LUVIT - ຜະລິດຕະພັນລອກປະຕູ ດີຈີຕອນ “Make in Vietnam”

(VOVWORLD) -ໃນສະພາບການປະຕິວັດອຸດສາຫະກຳ 4.0, ເຕັກໂນໂລຊີອິນເຕີເນັດສັບພະສິ່ງ (IoT) ໄດ້ ແລະ ພວມຖືກນຳໃຊ້ຢ່າງກວ້າງຂວາງໃນຊີວິດປະຈຳວັນ, ໃນນັ້ນມີບັນດາຜະລິດຕະພັນເຮືອນອັດສະລິຍະ ຫຼື smarthome, ພິເສດແມ່ນລອກປະຕູອັດສະລິຍະ ໝາຍເຖິງລອກປະຕູດີຈີຕອນ. ບັນດາລອກປະຕູດີຈີຕອນ ທັງໜັກແໜ້ນທັງຮັກສາຄວາມປອດໄພ ແລະ ມີຄວາມປານີດ ໄດ້ກາຍເປັນທ່າອ່ຽງໃນໄລຍະມໍ່ໆມານີ້ຂອງຜູ້ຊົມໃຊ້. ຕະຫຼາດລອກດີຈີຕອນ ໄດ້ຖືກຄາດຄະເນວ່າ ຈະສືບຕໍ່ພັດທະນາດີໃນໄລຍະທີ່ຈະມາເຖິງ. ໃນສະພາບການນີ້ ມີບາງບໍລິສັດຢູ່ ຫວຽດນາມ ໄດ້ເລີ່ມຫັນທິດໄປສູ່ຕະຫຼາດ ທີ່ມີຄວາມສາມາດບົ່ມຊ້ອນນີ້  ແລະ ໄດ້ໃຫ້ກຳເນີດບັນດາຜະລິດຕະພັນ Make in Vietnam ໃນນັ້ນມີລອກດີຈີຕອນ LUVIT
 LUVIT - ຜະລິດຕະພັນລອກປະຕູ ດີຈີຕອນ “Make in Vietnam” - ảnh 1ທ່ານ ເລດຶກເຟືອງ  ຜູ້ອຳນວຍການໃຫຍ່ບໍລິສັດຮຸ້ນສ່ວນ ລອກປະຕູ ຫວຽດ - ເຊັກໂກ
  ລອກປະຕູດີຈີຕອນ LUVIT ແມ່ນໝາກຜົນຂອງຍຸດທະສາດຮ່ວມມື ລະຫວ່າງບໍລິສັດຮຸ້ນສ່ວນ Lumi ຫວຽດນາມ ແລະ ບໍລິສັດຮຸ້ນສ່ວນລອກປະຕູ ຫວຽດ - ເຊັກໂກ ເຊິ່ງແມ່ນສອງເຄື່ອງໝາຍໃຫຍ່ໃນສອງຂະແໜງ smarthome ແລະ ລອກປະຕູ ເຊິ່ງໄດ້ແນະນນຳຕໍ່ຜູ້ຊົມໃຊ້ນັບແຕ່ເດືອນ ພະຈິກ ປີ 2021.  ທ່ານ ເລດຶກເຟືອງ  ຜູ້ອຳນວຍການໃຫຍ່ບໍລິສັດຮຸ້ນສ່ວນ ລອກປະຕູ ຫວຽດ - ເຊັກໂກ ໃຫ້ຮູ້ວ່າ:

      “ລອກປະຕູ ຫວຽດ - ເຊັກໂກ ແລະ Lumi ໄດ້ຮ່ວມມືທຳການຜະລິດອອກ ປະເພດລອກປະຕູອັດສະລິຍະ LUVIT ໂດຍແມ່ນຊາວ ຫວຽດນາມ ຄົ້ນຄວ້າຜະລິດ. ເປັນອັນວ່າພວກຂ້າພະເຈົ້າຈະສາມາດຄວບຄຸມທຸກດ້ານ ທັງຄຸນນະພາບຜະລິດຕະພັນ ອັນໄດ້ນຳບັນດາຜະລິດຕະພັນທີ່ມີຄຸນນະພາບສູງ ມີຄວາມທົນທານມີຄວາມປານີດ ມາຮັບໃຊ້ລູກຄ້າ”.

      ລອກປະຕູດີຈີຕອນ LUVIT ແມ່ນປະເພດລ໋ອກປະຕູອັດສະລິຍະ ສອດຄ່ອງກັບທ່າອ່ຽງນຳໃຊ້ເຄື່ອງໃນຄອບຄົວທີ່ທັນສະໄໝ ມີຄວາມເປັນເອກະລັກ ເມື່ອທຽບໃສ່ລ໋ອກປະຕູທຳມະດາ. ໂດຍເລີ່ມມາຈາກຄວາມຕ້ອງການເພື່ອຮັກສາຄວາມປອດໄພ, LUVIT ຖືກອອກແບບດ້ວຍຄວາມສາມາດກ່າວເຕືອນໃນຫຼາຍກໍລະນີຖືກແຊກຊຶມ ທີ່ເປັນອັນຕະລາຍຕ່າງໆ. ພ້ອມກັນນັ້ນ LUVIT  ໄດ້ໜູນຊ່ວຍການບັນຊາທາງໄກ, ເຊື່ອມຕໍ່ທຸກໆເວລາ ແລະ ສາມາດຕິດຕັ້ງນຳໃຊ້ໃນ smarthome. ລອກປະຕູ LUVIT ຖືກອອກແບບດ້ວຍມິເຕີແທດເໝາະກັບປະຕູປະເພດຕ່າງໆ ທີ່ີ່ນຳໃຊ້ທົ່ວໄປຢູ່ ຫວຽດນາມ ຄື ປະຕູໄມ້ ແລະ ປະຕູອາລູມີນຽມ. ອ້າຍ ເຢືອງດຶກຕ່າຍ ພາລະກອນ ສັງກັດພະແນກຄົ້ນຄວ້າ ແລະ ພັດທະນາບໍລິສັດຮຸ້ນສ່ວນ  Lumi ຫວຽດນາມ ໃຫ້ຮູ້ວ່າ:

    “ສຳລັບປະຕູໄມ້ ລອກປະຕູ LUVIT ຈະແທດເໝາະກັບຂະໜາດປະຕູໃນເຮືອນທຸກໆຫຼັງຢູ່ ຫວຽດນາມ ໃນໄລຍະ 20 ປີມານີ້. ເພາະສະນັ້ນການທົດແທນລອກປະຕູທຳມະດາດ້ວຍ ລອກປະຕູດີຈີຕອນ ກໍ່ສະດວກສະບາຍທີ່ສຸດ. ສ່ວນສຳລັບປະຕູອາລູມີນຽມ, ລອກປະຕູກໍ່ມີຄວາມກະທັດລັດເບົາບາງກວ່າ ຖືກອອກແບບສະເພາະໃຫ້ແກ່ປະຕູອາລູມີນຽມ. ປັດໄຈທີ່ສຳຄັນຢູ່ທີ່ນີ້ ແມ່ນກັບລອກປະຕູຖືກເຮັດດ້ວຍ ອິນນ໋ອກ 304 ທົນທານດີທີ່ສຸດ”.

    ດ້ວຍຄຸນສົມບັດສາມາດຮັບປະກັນຄວາມປອດໄພສູງ,  ໜຶ່ງໃນບັນດາຄຸນສົມບັດຂອງ LUVIT ແມ່ນຄວາມສາມາດຕ້ານການແຊກຊຶມ. ໃນສະພາບຂໍ້ມູນ ແມ່ນຊັບສົມບັດອັນສຳຄັນ ແລະ ຮັກສາຄວາມລັບດ້ານຂໍ້ມູນ ໄດ້ກາຍເປັນຄວາມສົນໃຈແຖວໜ້າຂອງຜູ້ຊົມໃຊ້, ການເກັບຮັກສາຂໍ້ມູນຂອງ LUVIT ຖືກຕັ້ງຢູ່ ຫວຽດນາມ ຖືກຄຸ້ມຄອງໂດຍຊາວ ຫວຽດນາມ ນີ້ກໍ່ແມ່ນທ່າໄດ້ປຽບ ເພື່ອຊ່ວຍປະລິດຕະພັນ ໄດ້ຮັບຄວາມເຊື່ອໝັ້ນຈາກລູກຄ້າ. ນັກເຕະບານ ຮວ່າງດຶກ ສັງກັດທິມບານເຕະແຫ່ງຊາດ ຫວຽດນາມ ແມ່ນໜຶ່ງໃນບັນດາລູກຄ້າຄົນທຳອິດນຳໃຊ້ລອກປະຕູດີຈີຕອນ LUVIT ແບ່ງປັນວ່າ:

     “ຂ້າພະເຈົ້າຊົມຊອບທີ່ສຸດ ກ່ຽວກັບຄຸນປະໂຫຍດການກ່າວເຕືອນ ເມື່ອມີໃຜພະຍາຍາມແຊກຊຶມເຂົ້າເຮືອນຂອງຕົນ. ສຳລັບລອກປະຕູ LUVIT  ເມື່ອຖືກມ້າງທຳລາຍ ຫຼືວ່າ ມີໃຜພະຍາຍາມແຊກຊຶມ ເພື່ອເປີດປະຕູ, ລອກປະຕູຈະມີລະບົບກ່າວເຕືອນດ້ວຍສຽງ ດັ່ງນັ້ນມີຄວາມອຸ່ນອ່ຽນໃຈທີ່ສຸດ. ຂ້າພະເຈົ້າຊົມຊອບທີ່ສຸດກ່ຽວກັບ ຄຸນປະໂຫຍດຂອງ LUVIT ເພາະວ່າອາດຈະເປີດລອກປະຕູດ້ວຍຫຼາຍວິທີ. ສິ່ງທີ່ສຳຄັນທີ່ພາໃຫ້ຂ້າພະເຂົ້າເລືອກເອົາການນຳໃຊ້ລອກປະຕູ LUVIT ນັ້ນ, ຍ້ອນວ່ານີ້ແມ່ນຜະລິດຕະພັນ Make in Vietnam ຜະລິດຕະພັນສະຫງວນໃຫ້ແກ່ຊາວ ຫວຽດນາມ”.

       ສ່ວນທ່ານ ຫງວຽນດຶກຕ່າຍ ຜູ້ອຳນວຍການໃຫຍ່ບໍລິສັດຮຸ້ນສ່ວນ Lumi ຫວຽດນາມ ໃຫ້ຮູ້ວ່າ:

       “ໃນໄລຍະຄົ້ນຄວ້າ ແລະ ຂະຫຍາຍຕົວ, ພ້ອມກັບການສ້າງບັນດາຜະລິດຕະພັນໃໝ່, ໜຶ່ງໃນບັນດາໜ້າທີ່ທີ່ສຳຄັນຂອງນັກວິສະວະກອນ ພວກຂ້າພະເຈົ້າແມ່ນຕ້ອງກຳແໜ້ນທາງດ້ານເຕັກໂນໂລຊີກ່ຽວກັບກການສ້າງຮູບແບບສິນຄ້າ. ເຕັກໂນໂລຊີຜະລິດດບັນດາແຜງວົງຈອນ ຫາດດິດ ແລະ ຊັອບແວ. ຈາກນັ້ນພວກຂ້າພະເຈົ້າສືບຕໍ່ຂະຫຍາຍເປັນບັນດາຜະລິດຕະພັນດີກວ່າໃນອະສາຄົດ”.

     ຖັດຈາກຜະລິດຕະພັນລອກປະຕູດີຈີຕອນ LUVIT,  Lumi ແລະ ຫວຽດ - ເຊັກໂກ ຈະສືບຕໍ່ດັດສ້າງ, ຜະລິດອອກບັນດາຜະລິດພັນ Make in Vietnam ໃຫ້ແທດເໝາະກັບທ່າອ່ຽງຫຼາຍກວ່າເກົ່າ ຕອບສະໜອງຕາມຄວາມຕ້ອງການຂອງຜູ້ຊົມໃຊ້ດ້ວຍລາຄາຂາຍກໍ່ແທດເໝາະກັບຜູ້ຊົມໃຊ້ຊາວ ຫວຽດນາມ ສ່ວນຫຼວງຫຼາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ