ສະ​ພາບ​ການ​ໂລກລະບາດ​ໂຄ​ວິດ - 19 ຢູ່ ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 30 ມີນາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໄວຣັດ  SARS-CoV-2 ຕື່ມອີກ 6 ຄົນ

ຄົນເຈັບເລົ່ານີ້ ລ້ວນແຕ່ແມ່ນພະນັກງານຂອງບໍລິສັດ ເຈື່ອງຊິງ ເຊິ່ງເປັນຫົວໜ່ວຍສະໜອງການບໍລິການໃຫ້ແກ່ໂຮງໝໍແບກໝາຍ, ອັນໄດ້ຍົກຈໍານວນຜູ້ຕິດໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ຂຶ້ນເປັນ 194 ຄົນ. ປັດຈຸບັນ, ເຂົາເຈົ້າກໍາລັງໄດ້ຮັບການແຍກຕົວ ແລະ  ປິ່ນປົວຢູ່ໂຮງໝໍ.

ຕາມແຫຼ່ງຂ່າວຈາກອະນຸກໍາມະການປິ່ນປົວຂອງ ຄະນະຊີ້ນໍາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດແລ້ວ, ນອກຈາກຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 04 ຄົນ ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍໃນຕອນບ່າຍວັນທີ 29 ມີນາ ແລ້ວນັ້ນ, ຍັງມີຜູ້ຕິດເຊື້ອຄົນອື່ນໆອີກ 53 ຄົນ ທີ່ມີຜົນກວດເປັນລົບກັບເຊື້ອໄວຣັດ SARS-CoV-2 ແຕ່ 2 ຫາ 4 ເທື່ອ. ຄາດວ່າ ວັນທີ 30 ມີນາ ຈະມີຜູ້ຕິດເຊື້ອ 10 ຄົນຫາຍດີເປັນປົກກະຕິ ແລະ ອອກໂຮງໝໍ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ