ເຄື່ອງເຈະນ້ຳມັນ ຢູ່ ອາເມລິກາ (ພາບ:THX/TTXVN) |
ວັນທີ 15 ຕຸລາ, ລັດຖະບານ ອິນເດຍ ໄດ້ປະກາດພ້ອມແລ້ວທີ່ຈະເພີ່ມທະວີການນຳເຂົ້ານ້ຳມັນຈາກ ອາເມລິກາ ຕື່ມອີກ 15 ຕື້ USD ໃນຄວາມມານະພະຍາຍາມຊຸກຍູ້ບັນດາການເຈລະຈາດ້ານການຄ້າສອງຝ່າຍ ແລະ ຫຼຸດຜ່ອນສ່ວນເກີນດ້ານການຄ້າກັບ ວໍຊິງຕັນ. ກະຊວງການຄ້າ ອິນເດຍ ໃຫ້ຮູ້ວ່າ ປັດຈຸບັນ ປະເທດນີ້ພວມນຳເຂົ້ານ້ຳມັນຂອງ ອາເມລິກາ ດ້ວຍມູນຄ່າປະມານ 12 – 13 ຕື້ USD/ປີ ແລະ ອາດຈະເພີ່ມທະວີການນຳເຂົ້າສິນຄ້າປະເພດນີ້ຕື່ມອີກ 14 – 15 ຕື້ USD ອີງຕາມຄວາມສາມາດກັ່ນຕອງນ້ຳມັນທີ່ມີຢູ່ແລ້ວ. ການກະທຳນີ້ນອນໃນຍຸດທະສາດຂອງ New Delhi ເພື່ອແນໃສ່ຫຼຸດຜ່ອນສ່ວນເກີນດ້ານການຄ້າທີ່ຂຶ້ນເຖິງກ່ວາ 42 ຕື້ USD ກັບ ອາເມລິກາ, ຜ່ານນັ້ນ ສ້າງເງື່ອນໄຂໃຫ້ແກ່ຂໍ້ຕົກລົງທາງການຄ້າສະບັບໃໝ່ລະຫວ່າງສອງຝ່າຍໃນເດືອນ ພະຈິກ ຈະມາເຖິງ.

