Got It AI ຫວຽດນາມ ແລະ ຄວາມມານະພະຍາຍາມ ເພື່ອກາຍເປັນບໍລິສັດທົ່ວໂລກ

(VOVWORLD) - ໃນຄວາມມານະພະຍາຍາມຫັນຍຸດທະສາດ Make in Viet nam ໃຫ້ປາກົດຜົນເປັນຈິງນັ້ນ, ອັນທີ່ເອີ້ນວ່າ Querychat ເຊິ່ງແມ່ນການບໍລິການມຸ່ງໄປສູ່ສາງເກັບມ້ຽນຂໍ້ມູນ ບົນພື້ນຖານຄອມພິວເຕີກຸ່ມເມກ  ຂອງ Got It ອັນໄດ້ສ້າງຄວາມສົນໃຈຢ່າງໃຫຍ່ຫຼວງໃນວົງການເຕັກໂນໂລຊີ ຂໍ້ມູນຂ່າວສານ ເພາະວ່າໄດ້ບັນຈຸປະລິມານພູມປັນຍາສູງ. ສາມປີນັບແຕ່ເມື່ອເປີດໂຕ ເມື່ອປີ 2019 ມາຮອດປັດຈຸບັນບັນດານັກຊ່ຽວຊານຂອງ Got It ໄດ້ມີການປັບປຸງ ເພື່ອໃຫ້ Querychat ສາມາດປັບຕົວໃຫ້ແທດເໝາະກັບການພັດທະນາຂອງຍຸກສະໄໝ.
Got It AI ຫວຽດນາມ ແລະ ຄວາມມານະພະຍາຍາມ ເພື່ອກາຍເປັນບໍລິສັດທົ່ວໂລກ - ảnh 1ຖັນແຖວ Got It AI ຢູ່ອາເມລິກາ
 ໃນຈຸດເວລາຫາກໍ່ປາກົດຕົວໃນທ້ອງຕະຫຼາດນັ້ນ, ຈຸດທີ່ເປັນທ່າແຮງຂອງ Querychat ແມ່ນຊ່ວຍຫັນວຽກງານຂອງກຸ່ມໄຈ້ແຍກຂໍ້ມູນວິສາຫະກິດພາຍໃນເປັນອັດຕະໂນມັດ. ລະອຽດວ່າ Querychat ຊ່ວຍຕອບບັນດາຄຳຖາມທີ່ກ່ຽວຂ້ອງເຖິງຂໍ້ມູນຂອງບັນດາບໍລິສັດ ດ້ວຍພາສາທຳມະຊາດ. ແທນທີ່ຕ້ອງເຂົ້າເບິ່ງຖານຂໍ້ມູນຂອງບໍລິສັດ ເພື່ອຈະຮູ້ຈຳນວນຜູ້ນຳໃຊ້ໃໝ່ນັ້ນ, ບັນດາບໍລິສັດສາມາດນຳໃຊ້ພາສາທຳມະຊາດ ເພື່ອຖາມ Querychat ແລະ ຈະໄດ້ຮັບຄຳຕອບຂອງ Querychat. ອ້າຍ ເລແອັງຢຸ໊ງ ຜູ້ຮັບຜິດຊອບຂອງ Got It AI ຫວຽດນາມ ໃຫ້ຮູ້ວ່າ:

     “ພວກຂ້າພະເຈົ້າເຫັນວ່າມີຕະຫຼາດອື່ນທີ່ເຮົາສາມາດພັດທະນາໄດ້ ໂດຍອີງໃສ່ຄວາມຮູ້ຄວາມເຂົ້າໃຈ ແລະ ບັນດາເຕັກໂນໂລຊີທີ່ເຮົາຊອກຮູ້ໃນໄລຍະສ້າງ Querychat. ນັ້ນແມ່ນ Conversation AI. ນີ້ແມ່ນຜະລິດຕະພັນຊ່ວຍບັນດາບໍລິສັດ ຫັນວຽກງານດູແລລູກຄ້າຂອງເຂົາເຈົ້າເປັນອັດຕະໂນມັດຢ່າງວ່ອງໄວ”.

      ຕາມ ອ້າຍ ເລແອັງຢຸ໊ງ ແລ້ວ, ໂປຣແກມນີ້ຂອງ Got It ໃນປັດຈຸບັນເຄື່ອນໄຫວເປັນຢ່າງດີດ້ວຍພາສາ ອັງກິດ. ແລະ ພວມຖືກບໍລິສັດຍູ້ແຮງພັດທະນາ ຊອກຫາລູກຄ້າຢູ່ຕະຫຼາດ ອາເມລິກາ. ມາເຖິງປັດຈຸບັນ Conversation AI ມີລູກຄ້າໃຫຍ່ຫຼາຍແຫ່ງ ໃນນັ້ນມີທັງບໍລິສັດເຕັກໂນໂລຊີທີ່ເປັນແຜ່ຫຼາຍ. ອ້າຍ ຢຸ໊ງ ໃຫ້ຮູ້ວ່າ:

      “ເປົ້າໝາຍຂອງພວກຂ້າພະເຈົ້າມຸ່ງໄປສູ່ ແມ່ນຕະຫຼາດທົ່ວໂລກ ແຕ່ໄລຍະເວລານັ້ນຜະລິດຕະພັນຂອງພວກຂ້າພະເຈົ້າ ຕ້ອງມຸ່ງໄປສູ່ທຸກໆພາສາທີ່ແຕກຕ່າງກັນ. ແຕ່ເຕັກໂນໂລຊີກ່ຽວຂ້ອງເຖິງ Chatbot ປັດຈຸບັນພຽງແຕ່ໃຊ້ພາສາ ອັງກິດ ແລະ ໜຶ່ງ start up ຢາກກາຍເປັນບໍລິສັດທົ່ວໂລກ,  ບໍລິສັດນັ້ນກໍ່ຕ້ອງຢັ້ງຢືນທີ່ຕັ້ງຂອງຕົນໃນຕະຫຼາດ ອາເມລິກາ”.

      ສຳລັບ Got It AI ຫວຽດນາມແລ້ວ ຖ້າຫາກປະສົບຜົນສຳເລັດຢູ່ ອາເມລິກາ ກໍ່ສາມາດກ້າວເດີນບົນຢ່າງໜັກແໜ້ນ ເພື່ອກາຍເປັນບໍລິສັດທົ່ວໂລກ. ອ້າຍ ເລແອັງຢຸ໊ງ ເຊື່ອໝັ້ນວ່າ:

       “ຂ້າພະເຈົ້າຕີລາຄາສູງຕໍ່ແງ່ຫວັງຜະລິດຕະພັນຂອງ Got It AI ໃນຕະຫຼາດ ອາເມລິກາ ເພາະວ່າປັດຈຸບັນໃນໂລກຍັງບໍ່ທັນມີຜະລິດຕະພັນໃດຄ້າຍຄືຜະລິດຕະພັນທີ່ພວກຂ້າພະເຈົ້າພວມພະຍາຍາມສ້າງຂຶ້ນ”. 

       ໃນໄລຍະປັດຈຸບັນຜະລິດຕະພັນ Conversation AI ຂອງ Got It ຄືດັ່ງຜະລິດຕະພັນໜຶ່ງຊ່ວຍຫັນໄລຍະດູແລລູກຄ້າເປັນອັດຕະໂນມັດ ແຕ່ວິໄສທັດ ຂອງ Got It AI ກ່ຽວກັບຜະລິດຕະພັນນີ້ແມ່ນໄກກວ່າ. ອ້າຍ ເລແອັງຢຸ໊ງ ໃຫ້ຮູ້ຕື່ມອີກວ່າ:

      “ພວກຂ້າພະເຈົ້າຢາກຫັນຜະລິດຕະພັນ Got It AI ກາຍເປັນລະບົບທີ່ໃນພາຍພາກໜ້າ ສາມາດຕອບຜູ້ນຳໃຊ້ ຢູ່ບໍ່ວ່າຢູ່ຂົງເຂດໃດ. ພວກຂ້າພະເຈົ້າຢາກໃຫ້ໂຕຈາດບອດ ສາມາດເຂົ້າໃຈໄດ້ເນື້ອໃນຂອງຄຳຖາມ ແລະ ຍົກອອກຂໍ້ໃຫ້ສັງເກດສ່ວນຕົວຂອງມັນ. ສິ່ງທີ່ສຳຄັນທີ່ສຸດ ແມ່ນເພື່ອບັນລຸໄດ້ເປົ້າໝາຍ, ພວກຂ້າພະເຈົ້າກໍ່ຕ້ອງມີຖັນແຖວພະນັກງານທີ່ແທດເໝາະ.  ພວກຂ້າພະເຈົ້າພວມພະຍາຍາມຢ່າງສຸດຂີດ ເພື່ອຄັດເລືອກບັນດານັກສຶກສາທີ່ດີເດັ່ນທີ່ສຸດ ມາຈາກມາຫາວິທະຍາໄລແຖວໜ້າຂອງ ຫວຽດນາມ.ຖັດຈາກ  Querychat, ດ້ວຍຖັນແຖວພະນັກງານພັດທະນາຜະລິດຕະພັນຕົ້ນຕໍ ເຊິ່ງແມ່ນບັນດານັກວິສາວະກອນຊາວ ຫວຽດນາມ, ຜະລິດຕະພັນ Conversation AI ຂອງ Got It AI ຫວຽດນາມ ກໍ່ເປັນຫຼັກຖານຕໍ່ໄປ ເພື່ອຢັ້ງຢືນຄວາມມານະພະຍາຍາມຂອງ start up ຫວຽດ ແນໃສ່ຫັນຄວາມໃຝ່ຝັນ Make in Viet nam  ໃຫ້ປາກົດຜົນເປັນຈິງ. ອ້າຍ ເລແອັງຢຸ໊ງ ໃຫ້ຮູ້ອີກວ່າ:

    “ໃຕ້ແງ່ມູມຂອງບັນດາຜູ້ເຮັດວຽກງານເຕັກໂນໂລຊີນັ້ນ ຂ້າພະເຈົ້າມີຄວາມພູມໃຈທີ່ສຸດ ເມື່ອເຫັນວ່າລັດຖະບານໄດ້ມີບັນດາຍຸດທະສາດຢ່າງຖືກຕ້ອງ ຂະນະທີ່ໄດ້ນຳບັນດາບໍລິສັດ ແລະ ບັນດາກຸ່ມບໍລິສັດເຕັກໂນໂລຊີກ້າວເດີນຕາມທິດ ຜະລິດອອກບັນດາຜະລິດຕະພັນເຕັກໂນໂລຊີ Make in Viet nam. ພວກຂ້າພະເຈົ້າພວມພະຍາຍາມຢ່າງສຸດຂີດ ເພື່ອໜູນຊ່ວຍຍຸດທະສາດນີ້ຂອງລັດຖະບານ. Make in Viet nam ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ. ດ້ວຍກຳລັງເຕັກໂນໂລຊີຂໍ້ມູນຂ່າວສານຢ່າງໃຫຍ່ຫຼວງນັ້ນ ພວກເຮົາຕ້ອງຄຳນຶງເຖິງການນຳໃຊ້ຜະລິດຕະພັນ ຂອງພວກເຮົາເອງ, ສຸມໃສ່ຄົ້ນຄວ້າພັດທະນາ ເພື່ອຮູ້ວ່າຕ້ອງເຮັດຫຍັງແດ່ ເພື່ອສ້າງ ແລະ ສາມາດຂາຍຜະລິດຕະພັນນັ້ນໄດ້”.

     ດ້ວຍທິດນຳ “ຕ້ອງເຮັດຢ່າງບັງເກີດຜົນ” ບັນດານັກຊ່ຽວຊານເຕັກໂນໂລຊີຂອງ Got It AI ຫວຽດນາມ ພວມສາມາດພິຊິດບັນດາຍອດສູງເຕັກໂນໂລຊີເທື່ອລະກ້າວ ເພື່ອນຳຜົນການປະດິດຄິດສ້າງ ຫວຽດນາມ, ພູມປັນຍາ ຫວຽດນາມ ສະຫວ່າງສະໄຫວໃນຂອບເຂດທົ່ວໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ