແລະ ສົ່ງ​ອອກ:

        “ງານ​ບຸນ​ຄັ້ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ, ແມ່ນການ​ຕິດ​ພັນ​​ກັບບັນ​ດາ​ງານ​ບຸນ​ໃຫຍ່​ຂອງ​ປະ​ເທດ​ຊາດ ກໍ່​ຄື​ທ້ອງ​ຖິ່ນ, ຈຸດ​ປະ​ສົງ​​ແມ່ນສືບ​ຕໍ່​ເຊີດ​ຊູ​ກາ​ເຟ ​ໃຫ້ແຜ່​ຂະ​ຫຍາຍ ກວມ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃນ​ໂຄງ​ປະ​ກອບ​ຜົນ​ລະ​ປູກຂອງ​ເຂດ ໄຕ​ງວຽນ​ນີ້, ນຳ​ມາ​ເຊິ່ງ​ຄວາມ​ອີ່ມ​ໜຳ​ສຳ​ລານ ໃຫ້​ແກ່​ປະ​ຊ​າ​ຊົນ. ພ້ອມ​ທັງ​ໂຄ​ສະ​ນາ​ພາບ​ພົດ ບວນ​ມ​າ​ທວດ, ແຂວງ ດັກ​ລັກ, ​ເຊິ່ງ​ແມ່ນເຂດ​ດິນ​ແດນ​ທີ່ເຕັມ​ໄປ​ດ້ວຍ​ສີ​ສັນ​ວັ​ດ​ທະ​ນະ​ທຳ, ເຊີດ​ຊູ​ຜູ້​ປູກ​ກາ​ເຟ, ເຊີດ​ຊູ​ທ່າ​ແຮງ​ຂອງ​ເຂ​ດດິນ bazan ທີ່​ອຸ​ດົມ​ສົມ​ບູນນີ້.”


ຂ່າວ/ບົດ​ອື່ນ