ດານັ້ງ: ສ້າງພື້ນຖານໂຄງລ່າງ, ຂໍ້ມູນດີຈີຕອນ ເປັນພື້ນຖານໃຫ້ແກ່ຕົວເມືອງອັດສະລິຍະ

(VOVWORLD) - ເດືອນມັງກອນ ປີ 2019, ກົມການເມືອງໄດ້ປະກາດໃຊ້ມະຕິວ່າດ້ວຍກໍ່ສ້າງ ແລະ ພັດທະນານະຄອນ ດານັ້ງ ຮອດປີ 2030, ວິໄສທັດຮອດປີ 2045. ຕາມນັ້ນແລ້ວ, ເປົ້າໝາຍຮອດປີ 2030 ແມ່ນສ້າງ ດານັ້ງ ກາຍເປັນໜຶ່ງໃນບັນດາສູນເສດຖະກິດ - ສັງຄົມໃຫຍ່ຂອງທົ່ວປະເທດ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ດານັ້ງ: ສ້າງພື້ນຖານໂຄງລ່າງ, ຂໍ້ມູນດີຈີຕອນ ເປັນພື້ນຖານໃຫ້ແກ່ຕົວເມືອງອັດສະລິຍະ - ảnh 1ສູນ IOC ແມ່ນຄວາມຕັດສິນໃຈຂອງນະຄອນ ດານັ້ງ ໃນການສ້າງນະຄອນ ອັດສະລິຍະ

 

  ເປົ້າໝາຍຮອດປີ 2045, ນະຄອນ ດານັ້ງ ຈະກາຍເປັນຕົວເມືອງໃຫຍ່, ຊີວະພາບ ແລະ ອັດສະລິຍະ, ເປັນສູນເລີ່ມທຸລະກິດ, ນະວັດຕະກຳ ແລະ ນະຄອນທະເລທີ່ເປັນໜ້າດຳລົງຊີວິດລະດັບ ອາຊີ. ເພື່ອປະຕິບັດໄດ້ເປົ້າໝາຍດັ່ງກ່າວ, ນະຄອນ ດານັ້ງ ໄດ້ປະກາດໃຊ້ບັນດາແຜນນະໂຍບາຍ, ນະໂຍບາຍຢ່າງທັນການ, ສະເໝີຕົ້ນສະເໝີປາຍ ເພື່ອຫັນເປັນດີຈີຕອນ, ສ້າງພື້ນຖານໂຄງລ່າງດີຈີຕອນຮັບໃຊ້ໃຫ້ແກ່ພາລະກິດຜັນຂະຫຍາຍນະຄອນອັດສະລິຍະ.

ພາຍຫຼັງໄດ້ຜັນຂະຫຍາຍມາເປັນເວລາ 1 ປີ, ມາຮອດປະຈຸບັນ, ບັນດາວິສາຫະກິດ, ອົງການເສດຖະກິດ, ຄອບຄົວດຳເນີນທຸລະກິດ, ບຸກຄົນດຳເນີນທຸລະກິດໃນບໍລິເວນນະຄອນ ດານັ້ງ ເກືອບທັງໝົດ ໄດ້ນຳໃຊ້ໃບບິນເອເລັກໂຕນິກແທນໃຫ້ໃບບິນເຈ້ຍຄືເມື່ອກ່ອນ. ການຫັນປ່ຽນນີ້ໄດ້ສ້າງຄວາມສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດມີຄວາມໂປ່ງໃສດ້ານຂໍ້ມູນ, ຫັນວຽກງານການຄຸ້ມຄອງພາສີອາກອນເປັນທັນສະໄໝ... ທ່ານ ຫງວຽນຫຶວຮວ່າງ, ເຊິ່ງເປັນຄອບຄົວດຳເນີນທຸລະກິດໃນເມືອງ ຫາຍເຈົາ, ໃຫ້ຮູ້ວ່າ:

“ນັບແຕ່ເວລາຂະແໜງພາສີຫັນປ່ຽນນຳໃຊ້ໃບບິນເອເລັກໂຕນິກແທນໃຫ້ໃບບິນເຈ້ຍແບບດັ້ງເດີມນັ້ນ, ພວກຂ້າພະເຈົ້າເຫັນໄດ້ຄວາມສະດວກ, ຄວາມວ່ອງໄວ, ປະຢັດເວລາ. ຄອບຄົວດຳເນີນທຸລະກິດບໍ່ຕ້ອງໄປຫາອົງການພາສີເພື່ອຊື້ໃບບິນອີກແລ້ວ. ປະຈຸບັນ, ສາມາດເປັນເຈົ້າການໃນການອອກບິນເອເລັກໂຕນິກບໍ່ວ່າໃນເວລາໃດ”.

ຜົນສຳເລັດເປັນໜ້າຮັບຮູ້ຂອງນະຄອນ ດານັ້ງ ໃນວິວັດການຫັນເປັນດີຈີຕອນໃນໄລຍະຜ່ານມາ ແມ່ນຍ້ອນການເຂົ້າຮ່ວມຂອງອຳນາດການປົກຄອງທຸກຂັ້ນ, ທຸກອົງການ, ຫົວໜ່ວຍ, ການຕອບສະໜອງຢ່າງຕັ້ງໜ້າຈາກປະຊາຊົນ ແລະ ວິສາຫະກິດ... ທາງນະຄອນໄດ້ຜັນຂະຫຍາຍ, ອັບເດດຫຼາຍໂປຣແກຣມຢ່າງລຽນຕິດ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ຈາກນັ້ນ, ກໍ່ເພີ່ມການກະທົບຕອບລະຫວ່າງອຳນາດການປົກຄອງ ແລະ ປະຊາຊົນ, ປະກອບສ່ວນຍົກສູງປະສິດທິຜົນຂອງວຽກງານປະຕິຮູບການບໍລິຫານ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດ ຮ່ວມເດີນທາງພ້ອມກັບອຳນາດການປົກຄອງໃນວິວັດການພັດທະນາເສດຖະກິດ, ສັງຄົມ...

ຂີດໝາຍສຳຄັນອີກອັນໜຶ່ງຂອງນະຄອນ ດານັ້ງ ໃນວິວັດການຫັນເປັນດີຈີຕອນ ແລະ ສ້າງນະຄອນອັດສະລິຍະ ແມ່ນການນຳສູນຕິດຕາມກວດກາ, ການບໍລິຫານອັດສະລິຍະ (IOC) ເຂົ້າເຄື່ອນໄຫວ. ພາຍຫຼັງໄລຍະເວລາເຄື່ອນໄຫວທົດລອງ (ຕາມຮູບແບບ IOC mini), ສູນສະເພາະກ່ຽວກັບກ້ອງວົງຈອນຈາລະຈອນ (OC ຈາລະຈອນ), ກ້ອງວົງຈອນກ່ຽວກັບຄວາມໝັ້ນຄົງ, ສູນ IOC ໄລຍະທີ 1 ໄດ້ເຄື່ອນໄຫວຕາມຮູບແບບທີ່ໄດ້ປະກອບອຸປະກອນສັງລວມ, ໄຈ້ແຍກແບບລວມສູນຢູ່ IOC ຂັ້ນນະຄອນ; ສືບທອດ, ນຳໃຊ້ຂໍ້ມູນດີຈີຕອນທີ່ມີຢູ່ແລ້ວຂອງບັນດາຂະແໜງການ, ບັນດາສູນການບໍລິຫານ (OC) ຂອງເມືອງ ແລະ OC ສະເພາະຂະແໜງທີ່ໄດ້ແບ່ງຂັ້ນ, ມອບສິດເພື່ອນຳໃຊ້ຮ່ວມກັບ IOC ນະຄອນ.

ສູນ IOC ນະຄອນ ໄດ້ສວມບົດບາດແມ່ນບ່ອນເກັບກຳຮັກສາຂໍ້ມູນຈາກ OC ເມືອງ, OC ສະເພາະຂະແໜງ ແລະ ບັນດາໂປຣແກຣມ, ລະບົບຂອງບັນດາອົງການ, ຫົວໜ່ວຍ, ປະຊາຄົມ. ຈາກນັ້ນ ກໍ່ໄດ້ໄຈ້ແຍກ, ຍົກອອກຕົວເລກສັງລວມເພື່ອໃຫ້ການນຳ ມີຂໍ້ມູນເພື່ອຊີ້ນຳ, ບໍລິຫານ... ທ່ານ ຫງວຽນວັນກວັກ, ຜູ້ອຳນວຍການສູນຂໍ້ມູນ ແລະ ຕິດຕາມກວດກາການບໍລິຫານອັດສະລິຍະນະຄອນ ດານັ້ງ, ໃຫ້ຮູ້ວ່າ:

“IOC ແບ່ງປັນຂໍ້ມູນໃຫ້ແກ່ປະຊາຊົນ, ແຂກທ່ອງທ່ຽວຢ່າງທັນການ, ເພື່ອໃຫ້ມີບັນດາຂໍ້ມູນໃນກໍລະນີສຸກເສີນຄື: ໄພພິບັດທຳມະຊາດ, ໄພນ້ຳຖ້ວມ, ບັນດາເຫດລົດຕິດ, ຝົນຕົກນ້ຳແກ່ງໃນບໍລິເວນນະຄອນ... ຜ່ານນັ້ນ, ປະຊາຊົນ, ແຂກທ່ອງທ່ຽວໄດ້ເປັນເຈົ້າການ, ມີມາດຕະການຮັບມືຢ່າງທັນການ”.

ສູນ IOC ເຄື່ອນໄຫວໂດຍອີງໃສ່ອີງໃສ່ຂໍ້ມູນ, ສັງລວມທຸກແຫຼ່ງຂໍ້ມູນຂອງຕົວເມືອງໃນທຸກຂົງເຂດເພື່ອຕິດຕາມກວດກາ, ໄຈ້ແຍກ, ສະແດງຜົນ ແລະ ໜູນຊ່ວຍການອອກຄຳຕັດສິນ, ຊີ້ນຳບໍລິຫານ. ທ່ານ ເລຈູງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດານັ້ງ, ຢັ້ງຢືນວ່າ: ການນຳສູນ IOC ເຂົ້າເຄື່ອນໄຫວ ໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈສູງສຸດຂອງການນຳນະຄອນໃນການຜັນຂະຫຍາຍການຫັນເປັນດີຈີຕອນ, ສ້າງນະຄອນ ອັດສະລິຍະ:

“ນະຄອນ ດານັ້ງ ໄດ້ຜັນຂະຫຍາຍຮູບແບບອຳນາດການປົກຄອງຕົວເມືອງ, ໃນນັ້ນ ເອົາໃຈໃສ່ຕິດຕາມກວດກາການປະຕິບັດໜ້າທີ່ຕາມການຈັດແບ່ງຂັ້ນ, ມອບສິດ. ດັ່ງນັ້ນ, ນະຄອນ ດານັ້ງ ໄດ້ກຳນົດຕ້ອງມີສູນຕິດຕາມກວດກາ, ບໍລິຫານ ແລະ ວາງອອກໜ້າທີ່ຜັນຂະຫຍາຍແຕ່ປີ 2020. ນະຄອນ ກຳນົດວ່າຍັງມີຫຼາຍວຽກງານທີ່ຕ້ອງມານະພະຍາຍາມ, ຕ້ອງສູ້ຊົນໃນຕໍ່ໜ້າ, ເພື່ອສາມາດປ່ຽນແປງໃນວິວັດການສ້າງນະຄອນອັດສະລິຍະຂອງນະຄອນ ດານັ້ງ ເທືື່ອລະກ້າວ, ຍູ້ແຮງວິວັດການຫັນເປັນດີຈີຕອນ”.

ດານັ້ງ: ສ້າງພື້ນຖານໂຄງລ່າງ, ຂໍ້ມູນດີຈີຕອນ ເປັນພື້ນຖານໃຫ້ແກ່ຕົວເມືອງອັດສະລິຍະ - ảnh 2ສູນ IOC ແມ່ນບ່ອນເກັບກຳຂໍ້ມູນຂ່າວ (ພາບ: VOV)

ຍ້ອນບັນດາວິທີການເຮັດໃນພາລະກິດຫັນເປັນດີຈີຕອນໃນໄລຍະຜ່ານມາ, ຫຼາຍອົງການ, ຫົວໜ່ວຍພາຍໃນ ແລະ ສາກົນກໍ່ໄດ້ຮັບຮູ້ ແລະ ຕີລາຄາສູງນະຄອນ ດານັ້ງ. ພິເສດ, ໃນ 3 ປີລຽນຕິດຄື: 2020, 2021, 2022, ສະມາຄົມຊອບແວ ແລະ ບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ (VINASA) ໄດ້ມອບລາງວັນນະຄອນອັດສະລິຍະ ໃຫ້ແກ່ນະຄອນ ດານັ້ງ, ເຊິ່ງເປັນລາງວັນສູງສົ່ງ ແລະ ໜຶ່ງດຽວທີ່ສະຫງວນໃຫ້ແກ່ບັນດານະຄອນ / ຕົວເມືອງ ດານັ້ງ; ຢືນອັນດັບທີໜຶ່ງ ກ່ຽວກັບດັດຊະນີການຫັນເປັນດີຈີຕອນຂັ້ນແຂວງ ແລະ ນຳໜ້າທັງ 3 ເສົາຄ້ຳ: ອຳນາດການປົກຄອງດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ. ນີ້ແມ່ນຫຼັກຖານທີ່ສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມຂອງນະຄອນໃນວິວັດການສ້າງ ດານັ້ງ ກາຍເປັນຕົວເມືອງທີ່ເປັນໜ້າດຳລົງຊີວິດລະດັບທະວີບ ອາຊີ./.

ຕອບກັບ

ຂ່າວ/ບົດ​ອື່ນ