ວັນ​ທີ 6 ເມ​ສາ, ກອງ​ທັບ ນີ​ເຈ ໃຫ້​ຮູ້​ວ່າ​ໄດ້​ກອບ​ກູ້​ສຳ​ເລັດ ສາ​ສະ​ນິກ​ກະ​ຊົນ​ສາ​ສະ​ໜາ​ເຢ​ຊູ 31 ຄົນ​ຖືກ​ລັກ​ພາ​ຕົວ​ໃນ​ເຫດ​ບຸກ​ໂຈມ​ຕີ​ໃນ​ວັນ​ບຸນ Easter ຢູ່​ລັດ Kaduna ໃນ​ວັນ​ທີ 5 ເມ​ສາ. ຕາມ​ແຈ້ງ​ການ​ຂອງກອງ​ທັບ, ເຫດ​ການ​ເກີດ​ຂຶ້ນ​ຢູ່​ໝູ່​ບ້ານ Ariko, ຫ່າງ​ຈາກ​ນະ​ຄອນຫຼວງ Abuja ທາງ​ທິດ​ເໜືອ ປະ​ມານ 100 ກີ​ໂລ​ແມັດ. ບັນ​ດາ​ມື​ປຶນ​ໄດ້​ປຸກ​ຈົມ​ຕີ ແລະ ລັກ​ພາ​ຕົວຫຼາຍ​ຄົນ​ທີ່​ເຂົ້າ​ຮ່ວມ​ພິ​ທີ​ກຳ. ກຳ​ລັງ​ກອງ​ທັບ​ໄດ້​ຜັນ​ຂະ​ຫຍາຍ​ບັ້ນ​ກອບ​ກູ້​ໂດຍ​ໄວ, ມີ​ການ​ປະ​ທະ​ກັນ​ໂດຍ​ກົງ​ກັບ​ບັນ​ດາ​ເປົ້​າ​ໝາຍ, ບັງ​ຄັບ​ກຸ່​ມ​ເປົ້າ​ໝາຍ​ນີ້​ຕ້ອງ​ຖອນ​ຕົວ ແລະ ປ່ອຍ​ຕົວ​ໃຫ້​ແກ່ ຕົວ​ປະ​ກັນ 31 ຄົນ. ກອງ​ທັບ​ໃຫ້​ຮູ້​ວ່າ​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 5 ຄົນ​ໃນ​ເຫດ​ດັ່ງ​ກ່າວ. ໃນ​ຂະ​ນະ​ນັ້ນ, ສື່ມວນ​ຊົນ​ທ້ອງ​ຖິ່ນ​ໄດ້​ລົງ​ຂ່າວ​ບັນ​ດາ​ມື​ປືນ​ອາດຈະບຸກ​ໂຈມຕີໂບດ ສາສະໜາກາໂຕລິກ ແລະ ໂບດໂປແຕສຕັງໃນ​ເວ​ລາ​ດຽວ​ກັນ ເຮັດ​ໃຫ້​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ອາດ​ຈະ​ເພີ່ມ​ຂຶ້ນ​ສູງກວ່າ​ຕົວ​ເລກ​ໄດ້​ຮັບ​ການ​ປະ​ກາດ.