ປັດຈຸບັນ, ຫວຽດນາມ ຫາກໍ່ຕອບສະໜອງຄວາມຕ້ອງການນ້ຳມັນເຊື້ອໄຟພາຍໃນປະເທດໄດ້ 70%. ສ່ວນທີ່ຍັງເຫຼືອ ແມ່ນຕ້ອງນຳເຂົ້າ. ໃນຂະນະນັ້ນ, ຍ້ອນປະລິມານນ້ຳມັນດິບພາຍໃນປະເທດຫຼຸດລົງ ສະນັ້ນ ຫວຽດນາມ ຍັງຕ້ອງນຳເຂົ້ານ້ຳມັນດິບເພື່ອຮັບໃຊ້ການຜະລິດ. ທ່ານ ເລມິງ ສະມາຊິກສະພາວິທະຍາສາດ ສະມາຄົມພະລັງງານຫວຽດນາມ ຖືວ່າ:
ເປັນທີ່ຈະແຈ້ງແລ້ວວ່າ ພວກເຮົາພວມຂຶ້ນກັບຕ່າງປະເທດ. ປັດຈຸບັນ, ແຫຼ່ງນ້ຳມັນເຊື້ອໄຟການຄ້າແຮໄວ້ຕາມຂໍ້ກຳນົດສຳລັບບັນດາວິສາຫະກິດຕົ້ນຕໍແມ່ນໃນໄລຍະ 20 ວັນ, ວິສາຫະກິດຈຳໜ່າຍແມ່ນ ໃນໄລຍະ 5 ວັນ. ຄວາມຈິງນີ້ຈະພາໃຫ້ບັນດາວິສາຫະກິດຍາກທີ່ຈະເປັນເຈົ້າການຮັບມືກັບການຜັນຜວນຂອງຕະຫຼາດນ້ຳມັນເຊື້ອໄຟໂລກ. ເພາະສະນັ້ນ, ພວກເຮົາຕ້ອງມີສາງປະສົມ, ໝາຍຄວາມວ່ານອກຈາກເຊື້ອເພີງນ້ຳມັນດິບເພື່ອຜະລິດນ້ຳມັນເຊື້ອໄຟແລ້ວ ພວກເຮົາຕ້ອງມີນ້ຳມັນເຊື້ອໄຟແຮໄວ້ເພື່ອຈຳໜ່າຍ.
ການຂາດເຂີນແຫຼ່ງສະໜອງນຳເຂົ້າໃຫ້ແກ່ໂຮງງານກັ່ນຕອງນ້ຳມັນ ງີເຊີນ ແລະ ແຫຼ່ງສະໜອງນ້ຳມັນເຊື້ອໄຟ ເວົ້າລວມ ອາດຈະແກ່ຍາວຖ້າຫາກວ່າການປະທະກັນຢູ່ຕາເວັນອອກກາງຍັງສືບຕໍ່ເພີ່ມຂຶ້ນ.
ເພາະສະນັ້ນ, ການສ້າງສາງນ້ຳມັນເຊື້ອໄຟແຮໄວ້ແຫ່ງຊາດແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ, ແມ່ນບາດກ້າວຍຸດທະສາດ ຊ່ວຍສ້າງ ຄວາມປອດໄພ ໃຫ້ແກ່ພື້ນຖານເສດຖະກິດ ຫວຽດນາມ. ທີ່ການເຮັດວຽກກັບໜ່ວຍປະຕິບັດວຽກງານຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ບັນດາວິສາຫະກິດຫວ່າງແລ້ວນີ້, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ (ໄລຍະປີ 2021 - 2026) ເນັ້ນໜັ້ກວ່າ:
ພວກເຮົາຕ້ອງຮັບປະກັນແຫຼ່ງນ້ຳມັນເຊື້ອໄຟແຮໄວ້ເມື່ອເກີດບັນດາບັນຫາ, ຕົວຢ່າງຄືການຜັນແປໃນໄລຍະຜ່ານມາ. ພວກເຮົາສາມາດສ້າງລະບົບແຮໄວ້ສະເພາະ, ແລະພ້ອມກັບບັນດາວິສາຫະກິດ, ລັດ ສວມບົດບາດດັດສົມ.
ໃນຂະນະນັ້ນ, ວັນທີ 29 ມີນາ, (ນາຍົກລັດຖະມົນຕີ, ສະພາແຫ່ງຊາດຊຸດທີ XV ໄລຍະ 2021 - 2026), ໄດ້ລົງສະຖານທີ່ກໍ່ສ້າງສາງນ້ຳມັນເຊື້ອໄຟໄຮໄວ້ຍຸດທະສາດຢູ່ ງີເຊີນ, ແຂວງ ແທັງຮວ້າ ໂດຍກົງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ການສ້າງສາງນ້ຳມັນເຊື້ອໄຟໄຮໄວ້ຍຸດທະສາດແຫ່ງຊາດ ຕ້ອງໄດ້ປະຕິບັດບົນຈິດໃຈຮີບດ່ວນ. ສິ່ງນີ້ບໍ່ພຽງແຕ່ປະກອບສ່ວນປັບປຸງໂຄງລ່າງພະລັງງານແຫ່ງຊາດໃຫ້ສົມບູນແບບເທົ່ານັ້ນ ຫາກຍັງຊ່ວຍຫຼຸດຜ່ອນຄວາມກົດດັນຕໍ່ລະບົບຈຳໜ່າຍ ແລະ ເພີ່ມລັກສະນໄຫວພິບຂອງຕະຫຼາດອີກດ້ວຍ.
ໃນໄລຍະຍາວ, ການສ້າງສາງນ້ຳມັນເຊື້ອໄຟແຮໄວ້ແຫ່ງຊາດຍັງຕ້ອງນອນໃນຍຸດທະສາດສັງລວມວ່າດ້ວຍການຫັນປ່ຽນພະລັງງານ. ເມື່ອ ຫວຽດນາມ ຊຸກຍູ້ພະລັງງານທົດແທນ ແລະ ຫຼຸດຜ່ອນການເອື່ອຍອີງໃສ່ເຊື້ອເພີງຝອກຊິວ, ບົດບາດຂອງການແຮໄວ້ນ້ຳມັນເຊື້ອໄຟຈະມີການປັບປຸງ, ແຕ່ ຍັງຄົງຮັກສາຄວາມສຳຄັນໃນໄລຍະຫັນປ່ຽນ. ເລື່ອງ ຫວຽດນາມ ຍູ້ໄວວິວັດການນຳໃຊ້ເຊື້ອເພີງຊີວະພາບ E10 ໃນເດືອນເມສານີ້ແມ່ນສັນຍານສະແດງໃຫ້ເຫັນວິວັດການຫັນປ່ຽນພະລັງງານ ບໍ່ແມ່ນຢູ່ໃນລະດັບກຳນົດທິດເທົ່ານັ້ນ ຫາກໄດ້ກ້າວເຂົ້າສູ່ໄລຍະຜັນຂະຫຍາຍໃນຕົວຈິງແລ້ວ. ທ່ານ ຫງວຽນຊິງເຍິດເຕິນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຢັ້ງຢືນວ່າ:
ການນຳໃຊ້ເຊື້ອເພີງຊີວະພາບແມ່ນທ່າອ່ຽງທີ່ຈຳເປັນໃນວິວັດການຫັນປ່ຽນພະລັງງານໃນໂລກ. ສຳລັບ ຫວຽດນາມ, ນີ້ບໍ່ພຽງແຕ່ແມ່ນມາດຕະການປະກອບສ່ວນຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບການປ່ຽນແປງຂອງດິນຟ້າອກາດເທົ່ານັ້ນ ຫາກຍັງແມ່ນທິດເດີນສຳຄັນເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ຫັນແຫຼ່ງສະໜອງເຊື້ອເພີງເປັນຫຼາຍຮູບຫຼາຍແບບ ແລະ ຊຸກຍູ້ການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ.
ພ້ອມກັບວິວັດການຫັນປ່ຽນພະລັງງານ, ການລົງທຶນກໍ່ສ້າງສາງນ້ຳມັນເຊື້ອໄຟແຮໄວ້ແຫ່ງຊາດແມ່ນການຕັດສິນທີ່ມີລັກສະນະກຳນົດອະນາຄົດ, ແມ່ນພື້ນຖານໃຫ້ແກ່ວິວັດການຫັນໄປສູ່ລະບົບພະລັງງານແບບຍືນຍົງກວ່າ. ການສ້າງສາງນ້ຳມັນເຊື້ອໄຟແຮໄວ້ແມ່ນການເພີ່ມທະວີຄວາມສາມາດກຸ້ມຕົນເອງ ແລະ ຄວາມສາມາດທົນທານຂອງພື້ນຖານເສດຖະກິດ. ໃນສະພາບໂລກທີ່ເຕັມໄປດ້ວຍການຜັນແປ, ປະເທດໃດມີຄວາມສາມາດເປັນເຈົ້າການດ້ານພະລັງງານ ຈະມີທ່າໄດ້ປຽບກວ່າໃນການພັດທະນາ ແລະ ດຶງດູດການລົງທຶນ.
