ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ເປົ້າ​ໝາຍ​ພັດ​ທະ​ນາ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045 ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ​ຄຳ​ຮຽກ​ຮ້ອງ​ຕ້ອງ​​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ພັດ​ທະ​ນາ​ແກ້​ໄຂ​ແຫຼ່ງ​ກຳ​ລັງ, ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດໃຫ້​ສູງ​ສຸດ.

ສ້າງ​ດ້ວຍ​ລະ​ບົບ​ນິ​ຕິ​ບັນ​ຍັດ​ທັນ​ສະ​ໄໝ, ມີ​ຄວາມ​ເປັນ​ໄປ​ໄດ້ ແລະ ສ້າງ​ສາພັດ​ທະ​ນາ

ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລ້ວ, ສະ​ພາ​ແຫ່ງ​ຊາດ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ເຈດ​ຈຳ​ນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ແລະ ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ, ແມ່ນ​ບ່ອນ​ຕັດ​ສິນ​ບັນ​ດາ​ບັນ​ຫາ​ໃຫຍ່​ຂອງ​ປະ​ເທດ​ຊາດ, ແມ່ນ​ບ່ອນ​ຫັນ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ​​ເປັນ​ກົດ​ໝາຍ, ນະ​ໂຍ​ບາຍ ແລະ ກຳ​ລັງ​ແຮງ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ. ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຕ່​ລະ​ຄົນ ຍາມ​ໃດ​ກໍ​ຕ້ອງ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ວ່າ ຕົນ​ເອງ ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ໄວ້​ວາງໃຈ​​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເທົ່າ​ນັ້ນ ຫາກ​ຍັງ​​ຕ້ອງແບບ​ຫາບໜ້າ​ທີ່​ຕໍ່ຊາ​ຕາ​ກຳ​ຂອງ​ຊາດ, ຕໍ່​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຊົນ, ຕໍ່​ອະ​ນາ​ຄົດ​ໃຫ້​ຄົນ​ລຸ້ນ​ຫຼັງ​ອີກ​ດ້ວຍ. ຈາກ​ຈິດ​ໃຈ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ສຸມ​ໃສ່​ປະ​ຕິ​ບັດ 4 ໜ້າ​ທີ່​ໃຫຍ່​ໃຫ້​​ດີ​ທີ່​ສຸດ. ໃນ​ນັ້ນ, ໜ້າ​ທີ່​ທຳ​ອິດ​ແມ່ນ​ວຽກ​ງານ​ນິ​ຕິ​ບັນ​ຍັດ. ທ່ານ​ກ່າວ​ວ່າ:

“ທີ​ໜຶ່ງ​ແມ່ນ, ປ່ຽນ​ແປງ​ໃໝ່​ວຽກ​ງານ​ນິ​ຕິ​ບັນ​ຍັດ​ຢ່າງ​ແຮງ, ສ້າງ​​ລະ​ບົບ​ນິ​ຕິ​ບັນ​ຍັດ​ທີ່​ທັນ​ສະ​ໄໝ, ເປັນ​ເອ​ກະ​ພາບ, ໝັ້ນ​ຄົງ, ມີ​ຄວາມ​ເປັນ​ໄປ​ໄດ້ ແລະ ສ້າງ​ສາ​ພັດ​ທະ​ນາ​ໃຫ້​ໄດ້. ສະ​ພາ​ແຫ່ງ​ຊາດ​ຕ້ອງ​ສຸມ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ຫັນ ມະ​ຕິ​ຂອງ​ພັກເປັນ​ນ​ະ​ໂຍ​ບາຍ ແລະ ກົດ​ໝາຍ​ອັນ​ລະ​ອຽດ, ສ້າງຂອບ​ນິ​ຕິ​ກຳ​ອັນໝັ້ນ​ແກ່ນ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຢ່າງ​ມີ​ໄຊ. ລະ​ບົບ​ກົດ​ໝາຍ​ຕ້ອງ​ກາຍ​ເປັນ​ພື້ນ​ຖານ​ລະ​ບອບ​ລະ​ບຽບ​ການ​ຂອງ​ການ​ພັດ​ທະ​ນາ​ຢ່າງ​ແທ້​ຈິງ, ​ແມ່ນເຄື່ອງ​ມື​ເພື່​ອ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ສິດ​ພົນ​ລະ​ເມືອງ, ແມ່ນ​ກຳ​ລັງ​ໜູນ​ຊຸກ​ຍູ້​​ນະ​ວັດ​ຕະ​ກຳ, ປົດ​ປ່ອຍ​ກຳ​ລັງ​ຜະ​ລິດ,ເປີດ​​ບໍ​ລິ​ເວນພັດ​ທະ​ນາ​ໃໝ່​ໃຫ້​ແກ່​ປະ​ເທດ​”.

ສະ​ພາ​ແຫ່ງ​ຊາດ​ຕ້ອງ​ຊີ້​ນຳ​ວຽກ​ງານ​ສຳຫຼວດກວດ​ຄືນ​ທົ່ວລະ​ບົບ​ກົດ​ໝາຍ​, ປັບ​ປຸງ​ໂຄງ​ສ້າງລະ​ບົບ​ກົດ​ໝາຍ​ແຫ່ງ​ຊາດ​ໃຫ້​ສົມ​ບູນ​ແບບ, ​ຕ້ອງເຮັດ​ແນວ​ໃດ​ເພື່ອ​ໃຫ້​ກົດ​ໝາຍ​ທີ່​ໄດ້​ປະ​ກາດ​ໃຊ້​ກ້າວ ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ. ປະ​ຊາ​ຊົນ​ເຂົ້າ​ໃຈ​ໄດ້​ງ່າຍ, ວິ​ສາ​ຫະ​ກິດ​ປະ​ຕິ​ບັດ​ໄດ້​ງ່າຍ, ອົງ​ກາ​ນ​ລັດ​ໝູນ​ໃຊ້​ໄດ້​ງ່າຍ​.

“ພິ​ເສດ ຕ້ອງ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ສ້າງ​ກົດ​ໝາຍ​ຕາມ​ທິດ​ສ້າງ​ສາ​ພັດ​ທະ​ນາ​ໂດຍ​ພື້ນ​ຖານ. ກົດ​ໝາຍ​ບໍ່​ພຽງ​ແຕ່​ເພື່ອ​ຄຸ້ມ​ຄອງ​ສິ່ງ​ທີ່​ມີ​ຢູ່​ແລ້ວ​ເທົ່າ​ນັ້ນ ຫາກ​ຍັ​ງ​ຕ້ອງ​ເປ​ີດທາງ​ໃຫ້​ແກ່​ສິ່ງໃໝ່, ບໍ່​ພຽງ​ແຕ່​ດັດ​ປັບ​​ສະ​ພາບ​ການ​ຕົວ​ຈິງ​ໃນ​ປັດ​ຈຸ​ບັນ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ສ້າງ​ສາ​ອະ​ນາ​ຄົດ​ອີກ​ດ້ວຍ. ກົດ​ໝາຍ ບໍ່​ພຽງ​ແຕ່​ເປີດ​ທາງ​ເທົ່າ​ນັ້ນ ຫາ​ກ​ຍັງ​ຕ້ອງ​ສ້ອມ​ແປງ​ທາງ​ອີກ​ດ້ວຍ. ຕ້ອງ​ຫັນ​ຈາກ​ຈິນ​ຕະ​ນາ​ການ​ສ້າງ​ກົດ​ໝາຍ​ໃຫ້​ຄົບ ໄປ​ສູ່​ຈິນ​ຕະ​ນາ​ການ​ສ້າງ​ກົດ​ໝາຍ​ເພື່ອ​ພັດ​ທະ​ນາ; ຈາ​ກ​ກົດ​ໝາຍດີ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ໄປ​ສູ່​ກົດ​ໝາຍ​ທີ່​ດີ​ໃນການ​ດຳ​ລົງ​ຊີ​ວິດ”.​

ຍົກ​ລະ​ດັບ​ການ​ຕິດ​ຕາມກວດ​ກາ​ສູງ​ສຸດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຕາມ​ທິດ​ແທດ​ຈິງ ແລະ ແຫຼມ​ຄົມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຮຽກ​ຮ້ອງ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຍົກ​ລະ​ດັບ​ການ​ຕິດ​ຕາມກວດ​ກາໃຫ້​ສູງ​ສຸດ​ຕາມ​ທິດ​ແທດ​ຈິງ, ແຫຼມ​ຄົມ, ​ມີ​ຄວາມ​ຮັບ​ຜິດ​ຊອບ​. ການ​ຕິດ​ຕາມກວດ​ກາ​ຕ້ອງ​ກາຍ​ເປັນ​ເຄື່ອງ​ມື​ຍົກ​ສູງຜົນ​ສັກ​​ສິດ​, ປະ​ສິດ​ທິ​ຜົນ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ​ຢ່າງ​ແທ້​ຈິງ, ຕ້ອງ​ປະ​ກອບ​ສ່ວນ​ປັບ​ປຸງ​ໃຫ້​ຖືກ​ຕ້​ອງ, ເຮັ​ດ​ໃຫ້​ດີກວ່າ, ແກ້​ໄຂສິ່ງ​ທີ່​ຍັງ​ຄົງ​ຄ້າງ, ​ກ່າວ​ເຕືອນ​ຄວາມ​ສ່ຽງ​ໂດຍ​ໄວ ແລະ ຊຸກ​ຍູ້​ການ​ກະ​ທຳ​ໃຫ້​ໄດ້.

ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຊຸດ​ນີ້, ສຸມ​ໃສ່​ຕິດ​ຕາມກວດ​ກາ​ບັນ​ດາ​ບັນ​ຫາ​ໃຫຍ່, ບັນ​ດາ​ຂົງ​ເຂດ​ແກ່ນ​ສານ, ບັນ​ດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ການ​ພັດ​ທະ​ນາ, ບັນ​ດາ​ບັນ​ຫາ​ທີ່ຮີບ​ຮ້ອນ ເຊິ່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ​ມີ​ຄວາມ​ສົນ​ໃຈ; ພິ​ເສ​ດ​ແມ່ນ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃຫ​ຍ່​ຂອງ​ພັກ, ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ, ການ​ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ແຫ່ງ​ຊາດ, ການ​ຄຸ້ມ​ຄອງ​ຊັບ​ສິນສາ​ທາ​ລະ​ນະ, ປະ​ຕິ​ບັດ​ການ​ປະ​ຢັດ, ຕ້ານ​ການ​ໃຊ້​ຈ່າຍ​ຟຸມ​ເຟືອຍ ແລະ ​ມີຄວາມ​ຮັບ​ຜິດ​ຊອບ​ອະ​ພິ​ປາຍ​ຂອງ​ບັນ​ດາ​ອົງ​ການ​ລັດ.”

ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ແລ້ວ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຕ້ອງ​ຍົກ​ສູງ​ຄຸນ​ນະ​ທາດ ແລະ ວິ​ໄສ​ທັດ​ເມື່ອ​ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ. ການ​ຕັດ​ສິນ​ຕ້ອງ​ຖືກ​ຕ້ອງ, ຖືກ​ເປົ້າ, ທັນ​ການ ເພື່ອ​ຜົນ​ປະ​ໂຫຍດ​ຍາວ​ນານ​ຂອງ​ປະ​ເທດ​ຊາດ.

ບັນ​ດາ​ບັນ​ຫາ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ສັງ​ຄົມ, ງົບ​ປະ​ມານ​ແຫ່ງ​ລັດ, ການ​ລົງ​ທຶນ​ສາ​ທາ​ລະ​ນະ​, ບັນ​ດາ​ລາຍ​ກາຍ​ເປົ້າ​ໝາຍ​ແຫ່ງ​ຊາດ, ບັນ​ດາ​ໂຄງ​ການ​ສຳ​ຄັນ​ແຫ່ງ​ຊາດ ລ້ວນ​ແຕ່​ແມ່ນ​ບັນ​ດາ​ນະ​ໂຍ​ບາຍ​ຊ​ີ້​ຂາດ​ຕິດ​ພັນ​ກັບ​ຜົນ​ປະ​ໂຫຍດ​​ພື້ນ​ຖານ​ຍາວ​ນານ​ຂອງ​ປະ​ເທດຊາດ, ຂອງ​ຊາດ, ຕ້ອງ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ຢ່າງ​ຮອບ​ດ້ານ, ມີ​ວິ​ທະ​ຍາ​ສາດ, ລະ​ມັດ​ລະ​ວັງ ແຕ່​ກໍ​ບໍ່​ໃຫ້​ຄວາມ​ຊັກ​ຊ້າ​ກາຍ​ເປັນ​ສິ່ງ​ກີດ​ຂວາງ​ການ​ພັດ​ທະ​ນາ​ຢ່າງ​ເດັດ​ຂາດ. ສະ​ພາ​ແຫ່ງ​ຊາດ​ຕັດ​ສິ​ນ​ໃຫ້​ປະ​ຈຸ​ບັນ ແຕ່​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ອະ​ນາ​ຄ​ົດ. ນັ້ນ​ແມ່ນ​ຄຸນ​ນະ​ທາດ​ການ​ເມືອງ, ວິ​ໄສ​ທັດ​ຍຸດ​ທະ​ສາດ, ພູມ​ປັນ​ຍາ​ນິ​ຕິ​ບັນ​ຍັດ ແລະ ແມ່ນ​ລ່ວງ​ເລິກ​ຂອງ​ອົງ​ການ​ທີ່​ມີ​​ສິດ​ອຳ​ນາດ​ລັດ​ສູງ​ສຸດ.”

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ກໍ​ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາ​ດ​ຊຸດ​ທີ XVI ສືບ​ຕ​ໍ່​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕັ້ງ ແລະ ແບບ​ວິ​ທີ​​ເຄື່ອນ​ໄຫວ​ຕາມ​ທິດ​ທັນ​ສະ​ໄໝ​ເປັນ​ມື​ອາ​ຊີບ, ໃກ້​ຊິດ​ກັບ​ປະ​ຊາ​ຊົນ, ກັບ​ພຶດ​ຕິ​ກຳ​ຕົວ​ຈິງ ແລະ ເປັນ​ເຈົ້າ​ການ, ມີ​ໄຫວ​ພິບດັດ​ປັບ​ນະ​ໂຍ​ບາຍ​ໃຫ້​ໄວ​ກວ່າ.

ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ XVI ໄດ້​ເລີ່ມ​ຕົ້ນ​ດ້ວຍ​ຄວາມ​ຮ​ັບ​ຜິດ​ຊອບ​ອັນ​ສຳ​ຄັນ ແລະ ສູງ​ສົ່ງ​ທີ່​ສຸດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເຊື່ອ​ໝັ້ນ​ວ່າ ຕໍ່​ໜ້າ​ໂອ​ກາດ​ໃໝ່​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຂອງ​ຊາດ, ແນ່ນອນ​ວ່າ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຈະ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ອັນ​ສຳ​ຄັນ​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ໄດ້​ມອບ​ໝາຍ​ໃຫ​້, ປະ​ກອບ​ສ່ວນ​ຫັນ​ຄວາມ​ຄາດ​ຫວັງ​ສ້າງ​ປະ​ເທດ ຫວຽດ​ນາມ ສັນ​ຕິ​ພ​າບ, ເອ​ກະ​ລາດ, ປະ​ຊາ​ທິ​ປະ​ໄຕ, ຮັ່ງ​ມີ​ເຂັ້ມ​ແຂງ, ວັດ​ທະ​ນາ​ຖາ​ວອນ, ສິ​ວິ​ໄລ, ຜາ​ສຸກ, ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ​ຢ່າງ​ໝັ້ນ​ແກ່ນ​ນັ້ນ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ./.