(VNPT e-Cabinet) ຫ້ອງ​ປະ​ຊຸມບໍ່​ຕ້ອງ​ການ​ເອ​ກະ​ສານ- ປະ​ກອບ​ສ່ວນ​ກໍ່​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ເອ​ເລັກ​ໂຕ​ນິກ​ຢູ່ ຫວຽດ​ນາມ

(VOVWORLD) -ໄລຍະຜ່ານມາ, ກຸ່ມບໍລິສັດ VNPT ໄດ້ສ້າງ ແລະ ຜັນຂະຫຍາຍບັນດາມາດຕະການມຸ່ງໄປເຖິງ ເປົ້າໝາຍ: ຫັນພື້ນຖານເສດຖະກິດເປັນດິຈີຕອນ; ຫັນເປັນສັງຄົມດິຈີຕອນ; ຫັນອົງການລັດຈຳນວນຫນຶ່ງເປັນ ດິຈີຕອນ; ພັດທະນາກຳລັງແຮງງານ ດິຈີຕອນ. ວິວັດການນີ້ ເບື້ອງຕົ້ນບັນລຸໄດ້ໝາກຜົນຕັ້ງຫນ້າຫລາຍຢ່າງ. ຜະລິດຕະພັນຊອບແວ ຫ້ອງປະຊຸມບໍ່ຕ້ອງການເອສ້າງອຳນາດການປົກຄອງເອເລັກໂຕນິກ ຢູ່ ຫວຽດນາມ.
 
E-Cabinet ຫ້ອງປະຊຸມບໍ່ຕ້ອງການເອກະສານ ເພື່ອແນໃສ່ປ່ຽນແປງວິທີການເຮັດວຽກຂອງບັນດາຫົວຫນ່ວຍ ອົງການຂອງລັດ ແລະ ວິສາຫະກິດ ຈາກເລື່ອງອີງໃສ່ເອກະສານດ້ວຍເຈ້ຍໄປຍັງວິທີເຮັດວຽກແບບໃຫມ່ທາງເຄືອຂ່າຍອິນເຕີແນັດ, ນຳໃຊ້ເອກະສານເອເລັກໂຕນິກ, ປະກອບສ່ວນສຳຄັນຍົກສູງປະສິດທິຜົນໃນການຄຸ້ມຄອງ, ບໍລິຫານຂອງລູກຄ້າ, ສ້າງສະພາບແວດລ້ອມເຮັດວຽກຢ່າງທັນສະໄຫມ, ສີວິໄລ.

E-Cabinet ຫລຸດຜ່ອນເອກະສານດ້ານບໍລິຫານໃນແຕ່ລະການປະຊຸມ, ປະຢັດລາຍຈ່າຍພິມເອກະສານ, ຫລຸດຜ່ອນເວລາກະກຽມ, ເພີ່ມທະວີການພົວພັນແລກປ່ຽນລະຫວ່າງບັນດາສະມາຊິກເຂົ້າຮ່ວມການປະຊຸມ, ຍົກສູງຄຸນນະພາບວຽກງານຊີ້ນຳບໍລິຫານ.

(VNPT e-Cabinet) ຫ້ອງ​ປະ​ຊຸມບໍ່​ຕ້ອງ​ການ​ເອ​ກະ​ສານ- ປະ​ກອບ​ສ່ວນ​ກໍ່​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ເອ​ເລັກ​ໂຕ​ນິກ​ຢູ່ ຫວຽດ​ນາມ - ảnh 1ຜູ້ຕາງໜ້າ VNPT ບິ່ງເຟືອກ ແນະນຳລະບົບໂປຼແກຼມ "ຫ້ອງປະຊຸມບໍ່ຕ້ອງການເອກະສານ"(ພາບ: dienbien.vnpt.vn)

E-Cabinet ເຂົ້າເຖິງບັນດາໂຣຼແກລມຜ່ານລະບົບ API ຢ່າງງ່າຍດາຍ; ເຊື່ອມຕໍ່ກັບອຸປະກອນ: ຫນ້າຈໍ TV, QR Code, Laptop/Tablet, SMS/Email,…ຢ່າງສະດວກ. ຮູບການນຳໃຊ້ກໍ່ສະດວກສະບາຍ, ມີລັກສະນະພົວພັນຕິດຕໍ່ສູງ; ຄຸ້ມຄອງການບັນທຶກເອກະສານປະຊຸມທາງໄກໄດ້ດີ, ຫນູນຊ່ວຍລາຍເຊັນດິຈີຕອນຜ່ານ Sim Mobile PKI. ດ້ວຍຫລາຍຈຸດພົ້ນເດັ່ນຄືແນວນັ້ນ, ລະບົບ E-Cabinet ໄດ້ຮັບຄວາມເຊື່ອໝັ້ນ ແລະ ເລືອກໃຊ້ຈາກຫລາຍແຂວງ, ນະຄອນ. ທ່ານ ຮີ່ງກວາງລຽມ ຜູ້ອຳນວຍການໃຫຍ່ VNPT ຢັ້ງຢືນວ່າ:

 “ນີ້ແມ່ນໂປຼແກລມຊື່ງບັນດາອຳນາດການປົກຄອງໄດ້ນຳໃຊ້ທຸກມື້. ຂ້າພະເຈົ້າຖືວ່າ ໂປຼແກລມນີ້ ຈະນັບມື້ນັບພັດທະນາໃນລະບົບນິເວດທີ່ມີຫລາຍໂປຼແກລມກັບອຳນາດການປົກຄອງປັນຍາປະດິດ, ຊ່ວຍໃຫ້ຜູ້ນຳໃຊ້ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ງ່າຍດາຍກວ່າ”.

ມາດຕະການ VNPT e-Cabinet ໄດ້ຮັບການຜັນຂະຫຍາຍໃນລະບົບເກັບຮັກສາຂໍ້ມູນ Cloud Computing ຢູ່ສູນຖານຂໍ້ມູນຕາມມາດຕະຖານ Uptime Tier3 ແຖວຫນ້າຂອງ VNPT. ຈາກນັ້ນ ບັນດາຖານຂໍ້ມູນຍາມໃດກໍ່ຮັບປະກັນຄວາມພ້ອມ, ຄວາມປອດໄພ ພ້ອມທັງໄດ້ຮັກສາຄວາມລັບຢູ່ໃນລະດັບສູງສຸດ. ລະບົບໄດ້ອອກແບບຕາມອົງປະກອບກ້າວຫນ້າ, ມີຫລາຍຄຸນລັກສະນະ ແລະ ເຄື່ອງມືອັບເດດ ຜ່ານນັ້ນນຳມາເຊິ່ງຫລາຍຜົນປະໂຫຍາດໃຫ້ຫົວຫນ່ວຍນຳໃຊ້.

VNPT e-Cabinet ລວມມີ: ລະບົບເອກະສານເອເລັກໂຕນິກ .- ລາຍເຊັນເອເລັກໂຕນິກ, ລະບົບເອກະສານເອເລັກໂຕນິກ - ຕິດຕາມ, ເລັ່ງລັດ, ກວດການການປະຕິບັດຫນ້າທີ່ ແລະ ວາລະປະຊຸມບໍ່ຕ້ອງການເອກະສານ. ໂປຼ ແກລມໄດ້ສ້າງຂຶ້ນແບບເປັນມືອາຊີບ, ມີແບບມີແຜນ, ຮັບປະກັນການຮັບໃຊ້ວຽກງານບໍລິຫານ ແລະ ຕິດຕາມເນື້ອໃນການປະຊຸມຂອງການນຳ ແລະ ບັນດາຜູ້ແທນກ່ອນ, ໃນ ແລະ ຫລັງການປະຊຸມ. ມາຮອດປະຈຸບັນ VNPT e-Cabinet ໄດ້ຮັບການຜັນຂະຫຍາຍຢູ່ອຳນາດການປົກຄອງຈາກສູນກາງລົງຮອດທ້ອງຖິ່ນເປັນສ່ວນຫລາຍ ແລະ ໄດ້ຮັບການຕີລາຄາສູງ. ທ່ານ ຫງວຽນຈິກຽນ, ຫົວຫນ້າກົມສັງລວມ ຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ:

 “ປະຈຸບັນ ຫ້ອງວ່າການລັດຖະບານ ໄດ້ປະຕິບັດການປະຊຸມບໍ່ນຳໃຊ້ເອກະສານດ້ວຍເຈຍ ຫາກແກ້ໄຂວຽກງານຜ່ານລະບົບດິຈີຕອນ. ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນກໍ່ບໍ່ຕ້ອງມາເອົາເກະສານ ຫາກຮັບເອກະສານຜ່ານເອເລັກໂຕນິກ. ເອກະສານເອເລັກໂຕນິກຮັບໃຊ້ການປະຊຸມໄດ້ອັບເດດຢ່າງລຽນຕິດທາງເອເລັກໂຕນິກ ແລະ ບັນດາສະມາຊິກລັດຖະບານສາມາດຊອກຮູ້, ຄົ້ນຫາໄດ້ຢ່າງທັນທີ ກ່ອນເລີ່ມຕົ້ນການປະຊຸມ”

ຍ້ອນມີ e-Cabinet, ການຊີ້ນຳນຳພາບໍລິຫານຂອງບັນດາການນຳແຂວງ, ນະຄອນ ແມ່ນບັນລຸປະສິດທິຜົນກວ່າ ພ້ອມທັງປະຢັດລາຍຈ່າຍພິມ, ຮັບເອກະສານໄດ້ກວ່າ 50%. ໃນຊຸມປີມໍ່ໆມານີ້ ລັດຖະບານ, ວິສາຫະກິດບັນດາປະເທດໃຫຍ່ໃນໂລກ,ໃນນັ້ນ ມີຫວຽດນາມ ຕ້ອງປະເຊີນຫນ້າກັບສິ່ງທ້າທາຍໃຫຍ່ ຮຽກຮ້ອງຕ້ອງມີການປ່ຽນແປງເພື່ອໃຫ້ເໝາະສົມກັບຄວາມກ້າວຫນ້າຂອງເຕັກໂນໂລຊີ, ວິທະຍາສາດເຕັກນິກ. ການປະຕິວັດອຸດສາຫະກຳ 4.0 ພັດທະນາຢ່າງກະໂດດຂັ້ນ, ການຫັນເປັນດິຈີຕອນ (Digital Transformation) ກາຍເປັນສິ່ງທີ່ໄດ້ນຳໃຊ້ຢ່າງເປັນປະຈຳ ແລະ ແມ່ນທ່າອ່ຽງທີ່ຂາດບໍ່ໄດ້ສຳລັບການຄົງຕົວ ແລະ ພັດທະນາຂອງບັນດາອົງການ, ວິສາຫະກິດ ແລະ ທຸກຂົງເຂດໃນຊີວິດສັງຄົມ.

ໂດຍແມ່ນວິສາຫະກິດໂທລະຄົມມະນາຄົມ, ເຕັກໂນໂລຊີແຖວຫນ້າຂອງຫວຽດນາມ, VNPT ສວມບົດບາດພາທາງໃນການປະຕິວັດດິຈີຕອນ ຢູ່ ຫວຽດນາມ, ແມ່ນຫົວຫນ້ານຳພາການສ້າງອຳນາດການປົກຄອງ ແລະ ພື້ນຖານເສດຖະກິດ ດິຈີຕອນ, ກາຍເປັນຫົວຫນ່ວຍນຳຫນ້າໃນການເຫັນເປັນດິຈີຕອນ ຢູ່ ຫວຽດນາມ ແລະ ມຸ່ງໄປເຖິງຂອບເຂດທົ່ວໂລກ. VNPT ມີບາດກ້າວກະໂດດຂັ້ນຢ່າງແຮງ, ນຳໃຊ້ການເຫັນເປັນດິຈີຕອນເຂົ້າໃນການຄຸ້ມຄອງວິສາຫະກິດໃຫ້ຫົວຫນ່ວຍຕົນ ພ້ອມທັງນຳໃຊ້ເຕັກໂນໂລຊີ IoT, Big Data, BlockChain…. ສ້າງບັນດາຜະລິດຕະພັນບໍລິການດິຈີຕອນດີເລີດ, ລະບົບນິເວດດິຈີຕອນສະຫນອງໃຫ້ລູກຄ້າ. ປະຈຸບັນ VNPT ແມ່ນນັກສະຫນອງບັນດາມາດຕະການດິຈີຕອນມີລະບົບນິເວດດິຈີຕອນຢ່າງອຸດົມສົມບູນໃນທຸກຂົງເຂດຄື: ການສຶກສາ, ສາທາລະນະສຸກ, ກະສິກຳ, ນະຄອນອັດສະລິຍະ…

ໄລຍະຜ່ານມາ, VNPT ເຂົ້າຮ່ວມບັນດາໂຄງການຫັນເປັນ ດິຈີຕອນຈຸດສຸດຂອງລັດຖະບານ ແລະ ວິສາຫະກິດ. ດ້ວຍຍຸດທະສາດລົງທຶນ, ພັດທະນາລະບົບນິເວດຢູ່ ໃນຫລາຍຂົງເຂດ, ຍູ້ແຮງການພັດທະນາບັນດາມາດຕະການ, ບໍລິການດິຈີຕອນ, VNPT ກາຍເປັນກຸ່ມບໍລິສັດເສດຖະກິດຂະຫຍັນຂັນເຄື່ອນ, ເອົາໃຈໃສ່ເຖິງການພັດທະນາບັນດາຜະລິດຕະພັນ, ບໍລິການ, ມາດຕະການ ICT ປະດິດຄິດສ້າງ, ບຸກທະລຸ, ສ້າງເປັນຄຸນຄ່າຢ່າງແທ້ຈິງໃຫ້ແກ່ຊີວິດ, ຮຽງບ່າຮຽງໄລ່ພ້ອມກັບລັດຖະບານສ້າງຫລາຍມາດຕະການເຕັກໂນໂລຊີ, ຫັນແຜນຮ່າງລັດຖະບານ ເອເລັກໂຕນິກໃຫ້ປະກົດຜົນເປັນຈິງ, ປະກອບສ່ວນເຂົ້າໃນການພັດທະນາພື້ນຖານເສດຖະກິດຫວຽດນາມ ຢ່າງແຮງ./.

ຕອບກັບ

ຂ່າວ/ບົດ​ອື່ນ