ບັນດາທະຫານຊ່າງແສງເລກ 3 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກ 6
(ພາບ: TTXVN)

ຕອນເຊົ້າວັນທີ 16 ຕຸລາ, ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບອາຍຸການປະຕິບັດງານຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດຂອງກອງທະຫານຊ່າງແສງເລກ 3 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກ 6. ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ, ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຮຽກຮ້ອງໃຫ້ສືບຕໍ່ຄົ້ນຄວ້າເປີດກວ້າງຂອບຂະໜາດ, ຮູບແບບ, ບໍລິເວນເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ. ນີ້ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນແນວທາງການຕ່າງປະເທດຂອງ ຫວຽດນາມ, ສະນັ້ນ, ກະຊວງປ້ອງກັນປະເທດ ສະເໜີເປີດກວ້າງຕື່ມອີກ 5 ຮູບແບບກົມກອງ, ນັ້ນແມ່ນຮູບແບບກົມກອງທະຫານບົກກົນຈັກ, ກົມກອງຂໍ້ມູນຕິດຕໍ່ປະສານງານ, ກົມກອງສາລະວັດທະຫານ ຫຼື ໄອຍະການທະຫານ, ກົມກອງໜູນຊ່ວຍສະໜາມບິນ ແລະ ກົມກອງເຮືອບິນເຮລີກອບເຕີຂົນສົ່ງຫຼາຍໜ້າທີ່.