vnCare – ວິ​ທີ​ການ​ຈົດ​ທະ​ບຽນ​ກວດ​ພະ​ຍາດ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ສຸ​ຂະ​ພາບ​ທາງ​ໄກ​ຂອງ ຊາວ​ຫວຽດ​ນາມ

(VOVWORLD) - ດ້ວຍ Slogan “vnCare - ເພື່ອສຸຂະພາບຂອງທ່ານ”, ວິທີການໜູນຊ່ວຍການເບິ່ງແຍງດູແລສຸຂະພາບປະຊາຊົນ vnCare ແມ່ນລະບົບສະໜອງພື້ນຖານພາຍໃຕ້ຮູບແບບການບໍລິການ, ຊ່ວຍປະຊາຊົນມີຄວາມເປັນເຈົ້າການໃນການສັບຊ້ອນຕາຕະລາງກວດພະຍາດຢ່າງງ່າຍດາຍ, ປະກອບສ່ວນຫຼຸດຜ່ອນຈຳນວນຄົນເຈັບມາກວດພະຍາດຢູ່ຮາກຖານສາທາລະນະສຸກເຫຼືອເກີນ, ຍົກສູງຄຸນນະພາບການບໍລິການຢູ່ຮາກຖານການແພດ. ນີ້ແມ່ນໜຶ່ງໃນບັນດາ app ໂທລະສັບມືຖືຮັບໃຊ້ປະຊາຊົນຂອງກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ ຫວຽດນາມ (VNPT) ເຊິ່ງໄດ້ຮັບການຕີລາຄາສູງຈາກລູກຄ້າ ຍ້ອນລັກສະນະທີ່ດີເລີດ ແລະ ມີປະສິດທິຜົນຢ່າງແທ້ຈິງໃນການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດ.
vnCare – ວິ​ທີ​ການ​ຈົດ​ທະ​ບຽນ​ກວດ​ພະ​ຍາດ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ສຸ​ຂະ​ພາບ​ທາງ​ໄກ​ຂອງ ຊາວ​ຫວຽດ​ນາມ - ảnh 1ການກວດ ແລະ ປິ່ນປົວພະຍາດທາງໄກໄດ້ປະກອບສ່ວນຫຼຸດຜ່ອນຈຳນວນຄົນເຈັບມາກວດພະຍາດຢູ່ຮາກຖານສາທາລະນະສຸກເຫຼືອເກີນ (ພາບ: PLO)

 

ໂປຼແກຼມ vnCare ໂດຍຖັນແຖວພະນັກງານຂອງ VNPT ສ້າງຂຶ້ນດ້ວຍເປົ້າໝາຍໜູນຊ່ວຍປະຊາຊົນໃນການເບິ່ງແຍດູແລສຸຂະພາບໃຫ້ແກ່ຕົນເອງ ແລະ ຍາດຕິພີ່ນ້ອງໃນຄອບຄົວ ດ້ວຍການໃຊ້ຢ່າງງ່າຍດາຍໃນໂທລະສັບ smartphone ຂອງຕົນ. ວິທີການໜູນຊ່ວຍການເບິ່ງແຍງດູແລສຸຂະພາບປະຊາຊົນ vnCare ແມ່ນລະບົບສະໜອງບັນດາພື້ນຖານພາຍໃຕ້ການບໍລິການ, ຊ່ວຍປະຊາຊົນມີຄວາມເປັນເຈົ້າການໃນການສັບຊ້ອນຕາຕະລາງກວດພະຍາດຢ່າງງ່າຍດາຍ, ປະກອບສ່ວນຫຼຸດຜ່ອນຈຳນວນຄົນເຈັບມາກວດພະຍາດຢູ່ຮາກຖານສາທາລະນະສຸກເຫຼືອເກີນ, ຍົກສູງຄຸນນະພາບການບໍລິການຢູ່ຮາກຖານການແພດ. ອ້າຍ ຫງວຽນຊວັນບິ່ງ, ນັກຊ່ຽວຊານສູນວິທີການແກ້ໄຂການແພດເອເລັກໂຕນິກ, ບໍລິສັດເຕັກໂນໂລຢີຂໍ້ມູນຂ່າວສານ VNPT (VNPT IT) ໃຫ້ຮູ້ວ່າ:

    ບາງລັກສະນະທີ່ພົ້ນເດັ່ນຂອງ app vnCare ນັ້ນແມ່ນ ນຳໃຊ້ EKYC ແລະ ເຕັກໂນໂລຢີ AI ຂອງບໍລິສັດເຕັກໂນໂລຢີຂໍ້ມູນຂ່າວສານ VNPT ພັດທະນາເພື່ອສະແກນ, ຢັ້ງຢືນຊື່ ແລະ ນາມສະກຸນຂອງລູກຄ້າ ກໍ່ຄືສະແກນໃບໜ້າແທ້ຂອງຄົນເຈັບ. ທີສອງ, ຄົນເຈັບນຳໃຊ້ app vnCare ສາມາດຈົດທະບຽນການກວດພະຍາດຢ່າງມີໄຫວພິບ, ມີຄວາມເປັນເຈົ້າການໃນການນັດການກວດພະຍາດຕາມພະແນ, ທ່ານໝໍກໍ່ຄືວັນເວລາກວດ. ທີ 3, ດ້ວຍ app vnCare, ຄົນເຈັບອາດຈະໂທຫາເພື່ອໄດ້ຮັບຄຳປຶກສາໂດຍກົງຜ່ານ video call ຈາກທ່ານໝໍ ກໍ່ຄືພະນັກງານການແພດ. ທີ 4, ອາດຈະເບິ່ງໝາກຜົນການກວດໃນ app ແລະ ບໍ່ຕ້ອງໄປໂຮງໝໍ.

    ໜຶ່ງໃນບັນດາລັກສະນະທີ່ວົງການນັກວິຊາການການແພດໄດ້ຕີລາຄາສູງນັ້ນແມ່ນ vnCare ເປີດກາລະໂອກາດ ແບ່ງປັນດ້ານວິຊາການ, ບົດຮຽນປະສົບການໃນການກວດ ແລະ ປິ່ນປົວຈາກທາງໄກດ້ວຍຫຼາຍຮູບແບບທີ່ອຸດົມສົມບູນຄື video call. ການເຊື່ອມຕໍ່ກັບຖັນແຖວທ່ານໝໍຈາກທາງໄກ ຊ່ວຍໃຫ້ຄົນເຈັບໄດ້ຮັບການແນະນຳທີ່ດີທີ່ສຸດ, ປະກອບສ່ວນຫຼຸດຜ່ອນຈຳນວນຄົນເຈັບມາກວດພະຍາດຢູ່ຮາກຖານການແພດເຫຼືອເກີນ. vnCare ກໍ່ຊ່ວຍເປີດກວ້າງກາລະໂອກາດແບ່ງປັນວິຊາການ, ປະສົບການໃນການກວດ ແລະ ປິ່ນປົວພະຍາດ, ເພີ່ມລັກສະນະໂປ່ງໃສ, ເຂົ້າອັບເດດບັນດາຂໍ້ມູນທີ່ກ່ຽວຂ້ອງຂອງຄົນເຈັບຢ່າງງ່າຍດາຍ, ຍົກສູງຄຸນນະພາບໃນການກວດ ແລະ ປິ່ນປົວພະຍາດ. ໃນບາງກໍລະນີດ່ວນ, ທ່ານໝໍກໍສາມາດຮູ້ໄດ້ອາການເຈັບເປັນຂອງຄົນເຈັບໂດຍໄວ ເພື່ອແນະນຳວິທີການປິ່ນປົວໃຫ້ທັນການ.  App vnCare ກໍ່ຊ່ວຍຮາກຖານການແພດຄຸ້ມຄອງຕາຕະລາງນັດກັບຄົນເຈັບໄດ້, ຄົ້ນຫາຂໍ້ມູນຕາຕະລາງນັດກັບຄົນເຈັບເພື່ອສັບຊ້ອນເວລາປິ່ນປົວພະຍາດຢ່າງເໝາະສົມ.

vnCare – ວິ​ທີ​ການ​ຈົດ​ທະ​ບຽນ​ກວດ​ພະ​ຍາດ ແລະ ໃຫ້​ຄຳ​ປຶກ​ສາ​ດ້ານ​ສຸ​ຂະ​ພາບ​ທາງ​ໄກ​ຂອງ ຊາວ​ຫວຽດ​ນາມ - ảnh 2ນັກເຕັກນິກ VNPT ຮ່າໂນ້ຍ ໜູນຊ່ວຍຜັນຂະຫຍາຍໂປຼແກຼມເຕັກໂນໂລຢີ ຂໍ້ມູນຂ່າວສານຢູ່ໂຮງໝໍ
(ພາບ: VNPT)

    vnCare ສາມາດຕັ້ງເວລາ, ໂຄງປະກອບບັນດາເວລາໄດ້ ເຊິ່ງປະຊາຊົນອາດຈະຈອງຄິວໃນຕາຕະລາງ, ສ້າງວິທີການຢັ້ງຢືນເພື່ອຫຼຽກຫລ້ຽງການນັດທີ່ບໍ່ມີມູນຄວາມຈິງໃນລະບົບ. ດ້ວຍລັກສະນະພົ້ນເດັ່ນນີ້, vnCare ໄດ້ ແລະ ພວມແມ່ນການເລືອກເອົາຂອງຫຼາຍໂຮງໝໍສູນກາງ ແລະ ທ້ອງຖິ່ນຄື: ໂຮງໝໍໄປສະນີ, ໂຮງໝໍຫຼາຍຂະແໜງກິ່ງຝຸ, ໂຮງໝໍຫຼາຍຂະແໜງຫວູຍື (ຂຶ້ນກັບແຂວງທ໊າຍບິ່ງ)... ກໍ່ຄືຫຼາຍຮາກຖານການແພດໃນທົ່ວປະເທດ. ທ່ານ ເລແມັງດຶກ, ຮອງຜູ້ອຳນວຍການໂຮງໝໍໄປສະນີ ຮ່າໂນ້ຍ ໃຫ້ຮູ້ວ່າ:

    ພວກຂ້າພະເຈົ້າເປັນເຈົ້າການໃນການຜັນຂະຫຍາຍໂຄງການຈົດທະບຽນການກວດພະຍາດຈາກທາງໄກ, ລະອຽດແມ່ນໝູນໃຊ້ app vnCare, ເພື່ອໃຫ້ຄົນເຈັບສາມາດຈົດທະບຽນການກວດ ແລະ ເມື່ອມາໂຮງໝໍຈະໄດ້ຮັບການບຸລິມະສິດ, ຫຼຸດຜ່ອນເວລາລົງໄດ້ຫຼາຍທີ່ສຸດ ແລະ ຊ້ຳບໍ່ໜຳແມ່ນໄປຕາມທາງສະເພາະ ເພື່ອຈຳກັດການສຳຜັດຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້. ເມື່ອຄົນເຈັບຈົດທະບຽນກວດພະຍາດໃນ app vnCare, ລະບຽບການກໍງ່າຍດາຍພໍສົມຄວນ. App vnCare ຈະອັບເດດຂໍ້ມູນຄົນເຈັບ, ສົ່ງຂໍ້ມູນຂ່າວໃຫ້ແກ່ພະນັກງານຮັບຜິດຊອບຂອງໂຮງໝໍຮັບຜິດຊອບ app vnCare. ພະນັກງານຄົນນີ້ ຈະເຊື່ອມຕໍ່ກັບທ່ານໝໍເພື່ອນັດການກວດ, ເວລາກວດຢ່າງຊັດເຈນ ແລະ ເມື່ອຄົນເຈັບມາໂຮງໝໍ ກໍບໍ່ຕ້ອງປະຕິບັດລະບຽບການຫຍັງຄື ຖ້າຄິວ ຫຼື ເອົບັດກວດ, ພຽງແຕ່ໄປຫາທ່ານໝໍໂດຍກົງ.

ສຳລັບຜູ້ນຳໃຊ້, app vnCare ໄດ້ຊ່ວຍປະຕິບັດວິວັດການເຄື່ອນໄຫວຢ່າງສຸດຂີດ, ຮັບໃຊ້ການຄຸ້ມຄອງຄົນເຈັບໃຫ້ເປັນຢ່າງດີ, ເພີ່ມທະວີຄວາມສາມາດໃນການກຳແໜ້ນບັນຫາ ແລະ ຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງລະບົບການແພດ - ການເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ພ້ອມກັນນັ້ນ, ກໍຕອບສະໜອງການກຳນົດທິດລວມ ແລະ ປະຕິບັດຕາມບັນດາມາດຖານກ່ຽວກັບ app ເຕັກໂນໂລຢີຂໍ້ມູນຂ່າວສານໃນຂົງເຂດການແພດຂອງລັດຖະບານ, ກະຊວງສາທາລະນະສຸກ. ສຳລັບປະຊາຊົນ app vnCare ໄດ້ຊ່ວຍການສຳຜັດກັບການບໍລິການເບິ່ງແຍງດູແລສຸຂະພາບໂດຍໄວ, ຢູ່ທຸກບ່ອນທຸກເວລາ. ບໍ່ວ່າຢູ່ໃສ, ປະຊາຊົນກໍ່ສາມາດໄດ້ຮັບການເບິ່ງແຍງສຸຂະພາບຢ່າງງ່າຍດາຍ ພຽງແຕ່ນຳໃຊ້ smartphone ກໍ່ຄືເປັນເຈົ້າການໃນການສັບຊ້ອນຕາຕະລາງກວດພະຍາດຢ່າງງ່າຍດາຍ. ຕາມຂັ້ນຕອນປົກກະຕິ, ເມື່ອມາໂຮງໝໍ, ບັນດາຄົນເຈັບຈະເອົາບັດຄິວ, ນັ່ງຖ້າຮອດຄິວຕົນເອງເພື່ອປະຕິບັດລະບຽບການລົງທະບຽນ ແລ້ວເອົາບັດກວດພະຍາດ, ແລ້ວມາຫ້ອງກວດຈິ່ງໄດ້ຈົດຊື່ຢູ່ໃນບັດ ແລະ ລໍຖ້າຮອດຄິວຂອງຕົນ, ທຳມະດາຕ້ອງເສຍເວລາເພື່ອໃຫ້ຄົນເຈັບມາກວດ ແລະ ໄດ້ຮັບຄຳປຶກສາ ປະມານເຄິ່ງວັນ, ຊ້ຳບໍ່ໜຳແມ່ນໝົດມື້ຈຶ່ງແລ້ວ. ຜ່ານ app vnCare, ເມື່ອປະຊາຊົນລົງທະບຽນການກວດ ແລະ ປິ່ນປົວພະຍາດແລ້ວ ໂຮງໝໍຈະສະໜອງລະຫັດກວດແບບອັດຕະໂນມັດ ແລະ ສະໜອງຂໍ້ມູນ, ຂັ້ນຕອນການກວດພະຍາດຢ່າງລະອຽດ ໃນ app, ບໍ່ຕ້ອງລໍຖ້າຈົດທະບຽນ, ຫຼຸດຜ່ອນເວລາກວດພະຍາດ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງໄປມາ.

    ພິເສດ, ໃນເວລາປະຕິບັດການແຍກຫ່າງສັງຄົມຍ້ອນພະຍາດໂຄວິດ - 19, app vnCare ຍັງຊ່ວຍປະຊາຊົນຫຼຸດຜ່ອນການເດີນທາງໄປມາ, ຫຼີກລ້ຽງການຕິດພະຍາດໂຄວິດ - 19 ຢູ່ໂຮງໝໍ, ເມື່ອກວດສຸຂະພາບໃນກໍລະນີພົບກັບບັນຫາກ່ຽວກັບພະຍາດທຳມະດາ. ການນັດເວລາກວດຢູ່ app vnCare, ຄົນເຈັບຈະໄດ້ຕ້ອນຮັບເປັນຢ່າງດີ, ໄດ້ກວດພະຍາດຖືກຕ້ອງຕາມເວລາທີ່ໄດ້ນັດມາກ່ອນ. app vnCare ກໍ່ສາມາດຕອບສະໜອງການຮັບໃຊ້ປະຊາຊົນຢູ່ລະດັບຄວາມຮູ້ທີ່ແຕກຕ່າງຜ່ານບັນດາຊ່ອງທາງນັດການກວດດ້ວຍວິທີການທີ່ງ່າຍດາຍ ເຊິ່ງຜູ້ໃດກໍ່ສາມາດນຳໃຊ້ໄດ້. ພ້ອມກັນນັ້ນ, ບັນດາຂໍ້ມູນອາການຂອງຄົນເຈັບກໍ່ໄດ້ເກັບຮັກສາ, ຊ່ວຍເຂົ້າຊອກຫາເອກະສານອາການສຸຂະພາບສ່ວນຕົວຂອງຕົນໄດ້ຢ່າງງ່າຍດາຍ. ເອື້ອຍ ຫງວຽນທິທູຢາງ, ຢູ່ຮ່າໂນ້ຍ, ແບ່ງປັນພາຍຫຼັງການໃຊ້ຕົວຈິງ app vnCare ວ່າ:

    App vnCare ນີ້ນຳໃຊ້ງ່າຍ, ຮູບແບບເປັນມິດ ແລະ ນຳໃຊ້ກໍ່ໄວ, ເມື່ອນຳໃຊ້ຜ່ານ app vnCare ແລະ ມາໂຮງໝໍ, ພະນັກງານ, ພະຍາບານໄດ້ແນະນຳຢ່າງສຸດຈິດສຸດໃຈ, ພາໄປກວດ ແລະ ລົງທະບຽນໂດຍໄວ.

    ປະຊາຊົນມີຄວາມຕ້ອງການກວດ, ໃຫ້ຄຳປຶກສາຢູ່ບັນດາຮາກຖານການແພດ, ເມື່ອຕິດຕັ້ງ ແລະ ນຳໃຊ້ app vnCare ຈະມີຄວາມສະດວກຫຼາຍຢ່າງ, ຈຳກັດການສຳຜັດ ຫຼື ເວລາສຳຜັດໜ້ອຍທີ່ສຸດຢູ່ຮາກຖານການແພດ, ຫຼີກລ້ຽງການເຕົ້າໂຮມກັນຫຼາຍຄົນ ແຕ່ຍັງບັນລຸປະສິດທິຜົນຄືຄວາມຕ້ອງການ.

    ຍູ້ແຮງການຫັນເປັນດີຈີຕອນ ໄດ້ ແລະ ພວມປະກອບສ່ວນຍົກສູງຄຸນນະພາບໃນການກວດ ແລະ ປິ່ນປົວພະຍາດຢູ່ຫຼາຍໂຮງໝໍໃນທົ່ວປະເທດ. ດ້ວຍການສ້າງ ແລະ ນຳ app vnCare ໂດຍແມ່ນ app ຂອງຊາວຫວຽດນາມ ນຳເຂົ້າເຄື່ອນໄຫວໃນວົງກວ້າງຢູ່ບັນດາຮາກຖານການແພດພາຍໃນປະເທດ, VNPT ບໍ່ພຽງແຕ່ ມີຄວາມຫວັງຢາກປະກອບສ່ວນແບ່ງປັນຄວາມຫຍຸ້ງຍາກຂອງຂະແໜງການແພດ ແລະ ບັນດາໂຮງໝໍເທົ່ານັ້ນ ຫາກຍັງຢາກຊ່ວຍປະຊາຊົນປ່ຽນແປງຄວາມລຶງເຄີຍໃນການກວດ ແລະ ປິ່ນປົວພະຍາດ. ດ້ວຍປະສິດທິຜົນຢ່າງແທ້ຈິງໃນວຽກງານກວດປິ່ນປົວພະຍາດ, app vnCare ມີຄວາມເປັນກຽດແມ່ນຜະລິດຕະພັນເຕັກໂນໂລຢີ Make in Vietnam ທີ່ໄດ້ຮັບຫຼຽນທອງ ຢູ່ການມອບລາງວັນເຕັກໂນໂລຢີຂໍ້ມູນຂ່າງ (IT World Awards 2021) - ເຊິ່ງແມ່ນລາງວັນແຖວໜ້າຂອງຂະແໜງເຕັກໂນໂລຢີຂໍ້ມູນຂ່າວສານໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ