ສະພາບການໂລກລະບາດໂຄວິດ-19 ຢູ່​ໃນໂລກ

(VOVWORLD) -ນັບແຕ່ເວລາ 1 ໂມງຂອງວັນທີ 15 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 240 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 4,9 ລ້ານຄົນ.
ສະພາບການໂລກລະບາດໂຄວິດ-19 ຢູ່​ໃນໂລກ - ảnh 1(ພາບປະກອບ: AFP/TTXVN)

ສ່ວນຢູ່ໃນໂລກຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 15 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 240 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 4,9 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດໃນໂລກ ດ້ວຍຜູ້ຕິດເຊື້ອກວ່າ 45,5 ລ້ານຄົນ, ໃນນັ້ນເສຍຊີວິດເກືອບ 740.000 ຄົນ.

        ໃນສະພາບທີ່ອັດຕາການສັກວັກຊິນເພີ່ມຂຶ້ນ, ພ້ອມທັງຢັ້ງຢືນວ່າ ບໍ່ສາມາດຈຳກັດດັບມອດໂລກລະບາດໃຫ້ໝົດໄປໃນເວລາອັນສັ້ນນັ້ນ, ປະຈຸບັນບັນດາປະເທດເກືອບທັງໝົດໃນໂລກລ້ວນແຕ່ໄດ້ ແລະ ພວມຄ່ອຍຫັນໄປສູ່ຍຸດທະສາດດຳລົງຊີວິດຢູ່ຮ່ວມກັບໂລກລະບາດໂຄວິດ-19 ຢ່າງປອດໄພ ເພື່ອແນໃສ່ຟື້ນຟູພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ