ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ທີ່ວາລະປະຊຸມ
(ພາບ: TTXVN)

ໂດຍໄດ້ຮັບຄຳເຊີນຂອງລັດຖະບານ ສະຫະພັນ ລັດເຊຍ, ແຕ່ວັນທີ 15 – 17 ຕຸລາ, ທ່ານ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຢ້ຽມຢາມ, ເຮັດວຽກຢູ່ ສະຫະພັນ ລັດເຊຍ ແລະ ເຂົ້າຮ່ວມເວທີປາໄສ “ສັບປະດາພະລັງງານ ລັດເຊຍ” ຄັ້ງທີ 8 ທີ່ຈັດຂຶ້ນຢູ່ນະຄອນຫຼວງ ມົດສະກູ. ເວທີປາໄສໄດ້ດຶງດູດຜູ້ແທນ ທີ່ມາຈາກ 80 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມເກືອບ 5.000 ທ່ານ, ດ້ວຍກວ່າ 70 ເຫດການທີ່ອຸດົມສົມບູນໄດ້ຈັດຂຶ້ນ.

ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະທຳອິດຂອງເວທີປາໄສດ້ວຍຫົວຂໍ້ “ຕະຫຼາດພະລັງງານທົ່ວໂລກ: ຫັນປ່ຽນການພົວພັນ ແລະ ສ້າງຜົນປະໂຫຍດໃຫ້ດຸ່ນດ່ຽງ” ທີ່ຈັດຂຶ້ນໃນວັນທີ 15 ຕຸລາ, ທ່ານບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ບັນດາຜູ້ແທນຊາບກ່ຽວກັບເປົ້າໝາຍລວມຂອງ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045. ຕາມນັ້ນແລ້ວ, ຫວຽດນາມ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ຫຼຸດຜ່ອນການປ່ອຍອາຍພິດເພື່ອພັດທະນາເສດຖະກິດ - ສັງຄົມ, ຮັບປະກັນປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ປົກປັກຮັກສາສິ່ງແວດລ້ອມ, ສູ້ຊົນນຳບັນດາໂຮງງານ LNG ເຂົ້າເຄື່ອນໄຫວທາງການຄ້າໃນໄລຍະ 2028 – 2030. ຫວຽດນາມ ຊົມເຊີຍເລື່ອງບັນດານັກລົງທຶນໄດ້ແລກປ່ຽນ ແລະ ແບ່ງປັນບົດຮຽນເພື່ອຍົກສູງຄວາມສາມາດພັດທະນາ ແລະ ນຳໃຊ້ໂຄງລ່າງສາງ, ທ່າ LNG ກັບບັນດາບໍລິສັດຂອງ ລັດເຊຍ ແລະ ປະເທດອື່ນໆໃນໂລກ.