ການນຳຂັ້ນສູງບັນດາປະເທດ ອາຊຽນ (ພາບ: VOV) |
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖືວ່າ: ເພື່ອຮັກສາ “ອາຊຽນມີຂອບຂະໜາດໃຫຍ່” ແລະ ເປັນ “ໃຈກາງແຫ່ງການເຕີບໂຕ”, ຕ້ອງຍົກສູງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ ໂດຍຜ່ານການຍູ້ແຮງການຮ່ວມສຳພັນເສດຖະກິດ, ເປີດກວ້າງຕະຫຼາດພາຍໃນກຸ່ມ, ປຸກລຸກການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນ. ທ່ານກໍສະເໜີໃຫ້ບັນດາລັດຖະມົນຕີກະຊວງເສດຖະກິດ ອາຊຽນ ຊີ້ນຳວຽກງານສຳຫຼວດກວດຄືນຢ່າງຂ້ຽວຂາດ, ຍົກລະດັບ ກໍຄື ເຈລະຈາຄືນບັນດາສັນຍາການຄ້າເສລີ (FTA) ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື, ເພື່ອແນໃສ່ສ້າງກຳລັງໜູນພັດທະນາໃໝ່ໃຫ້ແກ່ພື້ນຖານເສດຖະກິດຂອງພາກພື້ນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ພ້ອມດ້ວຍພັນລະຍາ (ພາບ:VOV) |
ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືເຂົ້າຮ່ວມພິທີໄຂ ເວທີປາໄສ ອາຊຽນ - ມະຫາສະໝຸດອິນເດຍ - ປາຊີຟິກ. ເວທີປາໄສດັ່ງກ່າວ ແນໃສ່ສົ່ງເສີມກຳລັງບົ່ມຊ້ອນ ແລະ ໂອກາດເພີ່ມທະວີການຮ່ວມມື, ເຊື່ອມຕໍ່ໃຫ້ບັນດາປະເທດ ອາຊຽນ ແລະ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.
ແລະກໍໃນຕອນບ່າຍວັນທີ 5 ກັນຍານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ບັນດາການນຳບັນດາປະເທດອາຊຽນ ໄດ້ດຳເນີນກອງປະຊຸມວົງແຄບເພື່ອປຶກສາຫາລືບັນຫາສາກົນ ແລະ ພາກພື້ນ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເນັ້ນໜັກວ່າ: ເພື່ອໃຫ້ ອາຊຽນ ຮັກສາບົດບາດເປັນໃຈກາງ, ເສີມຂະຫຍາຍກຳລັງແຮງ, ປັບປຸງຄວາມສາມັກຄີພາຍໃນກຸ່ມ ເພື່ອຢັ້ງຢືນຄຸນຄ່າຍຸດທະສາດຂອງຕົນ, ບັນດາປະເທດ ອາຊຽນ ຕ້ອງຍົກສູງນ້ຳໃຈ ເປັນເອກະລາດ, ເສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ເຄົາລົບກົດໝາຍແລະຍຶດໝັ້ນບັນດາຫຼັກການ ພື້ນຖານ ແລະ ມາດຕະຖານການປະພຶດຂອງອາຊຽນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຊີ້ແຈ້ງວ່າ ອາຊຽນ ຕ້ອງມານະພະຍາຍາມເພີ່ມທະວີຄວາມສາມັກຄີ, ຮັກສາ ແລະ ປັບປຸງຫຼັກໝັ້ນຮ່ວມກ່ຽວກັບທະເລຕາເວັນອອກ. ອາຊຽນ ຄວນສະເໜີບັນດາຄູ່ຮ່ວມມືເຄົາລົບຫຼັກໝັ້ນນີ້ເມື່ອເຄື່ອນໄຫວຢູ່ທະເລຕາເວັນອອກ. ພິເສດແມ່ນການແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ. (UNCLOS) 1982; ພ້ອມກັນນັ້ນ, ສືບຕໍ່ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ມານະພະຍາຍາມສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ ແລະ ມີປະສິດທິຜົນ, ສອດຄ່ອງກັບ ກົດໝາຍສາກົນ.
ກ່ຽວກັບສະພາບການມຽນມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະໜັບສະໜູ ນເພີ່ມທະວີຄວາມເປັນເຈົ້າການພົບປະຫຼາຍກ່ວາອີກເພື່ອສົ່ງເສີມບັນດາຝ່າຍເຈລະຈາສັນຕິພາບ, ສ້າງຄວາມເຊື່ອໝັ້ນ, ເພີ່ມທະວີຄວາມເຂົ້າໃຈກັນ, ມຸ່ງໄປເຖິງການບັນລຸວິທີການແກ້ໄຂຢ່າງຮອບດ້ານໂດຍໄວ, ຍືນຍົງໃຫ້ແກ່ບັນຫາມຽນມາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢືນຢັນຈະສົມທົບກັບລາວຊຶ່ງເປັນປະທານ ອາຊຽນ ປີ 2024, ສືບຕໍ່ຊຸກຍູ້ບັນດາເປົ້າໝາຍການຮ່ວມມືອາຊຽນ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ແລະ ການນຳບັນດາປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບໃຫ້ ຟີລິບປິນ ດຳລົງຕຳແໜ່ງເປັນປະທານອາຊຽນ 2026.ນັກຂ່າວ VOV ປະຈຳ ອິນເດຍ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

