ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 69.128 ຄົນ

(VOVWORLD) -ວັນທີ 24 ກຸມພາ, ຈຳນວນສັກວັກຊິນກັນໂຄວິດ-19 ໃນທົ່ວປະເທດເກືອບ 192,7 ລ້ານໂດສ, ໃນນັ້ນ ວັນທີ 23 ກຸມພາແມ່ນ 273.851 ໂດສ.
ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 69.128 ຄົນ - ảnh 1(ພາບປະກອບ)

ນັບແຕ່ເວລາ 18 ໂມງຂອງວັນທີ 23 ກຸມພາຫາເວລາ 18 ໂມງຂອງວັນທີ 24 ກຸມພາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 69.128 ຄົນ, ໃນນັ້ນມີຜູ້ກັບມາຈາກຕ່າງປະເທດ 9 ຄົນ ແລະ ຢູ່ພາຍໃນປະເທດ 69.199 ຄົນ (ເພີ່ມຂຶ້ນ 8,781 ຄົນເມື່ອທຽບໃສ່ມືກ່ອນນັ້ນ) ຢູ່ 62 ແຂວງ, ນະຄອນ.

ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນວັນດຽວກັນແມ່ນ: 19.062 ຄົນ, ອັນໄດ້ຍົກຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຂຶ້ນເປັນ 2.339.784 ຄົນ. ຈຳນວນຜູ້ເສຍຊິວິດໃນວັນດຽວກັນແມ່ນ 111 ຄົນ.

ໄລ່ຮອດເວລາ 13 ໂມງຂອງວັນທີ 24 ກຸມພາ, ຈຳນວນສັກວັກຊິນກັນໂຄວິດ-19 ໃນທົ່ວປະເທດເກືອບ 192,7 ລ້ານໂດສ, ໃນນັ້ນ ວັນທີ 23 ກຸມພາແມ່ນ 273.851 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ