ກົກໆ - ໂປຼ​ແກຼມ Make in Viet Nam ທີ່​ຊ່ວຍ​ໃຫ້​ຊາວ ຫວຽດ​ນາມ ມີ​ຄວາມ​ສຸ​ກກວ່າ​ໃນ​ໂລກ​ດີ​ຈີ​ຕອນ

(VOVWORLD) -ກົກໆ ແມ່ນບໍລິສັດ startup ທາງດ້ານເຕັກໂນໂລຢີຂອງ ຫວຽດນາມ ໂດຍເປັນທີ່ຮູ້ຈັກກັນດີກັບ ໂປແກຼມ ແລະ ເຄື່ອງມືຄົ້ນຫານັບແຕ່ຕອນສ້າງຕັ້ງມາຮອດປັດຈຸບັນກົກ ຍາມໃດກໍສຸມໃສ່ພັດທະນາຕາທິດນຳທີ່ວ່າ “ຊ່ວຍນຳມາເຊິ່ງຄວາມສຸກໃຫ້ແກ່ຄົນ ຫວຽດ ດ້ວຍການນຳໃຊ້ຄວາມສາມາດບົ່ມຊ້ອນໃນໂລກດີຈີຕອນຢ່າງສຸດຂີດ” ແລະ “ຜູ້ນຳໃຊ້ແມ່ນສຳຄັນທີ່ສຸດ”  user first.
ກົກໆ - ໂປຼ​ແກຼມ Make in Viet Nam ທີ່​ຊ່ວຍ​ໃຫ້​ຊາວ ຫວຽດ​ນາມ ມີ​ຄວາມ​ສຸ​ກກວ່າ​ໃນ​ໂລກ​ດີ​ຈີ​ຕອນ - ảnh 1ກົກໆ ແມ່ນໂປຼແກຼມ ແລະ ເຄື່ອງມືຄົ້ນຫາ Make in Vietnam  ໂດຍມີຜູ້ນຳໃຊ້ກວ່າ 25 ລ້ານຄົນ (ພາບ: baodautu.vn)

 

 ກົກໆ ໄດ້ກຳເນີດເກີດຂຶ້ນຈາກແນວຄວາມຄິດຂອງນັກສຶກສາ ຫວຽດນາມ 3 ຄົນ: ນັ້ນແມ່ນ ຫງວຽນແທັງບິ່ງ, ເລວັນແທັງ ແລະ ຫງວຽນດຶກງອກ ດ້ວຍຄວາມປາດຖະໜາ ປະດິດສ້າງເຄື່ອງມືຄົ້ນຫາທີ່ດີທີ່ສຸດໃຫ້ແກ່ຄົນ ຫວຽດ. ອ້າຍ ເລວັນແທັງ, ໜຶ່ງໃນນັກສຶກສາ 3 ຄົນທີ່ກໍ່ຕັ້ງ ກົກໆ ເລົ່າສູ່ຟັງວ່າ:

ໃນປີ 2008, ພວກຂ້າພະເຈົ້າແມ່ນນັກສຶກສາປີສຸດທ້າຍຂອງມະຫາວິທະຍາໄລສັງລວມ ມົດສະກູ ມີແນວຄວາມຄິດສ້າງເວັບໄຊໜຶ່ງຮັບໃຊ້ການຄົ້ນຫາ ຢູ່ ຫວຽດນາມ ເພາະວ່າ ໃນໄລຍະສຶກສາຮ່ຳຮຽນ, ພວກຂ້າພະເຈົ້າເຫັວ່າລະດັບການພັດທະນາຂອງ ອິນເຕີເນັດ ແມ່ນໃຫຍ່ຫຼວງທີ່ສຸດ, ເຄື່ອງມືຄົ້ນຫາ Google ຕອບສະໜອງໄດຂ້ອນຂ້າງດີແລ້ວ, ແຕ່ພວກເຮົາຍັງມີຫຼາຍຄວາມຽກຮ້ອງຕ້ອງການອື່ນອີກ. ນັ້ນແມ່ນແນວຄວາມຄິດພັດທະນາເຄື່ອງມືຄົ້ນຫາຢູ່ ຫວຽດນາມ.”

ປີ 2008, ນັກວິສະວະກອນ 3 ຄົນນັ້ນໄດ້ກັບມາ ຫວຽດນາມ ເພື່ອສຶກສາຕະຫຼາດຢູ່ພາຍໃນປະເທດ ແລະ ຂຶ້ນແຜນຊັກຊວນນັກລົງທຶນ. ປີ 2010, ກົກໆ ຈຶ່ງໄດ້ກຳເນີດຢ່າງເປັນທາງການ ດ້ວຍຫຼາຍຄຸນສົມບັດປະມວນເຂົ້າກັນຢ່າງຈັບອົກຈັບໃຈ, ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນ ແລະ ພັດທະນາອີງຕາມຄວາມຊິນເຄີຍ ແລະ ການກະທຳນຳໃຊ້ອິນເຕີເນັດຂອງຄົນ ຫວຽດນາມ. ທ່ານ ຫງວຽນຫວູແອັງ, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ (CEO) ກົກໆ ໃຫ້ຮູ້ວ່າ:

“ກົກໆ ແມ່ນໂປຼແກຼມ ແລະ ເຄື່ອງມືຄົ້ນຫາ Make in Vietnam  ໂດຍມີຜູ້ນຳໃຊ້ກວ່າ 25 ລ້ານຄົນ. ກົກໆ ຍາມໃດກໍມານະພະຍາຍາມເພື່ອສ້າງຄວາມຮັບຜິດຊອບຫຼາຍທີ່ສຸດເທົ່າທີ່ຫຼາຍໄດ້ຕໍ່ຜູ້ນຳໃຊ້ ແລະ ສຸມໃສ່ຊາວ ຫວຽດນາມ. ດີກວ່າ ຢູ່ທີ່ນີ້ ໝາຍຄວາມວ່າ ໂຫຼດໜ້າເວັບຕ່າງໆໄດ້ໄວກວ່າ, ແລ່ນໂຄສະນາໄດ້ດີກວ່າ ແລະ ສາມາດ ດາວໂຫຼດ ຄຼິບວິດີໂອໄດ້ຢ່າງງ່າຍດາຍ ແລະ ປອດໄພກວ່າ. ເລື່ອງປົກປ້ອງຜູ້ນຳໃຊ້ກໍແມ່ນເປົ້າໝາຍໜຶ່ງຂອງ ກົກໆ”.

ກົກໆ - ໂປຼ​ແກຼມ Make in Viet Nam ທີ່​ຊ່ວຍ​ໃຫ້​ຊາວ ຫວຽດ​ນາມ ມີ​ຄວາມ​ສຸ​ກກວ່າ​ໃນ​ໂລກ​ດີ​ຈີ​ຕອນ - ảnh 2ທ່ານ ຫງວຽນຫວູແອັງ, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ (CEO) ກົກໆ (ພາບ: ກົກໆ)
 ຢູ່ຕະຫຼາດ ຫວຽດນາມ, ກົກໆ ໄດ້ຮັບຖືວ່າ ແມ່ນຄູ່ແຂ່ງທີ່ແຂງແກ່ນ ແລະ ມີການແກ້ງແຍ້ງໂດຍກົງກັບ Google. ໂດຍໃຫ້ຂໍ້ສັງເກດກ່ຽວກັບກຳລັງແຮງຂອງ ກົກໆ, ສຳນັກຂ່າວສານ Nikkei Asia ຖືວ່າ ເຄື່ອງມືຊອກຫາອອນໄລຂອງ ຫວຽດນາມ ນີ້ ນັບມື້ນັບເຕີບໃຫຍ່ເຂັ້ມແຂງໃນບັ້ນຕໍ່ສູ້ກັບ “ບໍລິສັດມະຫາອຳນາດ” ຄື Google ຢູ່ ຕະຫຼາດ ຫວຽດນາມ. ຕາມສຳນັກຄົ້ນຄວ້າຕະຫຼາດ ComScore (ອາເມລິກາ) ແລ້ວ, ກົກໆ ແມ່ນຕົວທ່ອງເວັບທີ່ເປັນເຄື່ອງໝາຍການຄ້າຂອງ ຫວຽດນາມ ທີ່ມີລະດັບການເຕີບໂຕຢ່າງແຮງ ພາຍຫຼັງໄດ້ເປີດຕົວໃນໄລຍະສັ້ນໆ. ກົກໆກໍຢັ້ງຢືນໄດ້ທີ່ຕັ້ງ ແລະ ບົດບາດຂອງໂປຼແກຼມດ້ວຍບັນດາຕົວເລກທີ່ໜ້າປະທັບໃຈ. ກົກໆ ນອນໃນກຸ່ມ 5 ຕົວທ່ອງເວັບທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຢູ່ ຫວຽດນາມ ໃນເວລາພຽງແຕ່ 2 ເດືອນ ພາຍຫຼັງທີ່ເປີດຕົວໃນເດືອນ ພຶດສະພາ 2013. ຊ້ຳບໍ່ໜຳ, ເດືອນ ກັນຍາ 2014, ກົກໆ ຍັງລື່ນກາຍ Firefox. ຕົ້ນປີ 2015, ກົກໆ ໄດ້ຮັບເງິນລົງທຶນ 14 ລ້ານ USD ຈາກກຸ່ມບໍລິສັດສື່ມວນຊົນແຖວໜ້າຂອງ ເຢຍລະມັນ - Hubert Burda Media. ກົກໆ ແມ່ນຕົວແທນໜຶ່ງດຽວຂອງ ຫວຽດນາມ ທີ່ນອນໃນກຸ່ມຕົວທ່ອງເວັບທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຕາມບົດລາຍງານຂອງ Digision Lab ປະຕິບັດໃນໄຕມາດ 2 ປີ 2021. ຫວ່າງມໍ່ໆມານີ້, ຕົວທ່ອງເວັບ ກົກໆ ຍັງນອນໃນກຸ່ມ 10 ຜະລິດຕະພັນດີຈີຕອນດີເດັ່ນທີ່ສຸດຂອງລາງວັນ Make in Vietnam ປີ 2021. ນອກຈາກນັ້ນແລ້ວ, ຍັງຍາດໄດ້ 4 ລາງວັນ ແລະ ນອນໃນກຸ່ມ 10 ຂອງລາງວັນ ຊາວເຄວ ປີ 2021. ມາຮອດປັດຈຸບັນນີ້, ກົກໆ ຍັງແມ່ນຕົວທ່ອງໜຶ່ງດຽວຂອງ ຫວຽດນາມ ທີ່ຫຼາຍຄຸນສົມບັດເປັນປະໂຫຍດ ທີ່ສະຫງວນສະເພາະໃຫ້ແກ່ ຄົນ ຫວຽດ. ທ່ານ ເລວັນແທັງ ຖືວ່າ:

“ພວກຂ້າພະເຈົ້າມີທ່າໄດ້ປຽບ ເມື່ອເປັນບໍລິສັດພັດທະນາຢູ່ ຫວຽດນາມ, ນັກເຕັກນິກສ່ວນຫຼາຍກໍແມ່ນຄົນ ຫວຽດ. ສະນັ້ນ, ພວກຂ້າພະເຈົ້າມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມຕ້ອງການຂອງຄົນ ຫວຽດ. ນັ້ນແມ່ນທ່າແຮງ, ທ່າໄດ້ປຽບຂອງ ກົກໆ.”

ກົກໆ ແມ່ນບໍລິສັດ “Make in Vietnam” 100%. ບໍລິສັດ ກົກໆ ໄດ້ສຸມໃສ່ຄົ້ນຄວ້າຄວາມຕ້ອງການທີ່ເປັນເອກະລັກສະເພາະຂອງຄົນ ຫວຽດນາມ ແລະ ມີຫຼາຍຄຸນສົມບັດທີ່ເປັນປະໂຫຍດ, ສະດວກດີ, ເໝາະສົມກັບຕະຫຼາດທີ່ມີປະຊາກອນກວ່າ 93 ລ້ານຄົນນີ້, ເປັນຕົ້ນແມ່ນການນຳໃຊ້ເຕັກໂນໂລຢີ ດາວໂຫຼດ ຂອງ IDM ໄວກວ່າເກືອບ 8 ເທົ່າ ໃນເງື່ອນໄຂມາດຕະຖານ, ເຂົ້າສູ່ລະບົບ Facebook ໄດ້ຢ່າງງ່າຍດາຍ ແຕ່ບໍ່ຕ້ອງປ່ຽນ DNS, ຫຼືເພີ່ມເຕີມວັນນະຍຸດແບບອັດຕະໂນມັດ ຊ່ວຍເພີ່ມລະດັບຄວາມໄວໃນການພິມໜັງສືແຕ່ 20 ຫາ 50%, ກວດໄວຍະກອນ ແລະ ສະເໜີການຂຽນທີ່ຖືກຕ້ອງດ້ວຍຄວາມຊັດເຈນເກືອບ 94%... ໃນເຄື່ອງມືຄົ້ນຫາ ກົກໆ, ຜູ້ນຳໃຊ້ສາມາດແລກປ່ຽນຫົວໜ່ວຍວັກແທກ, ອັດຕາແລກປ່ຽນເງິນຕາ, ຄົ້ນຫາວັດຈະນານຸກົມ ພາສາ ອັງກິດ - ພາສາ ຫວຽດ ດ້ວຍການກົດເໝົ້າ 2 ເທື່ອໃສ່ຄຳສັ່ງທີ່ທ່ານຢາກຄົ້ນຫາ, ຊ່ວຍໃຫ້ຜູ້ນຳໃຊ້ສາມາດອ່ານພາສາ ອັງກິດ ໄດ້ຢ່າງສະດວກສະບາຍກວ່າ, ບໍ່ຈຳເປັນຕ້ອງຕັ້ງຄ່າແອັບຟຼີເຄຊັນ ວັດຈະນານຸກົມຕື່ມອີກ… ເພື່ອນ ລຶວທິກວິ່ງຈາງ, ຊາວ ຫວຽດນາມ ອາໄສ ຢູ່ ຢູແກຼນ ໃຫ້ຮູ້ວ່າ:

“ຂ້າພະເຈົ້າເປັນນັກສຶກສາໄປຮຽນຢູ່ຕ່າງປະເທດ ແລະ ຫາກໍກັບເມືອປະເທດ, ສະນັ້ນ ການພິມໜັງສືໃນເວັບໄຊຕ່າງໆກໍປະສົບກັບຄວາມຫຍຸ້ງຍາກໜ້ອຍໜຶ່ງ. ເມື່ອ ຕົວທ່ອງເວັບ ກົກໆ ມີການໜູນຊ່ວຍການຂຽນພາສາ ຫວຽດ ຖືກຕ້ອງຕາມຫຼັກໄວຍະກອນ, ຂ້າພະເຈົ້າກໍດີໃຈຫຼາຍ. ເວລາທີ່ຮູ້ວ່າ ນີ້ແມ່ນຜະລິດຕະພັນເຕັກໂນໂລຢີ ໂດຍຄົນ ຫວຽດ ສ້າງຂຶ້ນເອງ ຂ້າພະເຈົ້າກໍຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ແລະ ສຳລັບຂ້າພະເຈົ້າແລ້ວ ກໍເຫັນວ່າຄວນອຸດໜູນໃຫ້ແກ່ບັນດາຜະລິດຕະພັນເຕັກໂນໂລຢີຂອງ ຫວຽດນາມ”.

ໂດຍສຸມໃສ່ພັດທະນາຄຸນສົມບັດທີ່ເປັນປະໂຫຍດ, ສະດວກດີຢ່າງບໍ່ຢຸດຢັ້ງ ແລະ ແມ່ນການສຳຜັດໃໝ່ອ່ຽມສະເພາະໃຫ້ແກ່ຕະຫຼາດ ຫວຽດນາມ ດ້ວຍບັນດາເປົ້າໝາຍລະອຽດ, ກົກໆ ພວມປະສົບຜົນສຳເລັດໃນການກຳນົດທິດກາຍເປັນໜຶ່ງໃນບັນດາໂປຼແກຼມ ທີ່ຮັບຄວາມນິຍົມແຖວໜ້າຢູ່ ຫວຽດນາມ, ອັນໄດ້ສ້າງມູນຄ່າຫຼາຍຢ່າງໃຫ້ແກ່ຜູ້ນຳໃຊ້ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ