ເຄື່ອງຕິດຕາມກວດກາການໃຊ້ພະລັງງານໄຟຟ້າອັດສະລິຍະ Vconnex – ຜະລິດຕະພັນດີຈີຕອນທີ່ກ້າວໜ້າ Make in Vietnam

(VOVWORLD) -ດ້ວຍຄວາມຫວັງຢາກປະກອບສ່ວນແກ້ໄຂບັນດາບັນຫາ ສົ່ງຜົນກະທົບໂດຍກົງ ຕໍ່ການດຳລົງຊີວິດຂອງປະຊາຊົນຢູ່ພາຍໃນປະເທດ, ພ້ອມທັງຍູ້ແຮງຈິດໃຈ Make in  Vietnam, ຊຸມປີທີ່ຜ່ານມາ ບໍລິສັດຮຸ້ນສ່ວນເຕັກໂນໂລຊີອຸດສາຫະກຳ Vconnex  (ກຸ່ມບໍລິສັດໂທລະຄົມ VNPT) ໄດ້ຄົ້ນຄວ້າ ແລະ ໃຫ້ກຳເນີດບັນດາຜະລິດຕະພັນໃໝ່ ມີຄວາມສາມາດປະຕິບັດ ແລະ ໝູນໃຊ້ໃນຕົວຈິງຢ່າງສູງ. ໃນນັ້ນເຄື່ອງຕິດຕາມກວດກາການໃຊ້ພະລັງງານໄຟຟ້າອັດສະລິຍະ Vconnex ດ້ວຍບັນດາຈຸດດີ, ໂດດເດັ່ນຕາມບັນດາມາດຖານ ໄດ້ຮັບການຍອມຮັບຈາກບັນດາຄອບຄົວ ຫວຽດນາມ ແລະ ໄດ້ຖືກກະຊວງຖະແຫຼງຂ່າວ ແລະ ສື່ສານ ມອບລາງວັນດີເດັ່ນທີ່ງານແຂ່ງຂັນຊີງລາງວັນຜະລິດຕະພັນດີຈີຕອນທີ່ກ້າວໜ້າ Make in  Vietnam ປີ 2021
ເຄື່ອງຕິດຕາມກວດກາການໃຊ້ພະລັງງານໄຟຟ້າອັດສະລິຍະ Vconnex –  ຜະລິດຕະພັນດີຈີຕອນທີ່ກ້າວໜ້າ Make in  Vietnam - ảnh 1ເຄື່ອງຕິດຕາມກວດກາການໃຊ້ພະລັງງານໄຟຟ້າອັດສະລິຍະ Vconnex ຖືກສະເໜີໂຕໃນຕະຫຼາດເມື່ອເດືອນ ກໍລະກົດ ປີ 2021
 
 ໂດຍຖືກສະເໜີໂຕໃນທ້ອງຕະຫຼາດ ເມື່ອເດືອນ ກໍລະກົດ ປີ 2021 ໃນສະພາບໂລກລະບາດໂຄວິດ - 19 ພວມຜັນແປຢ່າງສັບສົນ, ເຄື່ອງຕິດຕາມກວດກາການໃຊ້ພະລັງງານໄຟຟ້າອັດສະລິຍະ Vconnex ຖືກອອກແບບມຸ່ງໄປສູ່ຫຼາຍເປົ້າໝາຍລູກຄ້າຄື ຄອບຄົວ, ເຮືອນໃຫ້ເຊົ່າ ແລະ ນັບທັງວິສາຫະກິດ. ສຳລັບເປົ້າໝາຍນຳໃຊ້ ແມ່ນຄອບຄົວນັ້ນ, ບັນດາຄຸນສົມບັດມຸ່ງໄປສູ່ຜົນປະໂຫຍດຄື ຕັ້ງລະດັບກ່າວເຕື່ອນຄ່າໄຟຟ້າຕາມແຜນການໃຊ້ຈ່າຍ; ແບ່ງປັນຂໍ້ມູນຂ່າວສານ ແລະ ກ່າວເຕືອນເຖິງທຸກໆຄົນໃນຄອບຄົວ; ດັດປັບຄວາມຊິນເຄີຍນຳໃຊ້ໄຟຟ້າໂດຍປະຢັດກວ່າເກົ່າ. ສຳລັບເປົ້າໝາຍເຮືອນໃຫ້ເຊົ່າ, ບັນດາຄຸນສົມບັດມຸ່ງໄປສູ່ເປົ້າໝາຍ ແມ່ນກວດດັດສະນີ ແລະ ຄ່າໄຟຟ້າໄຟຟ້າຊົມໃຊ້ຢ່າງໂປ່ງໃສ; ສະຖິຕິໃນໂທລະສັບມືຖື, ບໍ່ຕ້ອງຈົດກ່າຍດ້ວຍມື ຊຳລະຄ່າໄຟຟ້າໂດຍບໍ່ພົບໂດຍກົງ. ສ່ວນສຳລັບເປົ້າໝາຍນຳໃຊ້ ແມ່ນລູກຄ້າວິສາຫະກິດ, ບັນດາຄຸນສົມບັດມຸ່ງໄປສູ່ເປົ້າໝາຍລວມມີການຄວບຄຸມຄ່າໄຟຟ້າຢ່າງຕໍ່ເນື່ອງ;  ລາຍງານສະຖີຕິການນຳໃຊ້ໄຟຟ້າຕາມວັນ, ອາທິດ, ເດືອນ, ປີ; ຕີລາຄາສະພາບໃຊ້ໄຟຟ້າຕາມຂົງເຂດດຳເນີນທຸລະກິດ... ທ່ານ ດັ້ງບ໊າມິງ ເຈົ້າຂອງເຮືອນພັກຫຼັງໜຶ່ງຢູ່ເມືອງ ຮ່າດົງ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

    “ເຄື່ອງນີ້ນຳມາເຊິ່ງຜົນປະໂຫຍດດີທີ່ສຸດ, ບັນດາຜູ້ເຊົ່າຫ້ອງນອນສາມາດເບິ່ງຕົວເລກພະລັງງານໄຟຟ້າຊົມໃຊ້, ຈຳນວນເງິນທີ່ຕ້ອງຈ່າຍໃນແຕ່ລະວັນ ຜ່ານໂທລະສັບມືຖື. ຖ້າຫາກມີຄວາມຕ້ອງການກໍ່ສາມາດຕັ້ງຄ່າລະດັບຊົມໃຊ້ໄຟຟ້າຂອງຕົນ ຕາມລະດັບໃນໂທລະສັບມືຖື ແລະ ຈະໄດ້ຮັບຂໍ້ຄວາມກ່າວເຕືອນຂະນະທີ່ລະດັບນຳໃຊ້ເກີນຂອບເຂດ ຫຼື ໃກ້ຈະຮອດລະດັບຕັ້ງຄ່າ”.

      ຕາມນັກວິສະວະກອນ ຮວ່າງນາມ ຂຶ້ນກັບບໍລິສັດຮຸ້ນສ່ວນເຕັກໂນໂລຊີອຸດສາຫະກຳ Vconnex, ນອກຈາກລັກສະນະດີເລີດ ກ່ຽວກັບຄຸນສົມບັດ, ເຄື່ອງຕິດຕາມກວດກາການໃຊ້ພະລັງງານໄຟຟ້ອັດສະລິຍະ Vconnex ຍັງຖືກອອກແບບຄືດັ່ງມາດຕະການແກ້ໄຂແບບອັດສະລິຍະ ໂດຍ Vconnex ພັດທະນາ ດັ່ງນັ້ນສາມາດປັບຕົວໃຫ້ແທດເໝາະ ກັບຫຼາຍເຄື່ອງພາຫະນະອັດສະລິຍະຕ່າງໆໃນຄອບຄົວ. ພິເສດນີ້ແມ່ນຜະລິດຕະພັນ Make in  Vietnam 100% ດັ່ງນັ້ນມີລາຄາແບບແຂ່ງຂັນກັນ. ທ່ານ  ຟານຄັກງວຽນໂຄຍ ສັງກັດສາຂາຈຳໜ່າຍຕະຫຼາດພາກໃຕ້ຂອງ Vconnex ໃຫ້ຮູ້ວ່າ:

  “ການຕິດຕັ້ງຜະລິດຕະພັນແມ່ນງ່າຍດາຍທີ່ສຸດ. ບໍ່ວ່າຊ່າງໄຟຟ້າໃດໆກໍ່ສາມາດຕິດຕັ້ງເຄື່ອງນີ້ ໃນເວລາແຕ່ 5 ຫາ 10 ນາເທົ່ານັ້ນ ໂດຍບໍ່ຕ້ອງການແຊກແຊງ ເຂົ້າໂຄງລ່າງໂຄງປະກອບຂອງລະບົບໄຟຟ້າ”.

      ທ່ານ ຫງວຽນດຶກກຸ໊ຍ ຜູ້ອຳນວຍການໃຫຍ່ Vconnex ຢືນຢັນວ່າ ຄວາມຄາດຫວັງຂອງ Vconnex ແມ່ນນຳເຕັກໂນໂລຊີ ມາຮັບໃຊ້ການດຳລົງຊີວິດ ຮັບໃຊ້ມະນຸດ. ເຄື່ອງຕິດຕາມກວດກາການໃຊ້ພະລັງງານໄຟຟ້າອັດສະລິຍະ Vconnex ເຖິງວ່າພຽງແຕ່ແມ່ນເຄື່ອງນ້ອຍເທົ່ານັ້ນ ແຕ່ຖ້າຫາກນັບລ້ານຄອບຄົວວິສາຫະກິດ ພ້ອມກັນຕິດຕາມກວດກາການນຳໃຊ້ພະລັງງານໄຟຟ້າ ສາມາດດັດປັບການກະທຳນຳໃຊ້ໄຟຟ້າຂອງຕົນ ກໍ່ຈະນຳມາເຊິ່ງກຳລັງແຮງສັງລວມຢ່າງໃຫຍ່ຫຼວງທີ່ສຸດ. ທ່ານ ຫງວຽນດຶກກຸ໊ຍ ໃຫ້ຮູ້ວ່າ:

     “ Vconnex ສຸມໃສ່ການພັດທະນາບັນດາຜະລິດຕະພັນນຳມາເຊິ່ງຜົນປະໂຫຍດ  ແລະ ຄຸນຄ່າຢ່າງແທ້ຈິງໃຫ້ແກ່ຜູ້ຊົມໃຊ້.  ຂ້າພະເຈົ້າຖືວ່າການສຳຜັດ ແລະ ນຳໃຊ້ເຕັກໂນໂລຊີເພື່ອຫັນໄປສູ່ດີຈີຕອນ  ຈະແມ່ນທ່າອ່ຽງເປັນຕາຍ ແລະ ຕັດສິນຊີ້ຂາດໃນອະນາຄົດ”.

      ດ້ວຍການກຳນົດທິດພັດທະນາຢ່າງຖືກຕ້ອງ, ຕິດແທດກັບຄວາມຮຽກຮ້ອງຕ້ອງການຕົວຈິງ ພ້ອມກັບຈິດໃຈ Make in  Vietnam ຢ່າງແຂງແຮງນັ້ນ ເຊື່ອແນ່ວ່າບໍລິສັດຮຸ້ນສ່ວນເຕັກໂນໂລຊີອຸດສາຫະກຳ Vconnex ຈະສືບຕໍ່ໃຫ້ກຳເນີດບັນດາຜະລິດຕະພັນຫັນໄປສູ່ດີຈີຕອນ  Make in  Vietnam ມີລັກສະນະໝູນໃຊ້ສູງໃນຕົວຈິງ ປະກອບສ່ວນແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນ ຊີວິດສັງຄົມ ພ້ອມກັນນັ້ນປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດຢ່າງມີປະສິດທິຜົນ. 

ຕອບກັບ

ຂ່າວ/ບົດ​ອື່ນ