ພາບປະກອບ: THX/TTXV

ຕອນບ່າຍວັນທີ 15 ຕຸລາ, ຂະບວນການ ອິດສະລາມ ຮາມາດສ ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ ກຸ່ມນີ້ໄດ້ມອບສົ່ງຕົວປະກັນທີ່ເສຍຊີວິດທັງໝົດໃຫ້ແກ່ຝ່າຍ ອິດສະລາແອັນ ຕາມຄວາມສາມາດທີ່ເປັນໄປໄດ້. ເປັນອັນວ່າ, ໄລ່ຮອດຕອນຄ່ຳວັນທີ 15 ຕຸລາ, ຮາມາດສ ພຽງແຕ່ມອບສົ່ງ 9 ໃນຈຳນວນ 28 ຕົວປະກັນທີ່ເສຍຊີວິດໃຫ້ແກ່ຝ່າຍ ອິດສະລາແອັນເທົ່ານັ້ນ. ວົງການນັກໄຈ້ແຍກສະແດງຄວາມວິຕົກກັງວົນວ່າ ເລື່ອງ ຮາມາດສ ມອບສົ່ງສົບຕົວປະກັນໃຫ້ແກ່ຝ່າຍ ອິດສະລາແອັນ ອາດສາມາດພາໄປເຖິງຜົນຕາມມາທີ່ສັບສົນ, ພິເສດມີຄວາມສ່ຽງຈະເກີດການປະທະກັນຄືນໃໝ່. ຄວາມວິຕົກກັງວົນນີ້ ຍິ່ງມີພື້ນຖານ ເມື່ອວັນທີ 15 ຕຸລາ, ຫ້ອງວ່າການກະຊວງປ້ອງກັນປະເທດ ອິດສະລາແອັນ ໃຫ້ຮູ້ວ່າ ທ່ານ Katz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ ໄດ້ສັ່ງໃຫ້ກອງທັບປະເທດນີ້ ກະກຽມແຜນການຮອບດ້ານເພື່ອຕີ ຮາມາດສ ຢູ່ເຂດກາຊາ ໃຫ້ປະລາໄຊ, ໃນກໍລະນີເກີດສົງຄາມຄືນໃໝ່.