Novaon ແລະ ຂະບວນການພັດທະນາມາດຕະການຫັນເປັນດີຈີຕອນ Make in Vietnam

(VOVWORLD) - ດ້ວຍຄວາມມຸ່ງຫວັງຢາກສ້າງຫຼາຍຜະລິດຕະພັນ, ການບໍລິການ, ມາດຕະການເຕັກໂນໂລຊີທີ່ມີຄຸນນະພາບສູງເຕັມໄປດ້ວຍຄຸນຄ່າຂອງ ຫວຽດນາມ ແລະ ຕາມຈິດໃຈ Make in Vietnam, ເພື່ອຮັບໃຊ້ປະຊາຄົມວິສາຫະກິດ, ປະກອບສ່ວນປະຕິບັດເປົ້າໝາຍຫັນເປັນດີຈີຕອນແຫ່ງຊາດ, ໃນຊຸມປີຜ່ານມາ, ບໍລິສັດຫຸ່ນສ່ວນເຕັກໂນໂລຊີ Novaon Tech ຂຶ້ນກັບກຸ່ມບໍລິສັດ Novaon, ໄດ້ສະຫງວນຫຼາຍແຫຼ່ງກຳລັງຂະໜາດໃຫຍ່ເພື່ອຄົ້ນຄ້ວາ, ສ້າງສາ, ພັດທະນາ, ປັບປຸງບັນດາມາດຕະການດີຈີຕອນ.
Novaon ແລະ ຂະບວນການພັດທະນາມາດຕະການຫັນເປັນດີຈີຕອນ Make in Vietnam - ảnh 1(ພາບປະກອບຈາກ Novaon)

ຄວາມຕັດສິນໃຈ, ຄວາມມານະພະຍາຍາມ ແລະ ກຳລັງຄວາມສາມາດຂອງບໍລິສັດໄດ້ຢັ້ງຢືນດ້ວຍການຮັບຮູ້ຂອງອົງການຄຸ້ມຄອງພ້ອມກັບຄວາມເຊື່ອໝັ້ນ ແລະ ການຮັບເອົາຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດນັບພັນແຫ່ງ.

 

        ໂດຍກຳນົດເອົາການຫັນເປັນດີຈີຕອນ ແມ່ນທິດທາງເດີນທີ່ຈຳເປັນ, ພິເສດແມ່ນສຳລັບປະຊາຄົມວິສາຫະກິດ, ນັບແຕ່ປີ 2006 ມາ, ກຸ່ມບໍລິສັດ Novaon ໄດ້ເລີ່ມລົງມືຄົ້ນຄ້ວາ ແລະ ພັດທະນາບັນດາຜະລິດຕະພັນ, ມາດຕະການເຕັກໂນໂລຊີດີຈີຕອນ ເພື່ອໜູນຊ່ວຍບັນດາວິສາຫະກິດພາຍໃນປະເທດ. ການກຳເນີດຂອງບໍລິສັດຫຸ້ນສ່ວນເຕັກໂນໂລຊີ Novaon Tech ຂຶ້ນກັບກຸ່ມບໍລິສັດນີ້ຕໍ່ຈາກນັ້ນມາ ໄດ້ ພິສູດໃຫ້ເຫັນຢ່າງຈະແຈ້ງທີ່ສຸດ ກ່ຽວກັບທິດທາງເດີນຂອງຍຸດທະສາດນີ້ ແລະ ດ້ວຍຄວາມຕັດສິນໃຈ, ຄວາມມານະພະຍາຍາມພ້ອມກັບບາດກ້າວເດີນທີ່ຖືກຕ້ອງນີ້, ມາຮອດປະຈຸບັນ, Novaon Tech ໄດ້ຜະລິດຫຼາຍຜະລິດຕະພັນ, ການບໍລິການ, ມາດຕະການຫັນເປັນດີຈີຕອນມີຄຸນນະພາບສູງ, ຕອບສະໜອງຄວາມຕ້ອງການທີ່ແທດຈິງຂອງປະຊາຄົມວິສາຫະກິດ. ປະຈຸບັນ, ບໍລິສັດພວມທຳການເຄື່ອນໄຫວກ່ຽວກັບລະບົບນິເວດຫັນເປັນດີຈີຕອນເຊິ່ງລວມມີ 20 ມາດຕະການຫັນເປັນດີຈີຕອນສົມບູນ “Make in Vietnam”.  ທ່ານ ໂງສີຈູງ, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດ Novaon Tech ໃຫ້ຮູ້ວ່າ:

        “Novaon ໄດ້ສ້າງບັນດາໂປຼແກຼມ ເພື່ອເພີ່ມທະວີການຄ້າຂາຍສິນຄ້າໃຫ້ແກ່ວິສາຫະກິດຜ່ານການເພີ່ມຈຳນວນລູກຄ້າດ້ວຍ ໂປຼແກມ Marketing Automation. ບັນດາເຄື່ອງມືນີ້ເພື່ອນຳມາເອົາມາໃຫ້ວິສາຫະກິດມີລູກຄ້າຫຼາຍກ່ວາອີກ. ນອກຈາກນັ້ນ, ຍັງມຸ່ງໄປເຖິງການຄວາມປະທັບໃຈໃຫ້ແກ່ລູກຄ້າໃນການຊື້ເຄື່ອງຂອງກ່ວາອີກ, ໝາຍຄວາມວ່າເພີ່ມທະວີຄວາມນິຍົມຂອງຜູ້ໃຊ້ສອຍຕໍ່ຜະລິດຕະພັນຂອງວິສາຫະກິດກ່ວາອີກ. ຜ່ານນັ້ນ, ຊ່ວຍໃຫ້ວິສາຫະກິດເພີ່ມລາຍຮັບ.”

        ຍ້ອນສາມາດຕອບສະໜອງຄວາມຕ້ອງການຂອງວິສາຫະກິດໄດ້ຢ່າງຖືກຕ້ອງ, ພ້ອມທັງມີລາຄາດີກັບການບໍລິການໜູນຊ່ວຍ ແລະ ການບໍລິການເບິ່ງແຍງຫຼັງການຂາຍເປັນຢ່າງດີ, ມາດຕະການຂອງບໍລິສັດໄດ້ຮັບການຮັບຕ້ອນຈາກປະຊາຄົມວິສາຫະກິດພາຍໃນປະເທດຢ່າງຕັ້ງໜ້າ. ຮອດເດືອນ ພຶດສະພາ 2022, ມີວິສາຫະກິດ 95.000 ແຫ່ງເຊື່ອໝັ້ນນຳໃຊ້ຜະລິດຕະພັນ ແລະ ຜັນຂະຫຍາຍມາດຕະການຫັນເປັນດີຈີຕອນຂອງ Novaon Tech. ທ່ານ ເລງອັກແອັງ - ຜູ້ອຳນວຍການບໍລິສັດຫຸ້ນສ່ວນເຕັກໂນໂລຊີ ແລະ ການຄ້າສາກົນ ແອັງຕູ໊ ແລະ ທ່ານ ເລຟຸກຕ໊ຽນ - ບໍລິສັດໃຫຍ່ຕັດຫຍິບ ບັກຢາງ (LGG) ໄດ້ຕີລາຄາວ່າ:

        ທ່ານ ເລງອັກແອັງ: “ການຫັນເປັນດີຈີຕອນແມ່ນທ່າອ່ຽງທີ່ຈຳເປັນໃນການດຳເນີນທຸລະກິດຂອງວິສາຫະກິດທັງຢູ່ໃນໄລຍະປະຈຸບັນ ແລະ ອະນາຄົດ. ໂດຍເປັນວິສາຫະກິດທຳການຜະລິດ ດັ່ງນັ້ນພວກຂ້າພະເຈົ້າມີສະຕິລະອຽດທີ່ສຸດກ່ຽວກັບບັນຫານີ້. ພວກຂ້າພະເຈົ້າໄດ້ຄົ້ນຄ້ວາ ແລະ ໝູນໃຊ້ບັນດາມາດຕະການກ່ຽວກັບການຫັນເປັນດີຈີຕອນໃນວິສາຫະກິດໂດຍໄວ. ເມື່ອໝູນໃຊ້ໄດ້ເປັນຢ່າງດີແລ້ວ, ພວກຂ້າພະເຈົ້າໄດ້ສັ່ງຊື້ບັນດາມາດຕະການຫັນເປັນດີຈີຕອນແບບມືອາຊີບ.”

        ທ່ານ ເລຟຸກຕ໊ຽນ: “ໃນບໍລິສັດຕັດຫຍິບນັ້ນ, ຈຳນວນພະນັກງານ, ກຳມະກອນແມ່ນຫຼາຍພໍສົມຄວນ. ຊອບແວບໍລິຫານບຸກຄະລາກອນຊ່ວຍໃຫ້ບໍລິສັດລວບລວມໄດ້ຈຳນວນແຮງງານ ແລະ ສິ່ງສຳຄັນທີ່ສຸດທີ່ພວກຂ້າພະເຈົ້າລໍຄອຍຈາກຊອບແວນີ້ແມ່ນຊາວຜູ້ອອກແຮງງານ ສາມາດກວດກາວັນເຮັດວຽກ, ເງິນເດືອນຂອງຕົນ, ແລະ ມີບັນດາການປະກອບສ່ວນ, ສະແດງຄຳເຫັນຂອງຕົນໂດຍກົງໃນຊອບແວນີ້ໃຫ້ແກ່ຄະນະການນຳບໍລິສັດ.”

Novaon ແລະ ຂະບວນການພັດທະນາມາດຕະການຫັນເປັນດີຈີຕອນ Make in Vietnam - ảnh 2
ຜູ້ຕາງໜ້າ Novaon ຮັບລາງວັນ TOP 50 ວິສາຫະກິດເຕີບໂຕດີເດັ່ນໃນປີ 2022 (ພາບ: VTV)

        ວັນທີ 15 ກໍລະກົດຜ່ານມາ, ທີ່ພິທີຍ້ອງຍໍຊົມເຊີຍ Top ອຸດສາຫະກຳ 4.0 ຫວຽດນາມ ຄັ້ງທີ 1 ປີ 2022, Novaon Tech ເປັນກຽດໄດ້ນອນໃນ “Top ວິສາຫະກິດມີຜະລິດຕະພັນດີຈີຕອນອັດສະລິຍະ ແລະ ມາດຕະການເຕັກໂນໂລຊີອຸດສາຫະກຳ 4.0”.  ລາງວັນນີ້ແມ່ນເພື່ອແນໃສ່ເຊີດຊູບັນດາຜົນສຳເລັດໃນການຫັນເປັນດີຈີຕອນທີ່ດີເດັ່ນຂອງບັນດາອົງການ/ວິສາຫະກິດ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນຜົນສຳເລັດວິທະຍາສາດ ແລະ ເຕັກໂນໂລຊີຂອງປະເທດຊາດ, ຊຸກຍູ້ການພັດທະນາເສດຖະກິດດີຈີຕອນ ຫວຽດນາມ. ບັນດາພື້ນຖານຂຶ້ນກັບລະບົບນິເວດຜະລິດຕະພັນດີຈີຕອນ “Make in Vietnam” ຂອງ Novaon Tech ໄດ້ຮັບການເຊີດຊູແມ່ນມາດຕະການຫຼັກແຫຼ່ງໃນການໜູນຊ່ວຍວິສາຫະກິດແກ້ໄຂບັນຫາແຫຼ່ງກຳລັງຂອງລູກຄ້າ, ການບໍລິຫານການເຄື່ອນໄຫວ ແລະ ການຄ້າເອເລັກໂຕນິກ.

        ກ່ອນລາງວັນ Top ອຸດສາຫະກຳ 4.0 ຫວຽດນາມ ປີ 2022 ແລ້ວ, Novaon Tech ກໍ່ໄດ້ຮັບການເຊີດຊູຢ່າງຕໍ່ເນື່ອງດ້ວຍບັນດາລາງວັນທີ່ມີອິດທິພົນຊື່ສຽງອື່ນໆຄື: Top 10 ວິສາຫະກິດອຸດສາຫະກຳຂໍ້ມູນຂ່າວສານແຖວໜ້າຢູ່ ຫວຽດນາມ;  Best Solution Awards 2021; Top 50 ວິສາຫະກິດມີການເຕີບໂຕດີເດັ່ນທີ່ສຸດຢູ່ ຫວຽດນາມ (Fast 500) ໃນ 3 ປີຢ່າງລຽນຕິດຄື: 2019, 2020 ແລະ 2021…; ລາງວັນ ຊາວເຄ 3 ປີຢ່າງລຽນຕິດຄື: 2019, 2020 ແລະ 2021…

        ພິເສດ, ບໍ່ພຽງແຕ່ອົງການຄຸ້ມຄອງ ແລະ ປະຊາຄົມວິສາຫະກິດພາຍໃນປະເທດຮັບຮູ້ ແລະ ຕີລາຄາສູງເທົ່ານັ້ນ, Novaon Tech ຍັງໄດ້ຮັບຄວາມເຊື່ອໝັ້ນຮ່ວມມືຈາກບໍລິສັດ, ວິສາຫະກິດຄູ່ຮ່ວມມືຕ່າງປະເທດຫຼາຍແຫ່ງອີກດ້ວຍ. ທ່ານ ຫງວຽນມິງກຸ໊ຍ - ປະທານກຸ່ມບໍລິສັດ Novaon ຢັ້ງຢືນວ່າ: ການຮັບຮູ້ ແລະ ຮັບເອົາຈາກບັນດາອົງການຄຸ້ມຄອງ, ປະຊາຄົມວິສາຫະກິດ ກໍ່ຄືບັນດາຄູ່ຮ່ວມມືສາກົນ ແມ່ນພື້ນຖານ, ແມ່ນກຳລັງໜູນສຳຄັນເພື່ອໃຫ້ກຸ່ມບໍລິສັດ Novaon ເວົ້າລວມ, ບໍລິສັດ Novaon Tech ເວົ້າສະເພາະ, ສືບຕໍ່ເດີນຕາມຄວາມເມົາມົວຢາກຄົ້ນຄ້ວາ, ສ້າງ ແລະ ພັດທະນາບັນດາມາດຕະການຫັນເປັນດີຈີຕອນ “Make in Vietnam”. ທ່ານ ຫງວຽນມິງກຸ໊ຍ ໄດ້ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າມຸ່ງໄປເຖິງການສ້າງບັນດາກອງປະຊຸມສຳມະນາຫັນເປັນດີຈີຕອນ, ດຳເນີນທຸລະກິດ ອອນລາຍໄປຮອດທ້ອງຖິ່ນຕ່າງໆ, ກ່ອນອື່ນໝົດໄດ້ສຸມໃສ່ຢູ່ແຂວງພາກເໜືອ, ຫຼັງຈາກນັ້ນເປີດກ້ວາງໄປແຂວງພາກໃຕ້. ຮູບແບບການຜັນຂະຫຍາຍແມ່ນໄດ້ສົມທົບກັບສະມາຄົມການຄ້າເອເລັກໂຕນິກ ແລະ ສະມາຄົມວິສາຫະກິດໜຸ່ມຂອງບັນດາແຂວງເພື່ອເປັນຊ່ອງທາງເຊື່ອມຕໍ່, ເພື່ອນຳເອົາຄວາມຮູ້, ບົດຮຽນ, ທ່າອ່ຽງໄປໃຫ້ວິສາຫະກິດຢ່າງເລິກເຊິ່ງທີ່ສຸດ, ເພື່ອແຜ່ຂະຫຍາຍບັນດາທ່າອ່ຽງຫັນເປັນດີຈີຕອນ, ສ້າງຄວາມສຳເລັດໃຫ້ຫຼາຍກ່ວາອີກ.”

        ເຊື່ອໝັ້ນວ່າ, ດ້ວຍຄວາມສາມາດບົ່ມຊ້ອນດ້ານເຕັກໂນໂລຊີທີ່ສະສົມມາ ພ້ອມກັບການກຳນົດທິດພັດທະນາທີ່ເໝາະສົມ ແລະ ໂດຍສະເພາະແມ່ນແງ່ຫວັງແຫ່ງ Make in Vietnam ຢ່າງແຮງ, Novaon Tech ຈະສືບຕໍ່ແມ່ນການເລືອກເຟັ້ນທີ່ໜ້າໄວ້ເນື້ອເຊື່ອໃຈຂອງວິສາຫະກິດຫຼາຍແຫ່ງໃນວິວັດການຫັນເປັນດີຈີຕອນ, ປະກອບສ່ວນແທດຈິງເຂົ້າໃນການເຕີບໃຫຍ່ເຂັ້ມແຂງຂອງປະຊາຄົມວິສາຫະກິດ ແລະ ພື້ນຖານເສດຖະກິດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ