ບັນດາການເຄື່ອນໄຫວມ່ວນຊື່ນບຸນວັນເພັງເດືອນ8ໃຫ້ເດັກນ້ອຍໄດ້ຈັດຕັ້ງຢູ່ແຂວງບັກກ້ານ

(vovworld) - ວັນ​ທີ 12/09 ສະພາກາ​ແດງ​ແຂວງ​ສົມທົບ​ກັບ​ສະ​ໂມ​ສອນ ທ້ຽນ​ເຕີມ ຮ່າ​ໂນ້ຍ ຈັດ​ຕັ້ງ​ບຸນວັນ​ເພັງ​ເດືອນ 8 ​ໃຫ້​ພວກ​ນ້ອງ​ນັກຮຽນ​ຂອງ​ສູນ​ສຶກສາ​ເດັກ​ພິການ, ຕາໜ່າງກຸ້ມ​ຕົນ​ເອງ​ ແລະ ມີ​ຄວາມ​ຫວັງ​ແຂວງ ບັກ​ກ້ານ, ສູນ​ບຳລຸງ​ສຸຂະພາບ​ຜູ້​ມີ​ຄຸນ​ງາມຄວາມ​ດີ ​ແລະ ໜູນ​ຊ່ວນສັງຄົມ​ແຂວງ. ກ້ວຍ​ຫົວ​ຂໍ້​ວ່າ: “​ແສງ​ພະຈັນ​ແຫ່ງ​ຄວາມ​ຮັກ”, ພິທີ​ແມ່ນ​ກາລະ​ໂອກາດ ​ເພື່ອ​ໃຫ້​ພວກ​ນ້ອງ​ນັກຮຽນ​ຂອງ 3 ​ອົງການ​ມີ​ໂອກາດ​ໄດ້​ຫຼີ້ນບຸນວັນ​ເພັງ​ເດືອນ 8, ​ເຊື່ອ​ມຕົວ​ກັນ. ຂອງຂວັນ 130 ພຸດ​ໄດ​້ມອບ​ໃຫ້​ພວກ​ນ້​ອງນັກຮຽນ. ​ເນື່ອງ​ໃນ​ໂອກາດ​ນີ້, ພວກ​ນ້ອງ​ນັກຮຽນ ກໍ່​ໄດ້​ຮັບ​ຂອງຂວັນ​ບຸນວັນ​ເພັງ​ເດືອນ 8 ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແລະ ພະ​​ແນ​ກ ການສຶກສາ ​ແລະ ບຳລຸງ​ສ້າງ

        ກ່ອນ​ໜ້າ​ນັ້ນ ນັບ​ແຕ່​ກາງ​ເດືອນ 8, ຄະນະ​ກຳມະການ​ປະຊາຊົນ​ແຂວງ ບັກ​ກ້ານ ​ໄດ້​ມີ​ເອກະສານ​ຊີ້​ນຳ​ກ່ຽວ​ກັບ​ການຈັດ​ຕັ້ງ​ບຸນວັນ​ເພັງ​ເດືອນ 8 ​ໃຫ້​ເດັກນ້ອຍ​ປີ 2016.

ຂ່າວ/ບົດ​ອື່ນ