​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ເກີດ​ວັນ​ທີ 10 ກໍ​ລະ​ກົດ 1957. ບ້ານ​ເກີດ: ຕາ​ແສງ ເຫງ້ຍ​ຈຸ, ແຂວງ​ຮຶງ​ອຽນ

ທ່ານ​​ເປັນ​ກຳ​ມະ​ການ​ສູນ​ກາງ​ພັກ 4 ຊຸດ​ຢ່າງ​ຕໍ່​ເນື່ອງ, ແຕ່​ຊຸດ​ທີ XI ຫາ ຊຸດ​ທີ XIV, ເປັນ​ກຳ​ມະ​ການ​ກົມ​ການ​ເມືອງ 3 ຊຸດ​ແຕ່​ຊຸດ​ທີ XII ຫາ ຊຸດ​ທີ XIV, ສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ 3 ຊຸດ​ແຕ່​ຊຸດ​ທີ XIV ຫາ​ຊຸດ​ທີ XVI.

ພາຍຫຼັງ​ຮຽນ​ຈົບ​ໂຮງ​ຮຽນ​ຕຳຫຼວດ​ສູນ​ກາງ, ເປັນ​ຈຸ​ບັນ​ແມ່ນສະ​ຖາ​ບັນ​ຄວາມ​ໝັ້ນ​ຄົງ​ປະ​ຊາ​ຊົນ, ທ່ານ​ເຮັດ​ວຽກ​ຢູ່​ກົມ​ປ້ອງ​ກັນ​ການ​ເມືອງ 1, ຫຼັງ​ຈາກ​ນັ້ນ​ດຳ​ລົງ​ບັນ​ດາ​ຕຳ​ແໜ່ງ​ຄື: ຮອງ​ຫົວ​ໜ້າ​ກົມ​ປົກ​ປ້ອງ​ການ​ເມືອງ 1, ຫົວ​ໜ້າ​ກົມ​ປົກ​ປ້ອງ​ການ​ເມືອງ 3, ​ກົມ​ໃຫຍ່​​ປ້ອງ​ກັນ​ຄວາມ​ສະ​ຫງົບ. ປີ 2009, ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຫົວ​ໜ້າ​ກົມ​ໃຫຍ່​ປ້ອງ​ກັນ​ຄວາມ​ສະ​ຫງົບ 1.

ກ່ອນ​ທີ່​ຈະ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ແຕ່​ເດືອນ​ເມ​ສາປີ 2016, ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຮອງ​ລັດ​ຖະ​ມົນ​ຕີ​ເປັນ​ເວ​ລາ 6 ປີ.

ຕົ້ນ​ປີ 2019, ທ່ານ​ໄດ້​ເລື່ອນ​ຊັ້ນ​ຂຶ້ນ​ເປັນ​ພົນ​ເອກ.

ເດືອນ​ພຶດ​ສະ​ພາ​ປີ​ 2024, ສະ​ພາ​ແຫ່ງ​ຊາດ​ໄດ້​ເລືອກ​ເອົາ​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ, ຫຼັງ​ຈາກ​ນັ້ນ 3 ເດືອນ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII ເລືອກ​ຕັ້ງ​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ. ທ່ານ​ດຳ​ລົງ​ສອງ​ຕຳ​ແໜ່ງ​ໃນ​ໄລ​ຍະ​ສັ້ນ, ຫຼັງ​ຈາກ​ນັ້ນ​ດຳ​ລົງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່​ແຕ່​ເດືອນ ຕຸ​ລາ 2024 ມາ​ຮອດ​ປັດ​ຈຸ​ບັນ.

ເວ​ລາ​ຜ່ານ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ກັບ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ ໄດ້​ຊີ້​ນຳ​ນຳ​ພາ, ປະ​ກາດ​ໃຊ້ຫຼາຍ​ນະ​ໂຍ​ບາຍ​ຊີ້​ຂາດ​ໃຫຍ່, ວາງ​ເປົ້າ​ໝາຍ​ຮອດ​ປີ 2030 ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ ມີ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ, ມີ​ລາຍ​ຮັບ​ປານ​ກາງ​ສູງ; ຮອດ​ປີ 2045 ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາ​ຍ​ຮັບ​ສູງ.