Base.vn - ພື້ນ​ຖານຄຸ້ມ​ຄອງ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ຢູ່​ຫວຽດ​ນາມ

(VOVWORLD) -ດ້ວຍວິສາຫະກິດກ່ວາ 7000 ແຫ່ງ ຂຶ້ນກັບຫຼາຍຂົງເຂດທີ່ແຕກຕ່າງກັນ, ໃນນັ້ນມີວິສາຫະກິດຫຼາຍແຫ່ງນອນໃນ Top 100 ຢູ່ ຫວຽດນາມ, ແມ່ນລູກຄ້າທີ່ຜັນຂະຫຍາຍນຳໃຊ້, Base.vn  ໂດຍບໍລິສັດຫຸ້ນສ່ວນ Base Enterprise ເຄື່ອນໄຫວ ແລະ ພັດທະນາ, ປັດຈຸບັນແມ່ນພື້ນຖານຄຸ້ມຄອງບໍລິຫານວິສາຫະກິດທົ່ວໄປແຖວໜ້າຢູ່ ຫວຽດນາມ. ພາຍຫຼັງການຮ່ວມມືທີ່ພົ້ນເດັ່ນ ໄດ້ຂະໜາມມາວ່າ “ລະເບີດເຕັກໂນໂລຢີ” ຢູ່ ຫວຽດນາມ ໃນເດືອນພຶດສະພາ ປີ 2021 ດ້ວຍເລື່ອງບໍລິສັດ ເຕັກໂນໂລຢີ FPT ກາຍເປັນນັກລົງທຶນຍຸດທະສາດຂອງ Base Enterprise, ລະບົບ Base.vn ໄດ້ຕັ້ງຄວາມຫວັງວ່າຈະກາຍເປັນລະບົບນິເວດແຫ່ງການຫັນເປັນດີຈີຕອນໃຫ້ທັງໝົດວິສາຫະກິດ 800.000 ກ່ວາແຫ່ງໃນທົ່ວປະເທດໃນໄລຍະຈະມາເຖິງ.

Base.vn - ພື້ນ​ຖານຄຸ້ມ​ຄອງ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ຢູ່​ຫວຽດ​ນາມ - ảnh 1ພາບປະກອບ: doanhnghieptiepthi.vn
ໂດຍໄດ້ສະໜອງໃຫ້ຕະຫຼາດມາແຕ່ປີ 2017, Base.vn ແມ່ນໂປຼແກຼມ ການບໍລິການໜູນຊ່ວຍການເຄື່ອນໄຫວ ແລະ ຄຸ້ມຄອງບໍລິຫານວິສາຫະກິດຢ່າງຮອບດ້ານ, ມີປະສິດທິຜົນດ້ວຍບົດບາດໜ້າທີ່ພົ້ນເດັ່ນຫຼາຍຢ່າງ. ນີ້ແມ່ນວິທີການທາງດ້ານເຕັກໂນໂລຢີດີຈີຕອນ ໂດຍບໍລິສັດຫຸ້ນສ່ວນ Base Enterprise ສ້າງ ແລະ ພັດທະນາບົນພື້ນຖານຜົນງານຂອງບັນດາຮູບແບບຄຸ້ມຄອງບໍລິຫານທີ່ມີຊື່ສຽງໃນໂລກ. ເປົ້າໝາຍຂອງວິທີການແມ່ນແກ້ໄຂທຸກບັນຫາ, ບົດໂຈດຂອງວິສາຫະກິດ. ທ່ານ ຟ້າມກິງຮຸ່ງ, ຜູ້ອຳນວຍການບໍລິຫານ (CEO) ທັງເປັນຜູ້ກໍ່ຕັ້ງ ບໍລິສັດ Base Enterprise ໃຫ້ຮູ້ວ່າ:

Base flatform ແມ່ນລະບົບທີ່ມີຄວາມແຕກຕ່າງຈາກບົບອື່ນຢູ່ຫວຽດນາມ. ໂປຼແກຼມນີ້ ໄດ້ສ້າງຂຶ້ນແບບເອກະລາດ ແລະ ລົງເລິກສະເພາະ. ພວກມັນອາດຈະເຊື່ອມຕໍ່, ແລກປ່ຽນຂໍ້ມູນ ແລະ ສົມົບເຂົ້າກັນໄດ້ເປັນຢ່າງດີ. ໃນໄລຍະເວລາ 5 ປີ (2016 - 2021), Base ໄດ້ພັດທະນາ 50 ໂປຼແກຼມ ເພື່ອແກ້ໄຂ 3 ບັນຫາໃຫຍ່. ທີໜຶ່ງແມ່ນ ບັຫາກ່ຽວກັບການເພີ່ມສະມັດຕະພາບໃນການເຮັດວຽກ, ທີ ສອງແມ່ນບໍລິຫານຄຸ້ມຄອງບຸຄະລາກອນ ແລະ ທີສາມແມ່ນບໍລິຫານຄຸ້ມຄອງຂໍ້ມູນຂ່າວສານ. ໃນທຸກໂປແກຼມ Base ຂອງພວກຂ້າພະເຈົ້ານັ້ນລ້ວນແຕ່ສ້າງການເຂົ້າຮ່ວມຕົວຈິງ ນັບແຕ່ ເວັບໄຊຕະຫຼອດຮອດ ລະບົບ IOS ແລະ Android ເພື່ອຊ່ວຍໃຫ້ລູກຄ້າສາມາດເຮັດວຽກ, ອັບເດດວຽກເຮັດງານທຳຂອງຕົນຢູ່ທຸກບ່ອນ, ທຸກເວລາ

ບາງຄຸນສົມບັດທີ່ພົ້ນເດັ່ນຂອງລະບົບນີ້ອາດຈະເວົ້າເຖິງຄວາມສາມາດເປີດກວ້າງທີ່ບໍ່ມີຂີດຈຳກັດ ແລະ ຄວາມສາມາດປະມວນຢ່າງຮອບດ້ານ. ສ່ວນຄວາມສາມາດໃນການເປີດກວ້າງທີ່ບໍ່ມີຂີດຈຳກັດ, Base.vn ໄດ້ອອກແບບ ແລະ ສ້າງດ້ວຍຄວາມສາມາດເປີດກວ້າງໂດຍບໍ່ມີຂີດຈຳກັດ, ໝາຍຄວາມວ່າ ບໍ່ພຽງແຕ່ສຳລັບ ໂປຼແກຼມທີ່ມີຢູ່ແລ້ວ, ຫາກຍັງໂປຼແກຼມໃໝ່ ເພື່ອແກ້ໄຂບັນຫາຕ່າງໆທີ່ອາດຈະເກີດຂຶ້ນໃນວິສາຫະກິດ ກໍ່ໄດ້ຮັບການພັດທະນາ ແລະ ເປີດຕົວຢ່າງຕໍ່ເນື່ອງ. ສ່ວນຄວາມສາມາດໃນການປະມວນຢ່າງຮອບດ້ານ, ລະບົບນີ້ ອາດຈະປະມວນເອົາທຸກໂປຼແກຼມທີ່ແຕກຕ່າງກັນຢ່າງງ່າຍດາຍ, ສ້າງການເຂົ້າຮ່ວມຕົວຈິງ. ລະບົບນີ້ອະນຸຍາດໃຫ້ວິສາຫະກິດຜັນຂະຫຍາຍມັນ ສາມາດສຳຜັດ ແລະ ນຳໃຊ້ຜະລິດຕະພັນເຕັກໂນໂລຢີທີ່ກ້າວໜ້າທີ່ມາຈາກບັນດາບໍລິສັດເຕັກໂນໂລຢີແຖວໜ້າໂລກໄດ້ຢ່າງວ່ອງໄວ. ອະທິດບາຍກ່ຽວກັບກຳລັງໜູນໃນການສ້າງວິທີການແກ້ໄຂ, ທ່ານ ຟ້າມກິມຮຸ່ງ ແບ່ງປັນວ່າ:

ຜ່ານການເຮັດວຽກພ້ອມກັບຫລາຍວິສາຫະກິດ, ພວກເຮົາ ເຂົ້າໃຈໄດ້ວ່າ ເຂົາເຈົ້າປະສົບກັບຄວາມຍຸ້ງຍາກຫລາຍຢ່າງ, ບໍ່ພຽງແຕ່ກ່ຽວຂ້ອງເຖິງບັນດາບັນຫາຄຸ້ມຄອງໃນທຸກມື້ ຫາກຍັງແມ່ນບັນຫາເພີ່ມສະມັດຕະພາບແຮງງານ, ເຮັດແນວໃດເພື່ອສ້າງສະພາບແວດລ້ອມເຮັດວຽກໂດຍມີການເຊື່ອມຕໍ່ ສ້າງແຫລ່ງຂໍ້ມູນຢ່າງໂປ່ງໃສ ແລະ ມີປະສິດທິົນ, ເພີ່ມເຕີບໂຕ ແລະ ສ້າງລາຍຮັບໃຫ້ສູງຂຶ້ນ. ຂ້າພະເຈົ້າເຊື່ອໝັ້ນວ່າ Base.vn ນຳເອົາ ພື້ນຖານນັກແຫນ້ນມາໃຫ້ວິສາຫະກິດເພື່ອພັດທະນາຢ່າງຍາວນານ ແລະ ໝັ້ນຄົງໃນອະນາຄົດ

Base.vn - ພື້ນ​ຖານຄຸ້ມ​ຄອງ​ບໍ​ລິ​ຫານ​ວິ​ສາ​ຫະ​ກິດ​ແຖວ​ໜ້າ ຢູ່​ຫວຽດ​ນາມ - ảnh 2ທ່ານ ຟ້າມກິງຮຸ່ງ, ຜູ້ອຳນວຍການບໍລິຫານ (CEO) ທັງເປັນຜູ້ກໍ່ຕັ້ງ ບໍລິສັດ Base Enterprise 
(ພາບ: partner.base.vn)

ຍ້ອນຄວາມສາມາດຕອບສະຫນອງຄຳຮຽກຮ້ອງຕ້ອງການກ່ຽວກັບການຄຸ້ມຄອງເປັນຫລາຍຂັ້ນ, ຫລາຍຂົ້ວ ແລະ ລຸລ່ວງຂອງວິສາຫະກິດ, ມາດຕະການ Base.vn ຂອງ Base Enterprise ໄດ້ຮັບການຕອບສະຫນອງ, ຄົ້ນຫາ ແລະ ຜັນຂະຫຍາຍການໝູນໂປລແກຼມຂອງ ວິສາຫະກິດພາຍໃນປະເທດຂຶ້ນກັບຫລາຍຂົງເຂດແຕກຕ່າງກັນນັບມື້ນັບຫລາຍ. ຕາມຂໍ້ມູນຂອງ Base Enterprise ແລ້ວ, ມາຮອດປະຈຸບັນ ໄດ້ມີກວ່າ 7000 ວິສາຫະກິດ ຂຶ້ນກັບຫລາຍຂົງເຂດແຕກຕ່າງກັນຄື: ການຄ້າ, ການເງິນ, ການຂົນສົ່ງ, ສື່ສານ, ການຕະຫຼາດ, ຂາຍຍ່ອຍ, ບໍລິການ.. ຜັນຂະຫຍາຍບໍລິການ Base.vn.

ໃນນັ້ນ ມີຫລາຍກຸ່ມບໍລິສັດ, ວິສາຫະກິດແຖວຫນ້າຄື: Vin Group, ACB Bank, Sacombank, Bamboo Airways, Decathlon…ຄຽງຂ້າງນັ້ນ ມີ 5 ກອງທຶນພາກພື້ນໄດ້ລົງທຶນເຂົ້າໂປລແກຼມນີ້. ກະຊວງຖະແຫລງຂ່າວ ແລະ ສື່ສານຫວຽດນາມ ຕີລາຄາວ່າ: Base.vn ໄດ້ກາຍເປັນໂປຼແກຼມ ບໍລິຫານວິສາຫະກິດແຖວຫນ້າ ແລະ ໄດ້ນຳໃຊ້ຫລາຍກວ່າໝູ່ຢູ່ ຫວຽດນາມ.

ປອ ຫງວຽນດັງແຮງ, ຜູ້ອຳນວຍການໃຫຍ່ ແລະ ແມ່ນຜູ້ກໍ່ຕັ້ງບໍລິສັດຫຸ້ນສ່ວນໃຫ້ຄຳປຶກສາສະຖາປານິກ, ເຕັກນິກ ແລະ ກໍ່ສ້າງ Arteco ໃຫ້ຮູ້ວ່າ:

“ຂ້າພະເຈົ້າຖືວ່າ ເຄື່ອງມືແຮງງານຈະຕັດສິນ 40% ຜົນການອອກແຮງງານຂອງບໍລິສັດ. ສະນັ້ນ ນັບແຕ່ເມື່ອສ້າງຕັ້ງບໍລິສັດ Arteco, ຂ້າພະເຈົ້າມີຄວາມເປັນເຈົ້າການໃນການຊອກຫາມາດຕະການບໍລິຫານວິສາຫະກິດ ແລະ ຂ້າພະເຈົ້າໄດ້ພົບກັບ Base.vn. ນີ້ແມ່ນໂປແກຼມໂດຍຊາວ ຫວຽດນາມ ສ້າງຂຶ້ນ ແລະ ມີຫລາຍຈຸດຄ້າຍຄືກັນກ່ຽວກັບຈິນຕະນາການ ດ້ວຍຫລາຍໂປແກຼມຂອງ ສາກົນ. ຍ້ອນມີການນູນຊ່ວຍຈາກເຄື່ອງມື Base.vn.”

ໂດຍເຫັນໄດ້ຄວາມສາມາດບົ່ມຊ້ອນພ້ອມກັບຄວາມຄາດຫວັງຢາກບືນຂຶ້ນຢ່າງແຮງຂອງ Base Enterprise, ເດືອນ 5/2021 ກຸ່ມບໍລິສັດເຕັກໂນໂລຊີແຖວຫນ້າ ຫວຽດນາມ ແມ່ນ FPT ໄດ້ຕັດສິນໃຈກາຍເປັນນັກລົງທຶນຍຸດທະສາດຂອງ Base Enterprise. ທ່ານ ເຈືອງຢາບິ່ງ ປະທານສະພາບໍລິຫານ FPT ອະພິປາຍວ່າ:

ທຸກວິສາຫະກິດ ຈະແມ່ນວິສາຫະກິດີຈີຕອນ, ທຸກການລົງທຶນແມ່ນລົງທຶນຈີຕອນ, ທຸກການຊີ້ນຳແມ່ນການຊີ້ນຳແບບີຈີຕອນ. ໝາຍຄວາມວ່າ ວິສາຫະກິດພຽງແຕ່ສາມາດສຳຜັດກັບລູກຄ້າເມື່ອມີ Journey (ວິວັດການຈີຕອນ ກັບລູກຄ້າຢ່າງລຽນຕິດ. ວິສາຫະກິດຕ້ອງມີຍຸດທະສາດຈີຕອນ, ແຜນການີຈີຕອນ, ການບໍລິຫານຈີຕອນ, ການຊີ້ນຳດິຈີຕອນ.

ສ່ວນທ່ານ CEO ຟ້າມກິມຮຸ່ງ ຢືນຢັນ: Base Enterprise ຈະສືບຕໍ່ມາພະຍາຍາມສ້າງບັນດາມາດຕະການເຕັກໂນໂລຊີກ້າວຫນ້າ ຮ່ວມເດີນທາງພ້ອມກັບປະຊາຄົມວິສາຫະກິດ ເພື່ອການເຕີບໃຫຍ່ ແລະ ຈະເລີນຮຸ່ງເຮືອງໝັ້ນຄົງເຂັ້ມແຂງຂອງຫວຽດນາມ, ກ້າວໄປອອກສູ່ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ