ຕອນບ່າຍວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບກະຊວງຕຳຫຼວດ ຫວຽດນາມ ຈັດພິທີເຊັນບົດບັນທຶກຊ່ວຍຈຳ ແລະ ກົດປຸ່ມການເຊື່ອມຕໍ່ພື້ນຖານຂໍ້ມູນຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ກັບພື້ນຖານຂໍ້ມູນສັງລວມແຫ່ງຊາດ-ກະຊວງຕຳຫຼວດ.
ກ່າວຄຳເຫັນທິ່ພິທີ, ທ່ານເຈິ່ນດຶກທັງ, ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ເນັ້ນໜັກວ່າ:
ການເຊື່ອມຕໍ່ພື້ນຖານຂໍ້ມູນໃຫ້ສົມບູນແບບ ພ້ອມກັບການຜັນຂະຫຍາຍແຜນການຊອກຫາແຫຼ່ງກຳເນີດຜະລິດຕະພັນກະເສດ ໄດ້ປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນສຳລັບວຽກງານຄຸ້ມຄອງແຫ່ງລັດ ໃນຂົງເຂດກະຊວງກະສິກຳ ແລະ ສິ່ງແວດລ້ອມຢູ່ສູນກາງ ແລະ ທ້ອງຖິ່ນ. ພ້ອມທັງໄດ້ປະກອບສ່ວນຮັບໃຊ້ເປັນຢ່າງດີກ່ວາ, ນຳມາເຊິ່ງປະສິດທິຜົນອັນແທດຈິງໃຫ້ແກ່ ປຊຊ, ວິສາຫະກິດໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ ກໍ່ຄືບັນດາການບໍລິການພາກລັດ.
