ລາຍການຂົນຂວາຍຊ່ວຍເຫຼືອ ປະຊາຊົນກູບາ ໄດ້ສິ້ນສຸດໃນເວລາ 24 ໂມງ ໃນວັນທີ 16 ຕຸລາ ດ້ວຍໝາກຜົນເປັນໜ້າຊື່ນຊົມ (ພາບ: ສູນກາງສະພາກາແດງ ຫວຽດນາມ)

ໄລ່ຮອດ ເວລາ 20 ໂມງ ຂອງວັນທີ 16 ຕຸລາ, ມື້ສຸດທ້າຍຂອງລາຍການຂົນຂວາຍຊ່ວຍເຫຼືອ ປະຊາຊົນກູບາ ດ້ວຍຫົວຂໍ້ ‘’ 65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ’’, ສູນກາງສະພາກາແດງຫວຽດນາມ ໄດ້ຮັບ ຈຳນວນເງິນ 555,8 ຕື້ດົ້ງ (ປະມານກວ່າ 21 ລ້ານ USD). ຜົນໄດ້ຮັບດັ່ງກ່າວສະແດງໃຫ້ເຫັນ ເຖິງນໍ້າໃຈສາມັກຄີ, ມິດຕະພາບ ແລະ ນໍ້າໃຈຮັກແພງອັນບໍລິສຸດຜຸດຜ່ອງຢ່າງເລິກເຊິ່ງຂອງປະຊາຊົນ ຫວຽດນາມ ມອບໃຫ້ປະຊາຊົນ ກູບາ.

ລາຍການຂົນຂວາຍຊ່ວຍເຫຼືອ ປະຊາຊົນກູບາ ດ້ວຍຫົວຂໍ້ ‘’ 65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ’’ ໄດ້ຈັດຂຶ້ນເປັນເວລາ 65 ວັນ, ແຕ່ວັນທີ 13/08 – 16/10, ດ້ວຍເປົ້າໝາຍລະດົມໃຫ້ໄດ້ຢ່າງໜ້ອຍຕໍ່າສຸດ 65 ຕື້ດົ້ງ (ປະມານກວ່າ 2,4 ລ້ານ USD) ເພື່ອຊ່ວຍເຫຼືອປະຊາຊົນ ກູບາ ຜ່ານຜ່າຄວາມຫຍຸ້ງຍາກລຳບາກ. ຫຼັງຈາກພິທີປຸກລະດົມລະດັບຊາດ ໃນວັນທີ 13 ສິງຫາ. ລາຍການຂົນຂວາຍໄດ້ຮັບການຕອບສະໜອງຢ່າງກວ້າງຂວາງ ຈາກປະຊາຊົນທຸກຊັ້ນວັນນະ. ຜ່ານບັນດາຊ່ອງທາງຂົນຂວາຍອອນໄລ, ລາຍການບັນລຸໄດ້ເປົ້າໝາຍລະດົມທຶນຢ່າງໜ້ອຍຕ່ຳສຸດ 65 ຕື້ດົ້ງ ໃນເວລາພຽງແຕ່ 30 ຊົ່ວໂມງ. ປີ 2025 ແມ່ນຄົບຮອບ 65 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ ຫວຽດນາມ-ກູບາ (1960-2025). ລາຍການ ‘’65 ປີ ນໍ້າໃຈຄວາມຮັກແພງ ຫວຽດນາມ-ກູບາ’’ ແມ່ນໂອກາດເພື່ອໃຫ້ປະຊາຊົນ ຫວຽດນາມ ສະແດງຄວາມເຄົາລົບ, ນ້ຳໃຈຮັກແພງອັນບໍລິສຸດຜຸດຜ່ອງ ກັບປະຊາຊົນ ກູບາ; ພ້ອມກັນນັ້ນກໍຍັງເປັນໂອກາດຮັດແໜ້ນ ນ້ຳໃຈມິດຕະພາບອັນເປັນມູນເຊື້ອ, ປະກອບສ່ວນປັບປຸງສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງໃຫ້ຫຼາຍກວ່າອີກ.