ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມພິທີເຊັນ (ພາບ: TTXVN)
|
ເອກະສານສະບັບຕ່າງໆທີ່ສອງຝ່າຍໄດ້ແລກປ່ຽນ ແລະ ເຊັນນັ້ນ ລວມມີຂໍ້ຕົກລົງສຳຄັນຫຼາຍສະບັບໃນບັນດາຂົງເຂດວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ, ການບິນ ແລະ ສາທາລະນະສຸກ.
ບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ແລະ ກຸ່ມບໍລິສັດ Boeing ລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 737 MAX ຈຳນວນ 50 ລຳ (ພາບ: TTXVN) |
ບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ແລະ ກຸ່ມບໍລິສັດ Boeing ລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 737 MAX ຈຳນວນ 50 ລຳ. ບໍລິສັດການບິນ Sun ຝຸກວັກ Airways ແລະ ກຸ່ມບໍລິສັດ Boeing ກໍໄດ້ລົງນາມໃນສັນຍາຊື້ຂາຍເຮືອບິນ Boeing 787-9 Dreamliner ຈຳນວນ 40 ລຳ. ໄປຄຽງຄູ່າກັນນັ້ນ, Vietjet ແລະ Pratt & Whitney ກໍໄດ້ເຊັນສັນຍາຮ່ວມມືເຊັ່ນດຽວກັນ.
ໂຮງໝໍຫຼາຍຂະແໜງ ເຕິມແອັງ ຫວຽດນາມ ແລະ ບໍລິສັດ Mevion Medical Systems ໄດ້ເຊັນສັນຍາຊື້ຂາຍລະບົບສ່ອງ ເອັກຊະເລ ປົ່ນປົວພະຍາດມະເຮັງ ທີ່ທັນສະໄໝທີ່ສຸດຢູ່ ອາເມລິກາ (ພາບ: TTXVN) |
ຢູ່ໃນຂົງເຂດສາທາລະນະສຸກ, ໂຮງໝໍຫຼາຍຂະແໜງ ເຕິມແອັງ ຫວຽດນາມ ແລະ ບໍລິສັດ Mevion Medical Systems ໄດ້ເຊັນສັນຍາຊື້ຂາຍລະບົບສ່ອງ ເອັກຊະເລ ປົ່ນປົວພະຍາດມະເຮັງ ທີ່ທັນສະໄໝທີ່ສຸດຢູ່ ອາເມລິກາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


