ມີຜູ້ໄດ້ຮັບການປິ່ນປົວຫາຍດີໃນ​ວັນ​ທີ 25 ສິງ​ຫາ ແມ່ນກວ່າ 12.700 ຄົນ

(VOVWORLD) -ໄລ່ຮອດຕອນບ່າຍວັນທີ 25 ສິງຫາ, ທົ່ວປະເທດ ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນໄດ້ 254.635.420 ໂດສ.
ມີຜູ້ໄດ້ຮັບການປິ່ນປົວຫາຍດີໃນ​ວັນ​ທີ 25 ສິງ​ຫາ ແມ່ນກວ່າ 12.700 ຄົນ - ảnh 1(ພາບປະກອບ: VOV)

ວັນທີ 25 ສິງຫາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມມີຜູ້ຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ ກວ່າ 3.300 ຄົນ.  ມີຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນກວ່າ 12.7000 ຄົນ.  ດັ່ງນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ ກ່ວາ 11,3 ລ້ານຄົນ, ແລະ ຜູ້ໄດ້ປິ່ນປົວຫາຍດີທັງໝົດ ກວ່າ 10,1 ລ້ານຄົນ. 

ໄລ່ຮອດຕອນບ່າຍວັນທີ 25 ສິງຫາ, ທົ່ວປະເທດ ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນໄດ້ 254.635.420 ໂດສ. 

ຕອບກັບ

ຂ່າວ/ບົດ​ອື່ນ