ຕູ້ ຄອນແຕນເນີ ສິນຄ້າຂອງ ບໍລິສັດຂົນສົ່ງ ຈີນ COSCO ຢູ່ ທ່າກຳປັ່ນ Long Beach, ອາເມລິກາ (ພາບ: THX/TTXVN)
|
ປັດຈຸບັນ, ອາເມລິກາ ແລະ ຈີນ ພວມປຶກສາຫາລືລະດັບສູງສຸດ ແລະ ມີການພົບປະຫຼາຍຄັ້ງລະຫວ່າງສອງຝ່າຍ ທີ່ກ່ຽວຂ້ອງເຖິງດ້ານການຄ້າສອງຝ່າຍ. ນີ້ແມ່ນຖະແຫຼງການໂດຍທ່ານ Scott Bessent ລັດຖະມົນຕີກະຊວງການເງິນ ອາເມລິກາ ຍົກອອກມາໃນວັນທີ 15 ຕຸລາ, ໃນສະພາບຄວາມເຄັ່ງຕຶງໃໝ່ເພີ່ມຂຶ້ນ ລະຫວ່າງສອງພື້ນຖານເສດຖະກິດທີ່ກ່ຽວຂ້ອງເຖິງການສົ່ງອອກດິນຫາຍາກ. ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ສອງຝ່າຍກໍ່ພວມຈັດຕັ້ງບັນດາການເຈລະຈາຂັ້ນເຮັດວຽກຢູ່ນອກບັນດາກອງປະຊຸມປະຈຳປີ ຂອງກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ. ທ່ານກໍ່ໃສ່ໃຈວ່າ ທ່ານປະທານາທິບໍດີ ອາເມລິກາ ຍັງມີແຜນການພົບປະກັບທ່ານສີຈິ້ນຜິງ ປະທານປະເທດ ຈີນ ໃນອະນາຄົດໃກ້ໆນີ້.

