ການຖະແຫຼງຂ່າວກ່ຽວກັບ ແຜນການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV |
ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນການຖະແຫຼງຂ່າວກ່ຽວກັບ ແຜນການເຄື່ອນໄຫວຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ທີ່ດຳເນີນໃນຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານ ເລກວາງແມ້ງ, ຮອງປະທານຄະນະປະຈຳ ຫ້ອງວ່າການສະພາແຫ່ງຊາດ.
ທ່ານ ເລກວາງແມ້ງ ເນັ້ນໜັກວ່າ ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ມີຄວາມໝາຍສຳຄັນ. ສະພາແຫ່ງຊາດຫາກໍດຳເນີນບັນດາເນື້ອໃນຂອງກອງປະຊຸມສະໄໝສາມັນ; ພ້ອມທັງ, ປະຕິບັດວຽກງານສະຫຼຸບອາຍຸການຊຸດທີ XV. ນີ້ແມ່ນກອງປະຊຸມທີ່ມີຫຼາຍເນື້ອໃນສຳຄັນ. ໃນນັ້ນ, ສະພາແຫ່ງຊາດ ຈະພິຈາລະນາ, ຕັດສິນ 66 ເນື້ອໃນ, ກຸ່ມເນື້ອໃນ, ລວມມີ: ຮ່າງກົດໝາຍ 49 ສະບັບ, ມະຕິ 4 ສະບັບ ນອນໃນວຽກງານນິຕິບັນຍັດ; 13 ເນື້ອໃນກ່ຽວກັບເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ, ຕິດຕາມກວດກາ ແລະ ບັນດາບັນຫາສຳຄັນອື່ນໆ.

