VINCSS - ວິສາຫະກິດນຳໜ້າ ໃນການພັດທະນາເຕັກໂນໂລຊີຢັ້ງຢືນຄວາມຖືກຕ້ອງລະດັບເຂັ້ມແຂງ (Make in Vietnam)

(VOVWORLD) -ໂດຍແມ່ນຫົວໜ່ວຍນຳໜ້າ ແລະ ມີພຽງແຫ່ງດຽວຂອງ ຫວຽດນາມ ມາຮອດຈຸດເວລານີ້ ໄດ້ເຂົ້າຮ່ວມສະຫະພັນຢັ້ງຢືນຄວາມຖືກຕ້ອງທາງອອນລາຍໂລກ (FIDO Alliance) ເຊິ່ງແມ່ນອົງການເຕົ້າໂຮມຫຼາຍກຸ່ມບໍລິສັດເຕັກໂນໂລຊີແຖວໜ້າຂອງໂລກ. ບໍລິສັດຮຸ້ນສ່ວນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ VINCSS (ກຸ່ມບໍລິສັດ ວິນກຣຸບ) ພວມຍູ້ແຮງການສະໜອງບັນດາມາດຕະການຢັ້ງຢືນ ເພື່ອຮັກສາຄວາມລັບທີ່ກ້າວໜ້າ, ປອດໄພ, ມີຄຸນປະໂຫຍດ ໃຫ້ແກ່ບັນດາວິສາຫະກິດ, ກຸ່ມບໍລິສັດ, ອົງການຕ່າງໆຢູ່ພາຍໃນປະເທດ. ໃນນັ້ນມາດຕະການຢັ້ງຢືນ ໂດຍບໍ່ນຳໃຊ້ ພາດສະເວີດ ຍັງເອີ້ນວ່າຢັ້ງຢືນຄວາມຖືກຕ້ອງລະດັບເຂັ້ມແຂງ FIDO2 ພວມຖືກບໍລິສັດສຸມໃສ່ຜັນຂະຫຍາຍຢ່າງກວ້າງຂວາງ.
VINCSS - ວິສາຫະກິດນຳໜ້າ ໃນການພັດທະນາເຕັກໂນໂລຊີຢັ້ງຢືນຄວາມຖືກຕ້ອງລະດັບເຂັ້ມແຂງ (Make in Vietnam) - ảnh 1ລະບົບສິ່ງແວດລ້ອມຢັ້ງຢືນລະດັບເຂັ້ມແຂງບໍ່ນຳໃຊ້ ພາດສະເວີດ ຕາມມາດຖານ FIDO2 ສາກົນທຳອິດຢູ່ອາຊີຕາເວັນອອກສຽງໃຕ້
 ຕາມການຕີລາຄາຂອງບັນດາອົງການທີ່ມີອິດທິຜົນຊື່ສຽງໃນໂລກ, ການໂຈມຕີທາງເຄືອຂ່າຍອິນເຕີເນັດ ຫຼື ເອີ້ນວ່າການໂຈມຕີເຕັກໂນໂລຊີສູງ ພວມເກີດຂຶ້ນນັບມື້ນັບຮ້າຍແຮງ ອັນໄດ້ກໍ່ຜົນເສຍຫາຍທາງດ້ານເສດຖະກິດເຖິງຫຼາຍຕື້ໂດລາສະຫະລັດຕໍ່ປີໃນທົ່ວໂລກ. ໃນນັ້ນບັນດາບຸກຄົນບຸກໂຈມຕີໄດ້ສຸມໃສ່ບັນດາຈຸດອ່ອນຂອງພາດສະເວີດ ເຊິ່ງບໍລິສັດວິສາຫະກິດນຳໃຊ້ ເພື່ອປ້ອງກັນບັນຊີເງິນຝາກ, ລະບົບຄຸ້ມຄອງ, ຂໍ້ມູນຕ່າງໆ... ການຢັ້ງຢືນດ້ວຍ ພາດສະເວີດ ນັບມື້ນັບສະແດງໃຫ້ເຫັນຄວາມອ່ອນແອ. ຈາກສະພາບຕົວຈິງດັ່ງກ່າວບໍລິສັດວິສາຫະກິດໃນໂລກໄດ້ ແລະ ພວມຕັ້ງໜ້າຊອກຫາບັນດາມາດຕະການຢັ້ງຢືນດ້ວຍຄວາມປອດໄພມີປະສິດທິຜົນ ແລະ ປະຢັດຄ່າໃຊ້ຈ່າຍ. ໝາກຜົນມີຢູ່ວ່າແຕ່ຫຼາຍປີມານີ້ ການຢັ້ງຢືນໂດຍບໍ່ນຳໃຊ້ ພາດສະເວີດ ໄດ້ພິສູດໃຫ້ເຫັນແມ່ນທ່າອ່ຽງທີ່ຕ້ອງເປັນໄປ ຍ້ອນລັກສະນະດີເລີດຂອງມັນ. ເລື່ອງສະຫະພັນຢັ້ງຢືນທາງອອນລາຍໂລກ FIDO Alliance ໄດ້ສ້າງຕັ້ງຂຶ້ນເມື່ອປີ 2012 ກໍ່ແມ່ນຫຼັກຖານຢັ້ງຢືນຢ່າງຈະແຈ້ງໃຫ້ແກ່ທ່າອ່ຽງນີ້. ຢູ່ ຫວຽດນາມ  ເມື່ອເຫັນໄດ້ເຖິງຄວາມສຳຄັນຂອງບັນຫານີ້ ນັບແຕ່ປີ 2019 ບໍລິສັດຮຸ້ນສ່ວນຄວາມປອດໄພທາງເຄືອຂ່າຍ VINCSS ຂອງກຸຸ່ມບໍລິສັດ ວິນກຣຸບ ໄດ້ເລີ່ມຄົ້ນຄວ້າ ທົດລອງ ແລະ ມາເຖິງປີ 2020 ໄດ້ສຸມໃສ່ຍູ້ແຮງການສ້າງບັນດາມາດຕະການຢັ້ງຢືນ ໂດຍບໍ່ນຳໃຊ້ ພາດສະເວີດ ຫຼື ເອີ້ນວ່າຢັ້ງຢືນລະດັບເຂັ້ມແຂງທາງອອນລາຍ. ໃນເດືອນ ກັນຍາ ປີ 2020 ບໍລີສັດໄດ້ມີສາມຜະລິດຕະພັນຢັ້ງຢືນໂດຍບໍ່ນຳໃຊ້ ພາດສະເວີດ ແລະ ໄດ້ຖືກ FIDO Alliance ອອກໃບຢັ້ງຢືນ ພ້ອມທັງກາຍເປັນຫົວໜ່ວຍທຳອິດຂອງ ຫວຽດນາມ ໄດ້ເຂົ້າເປັນສະມາຊິກ FIDO Alliance. ພິເສດວັນທີ 13 ກໍລະກົດທີ່ຜ່ານມາ ບໍລິສັດ VINCSS ໄດ້ເປີດຕົວລະບົບສິ່ງແວດລ້ອມຢັ້ງຢືນລະດັບເຂັ້ມແຂງໂດຍບໍ່ນຳໃຊ້ ພາດສະເວີດ ຢ່າງເປັນທາງການ. ນີ້ແມ່ນລະບົບສິ່ງແວດລ້ອມຢັ້ງຢືນລະດັບເຂັ້ມແຂງບໍ່ນຳໃຊ້ ພາດສະເວີດ ຕາມມາດຖານ FIDO2 ສາກົນທຳອິດຢູ່ອາຊີຕາເວັນອອກສຽງໃຕ້. ທ່ານ ໂດ໊ງອກຢຸຍຈ໊າກ ຜູ້ອຳນວຍການໃຫຍ່ VINCSS ຢືນຢັງວ່າ:

     “ມາຮອດຈຸດເວລານີ້ ໃນຂັ້ນພື້ນຖານ ພວກຂ້າພະເຈົ້າໄດ້ສຳເລັດລະບົບສິ່ງແວດລ້ອມ ເຊິ່ງໃນນັ້ນກໍ່ມີຄົບທຸກຢ່າງທີ່ຈຳເປັນເພື່ອຜັນຂະຫຍາຍການຫັນປ່ຽນ ຈາກການຢັ້ງຢືນລະດັບອ່ອນໄປສູ່ການຢັ້ງຢືນລະດັບເຂັ້ມແຂງໃຫ້ບໍ່ວ່າອົງການໃດໆ. ລະບົບສິ່ງແວດລ້ອມນີ້ ຖືກຜະລິດຢູ່ ຫວຽດນາມ ຈາກການອອກແບບ, ແນວຄວາມຄິດຕະຫຼອດຮອດການຜະລິດ”.

      ເພື່ອຕອບສະໜອງໄດ້ຕາມມາດຖານສາກົນຢ່າງເຄັ່ງຄັດ, ຜະລິດຕະພັນ VINCSS FIDO2 ໄດ້ຖືກຫຼາຍອົງການທີ່ມີຊຶ່ສຽງໃນໂລກເລືອກເຟັ້ນ. ມາຮອດປັດຈຸບັນ ພ້ອມກັບນັກແຈກຢາຍ 5 ຫົວໜ່ວຍຢູ່ພາຍໃນປະເທດ, ບໍລິສັດ  VINCSS   ຍັງມີນັກແຈກຢາຍຕ່າງປະເທດ 3 ຫົວໜ່ວຍ ໃນນັ້ນມີ 2 ຫົວໜ່ວຍແຈກຢາຍຢູ່ຕະຫຼາດ ຍີ່ປຸ່ນ ແລະ ສີງກະໂປ. ທ່ານ ໂດ໊ງອກຢຸຍຈ໊າກ ຢືນຢັນວ່າ:

    “ມາດຕະການຂອງພວກຂ້າພະເຈົ້າແມ່ນສ້າງຄວາມສາມາດຢັ້ງຢືນ ເຊິ່ງບໍ່ມີພວກແຮັກເກີໃດໆທີ່ສາມາດແຊກແຊງເຂົ້າຂະບວນວິວັດ ຢັ້ງຢືນຄວາມຖືກຕ້ອງນັ້ນ. ນັ້ນແມ່ນເຫດຜົນທີ່ສະແດງໃຫ້ເຫັນວ່າ ເປັນຫຍັງມາດຕະການຂອງພວກຂ້າພະເຈົ້າຖືກເອີ້ນວ່າຢັ້ງຢືນລະດັບເຂັ້ມແຂງ”.

      VINCSS   ພັດທະນາຢ່າງສຳເລັດຜົນ ສຳລັບລະບົບສິ່ງແວດລ້ອມຢັ້ງຢືນລະດັບເຂັ້ມແຂງທຳອິດຢູ່ ຫວຽດນາມ ແລະ ທັງພາກພື້ນອາຊີຕາເວັນອອກສຽງໃຕ້ ໄດ້ຮັບການຕີລາຄາສູງຈາກນັກຊ່ຽວຊານຫຼາຍຄົນ ເປັນຕົ້ນແມ່ນບັນດານັກຄຸ້ມຄອງ. ກ່າວຄຳເຫັນທີ່ການໂອ້ລົມສົນທະນາກ່ຽວກັບການຢັ້ງຢືນໂດຍບໍ່ນຳໃຊ້ ພາດສະເວີດ Make in Vietnam ເມື່ອວັນທີ 13 ກໍລະກົດທີ່ຜ່ານມາ ທ່ານຮອງລັດຖະມົນກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນຮຸ່ຍຢຸ໊ງ ເນັ້ນໜັກວ່າ ເລື່ອງ  VINCSS ເປີດຕົວລະບົບສິ່ງແວດລ້ອມຢັ້ງຢືນບໍ່ນຳໃຊ້ ພາດສະເວີດ ທຳອິດຢູ່ ຫວຽດນາມ  ແລະ ທັງພາກພື້ນອາຊີຕາເວັນອອກສຽງໃຕ້ ກໍ່ແມ່ນເຫດການທີ່ມີຄວາມໝາຍສຳຄັນ ໃນສະພາບການຫັນເປັນດີຈີຕອນໃນປັດຈຸບັນ. ທ່ານຮອງລັດຖະມົນຕີ ຫງວຽນຮຸ່ຍຢຸ໊ງ ຢືນຢັນວ່າ:

         “ເຫດການເປີດຕົວລະບົບສິ່ງແວດລ້ອມຢັ້ງຢືນບໍ່ນຳໃຊ້ ພາດສະເວີດ VINCSS ໃນວັນນີ້ແມ່ນສັນຍານທີ່ດີ, ອີກຄັ້ງໜຶ່ງກໍ່ຢັ້ງຢືນວິສາຫະກິດ ຫວຽດນາມ ມີຄວາມສາມາດຢ່າງພຽງພໍ ເພື່ອຄົ້ນຄວ້າພັດທະນາປະດິດຄິດສ້າງບັນດາຜະລິດຕະພັນ ເພື່ອສະໜອງການບໍລິການຕອບສະໜອງຕາມມາດຕະຖານ ຮັບປະກັນຄວາມລັບຢ່າງສູງສຸດຂອງສາກົນ”.

    ການພັດທະນາບັນດາ ໂປຣແກມ, ການບໍລິການດີຈີຕອນ ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຍຸດທະສາດ ຂອງໂຄງການຫັນເປັນດີຈີຕອນແຫ່ງຊາດ. ແຕ່ເຖິງຢ່າງໃດກໍ່ຕາມ ຍິ່ງເປີດກວ້າງຄຸນລັກສະນະ, ຄຸນປະໂຫຍດຂອງມາດຕະການດີຕີຕອນ ໄປຄຽງຄູ່ກັບຄວາມສ່ຽງຖືກບຸກໂຈມຕີທາງເຄືອຂ່າຍນັບມື້ນັບເພີ່ມສູງຂຶ້ນ. ໃນສະພາບການນີ້ ເຕັກໂນໂລຊີຢັ້ງຢືນໂດຍບໍ່ນຳໃຊ້ ພາດສະເວີດ ໄດ້ຮັບການຕີລາຄາວ່າ ແມ່ນຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ເພາະວ່າມັນບໍ່ພຽງແຕ່ຊ່ວຍວິສາຫະກິດພັດທະນາເທົ່ານັ້ນ ຫາກຍັງມີຄວາມສາມາດປ້ອງກັນໃນດ້ານຕ່າງໆ ໃນການຫັນເປັນດີຈີຕອນຄືລັດຖະບານດີຈີຕອນ ສັງຄົມດີຈີຕອນ. 

ຕອບກັບ

ຂ່າວ/ບົດ​ອື່ນ