ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ

(VOVWORLD) - ເດືອນພຶດສະພາ ລະດູຝົນ, ເມື່ອຫ່າຝົນທຳອິດລົງຢູ່ທົ່ງນາຂັ້ນໄດ ໝູ່ກັງຈາຍ ນນັ້ນກໍ່ແມ່ນສັນຍາບົ່ງບອກລະດູຂອງບັນດາທົ່ງນາຂັ້ນໄດທີ່ແຫ້ງແລ້ງໄດ້ມີນ້ຳມາເຕັມ. ລະດູຝົນແມ່ນລະດູປັກດຳນາໜຶ່ງດຽວໃນປີຢູ່ເຂດ ໝູ່ກັງຈາຍ.

ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 1
ລະດູຝົນຢູ່ເຂດ ໝູ່ກັງຈາຍ ແກ່ຍາວແຕ່ເດືອນພຶດສະຫາ ຫາເດືອນມິຖຸນາ ຂອງທຸກປີ, ເວລານັ້ນ ຝົນຕົກຍາມຕົ້ນລະດູແລ້ງຈະເທນ້ຳລົງໃສ່ບັນດາເຂດທົ່ງນາທີ່ແຫ້ງແລ້ງ.
ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 2
ນີ້ກໍ່ແມ່ນຈຸດເວລາຊາວກະສິກອນຕ້ອງແຂ່ງກັບສະພາບອາກາດເພື່ອປັກດຳຢູ່ທົ່ງນາຂອງຕົນ, ເລີ່ມຕົ້ນລະດູການຜະລິດເຂົ້າໃນປີ.
ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 3
ບັນດາທົ່ງນາຢູ່ຕີນຮ່ອມພູ ເຂົາຟ້າ ຍາມໃດກໍ່ມີນ້ຳມາໄວກວ່າ.
ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 4
ເຂດນາບ່ອນຕ່ຳຢູ່ຂ້າງຫ້ວຍ ດັ່ງນັ້ນມີນ້ຳໄວ, ພໍ່ແມ່ປະຊາຊົນກໍ່ມາເຮັດໄຮ່ໄຖນາເພື່ອປັກດຳໄວກວ່າ.
ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 5
ພາຍຫຼັງຫຼົກແລ້ວ ຊາວກະສິກອນເອົາຮາກກ້າຈຸ່ມລ້າງນ້ຳແລ້ວຟາດຂີ້ຕົມອອກ.
ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 6
ປະຊາຊົນຫຼົກກ້າຢູ່ທົ່ງນາເຂດບ່ອນຕ່ຳຢູ່ຂ້າງທາງຫຼວງ ທີ່ຕາແສງ ເຈກູຍາ, ເມືອງ ໝູ່ກັງຈາຍ.
ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 7
ປະຊາຊົນຮູ້ສຶກປະຕິຊົມຊື່ນລົງນາ ດ້ວຍຄວາມຫວັງຈະມີລະດູການເກັບກ່ຽວທີ່ໄດ້ຮັບຜົນດີ.
ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 8
ເຂດທົ່ງນາພວມປົກຄຸມດ້ວຍສີຂຽວຂອງກ້າອ່ອນທີ່ເຕັມໄປດ້ວຍພະລັງຊີວິດ.
ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 9
ຊຸມປີມໍ່ໆມານີ້, ແຂກທ່ອງທ່ຽວ ມາກິ່ວ ເຂົາຟ້າ, ໝູ່ກັງຈາຍ ຍັງມີໂອກາດສຳຜັດ, ຮັບຊົມຄວາມງາມຂອງນາຂັ້ນໄດຈາກອີກມູມມອງໜຶ່ງ ນັ້ນແມ່ນການໂດດຈ້ອງ.
ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 10
ສະຖານທີ່ໂດດຈ້ອງຢູ່ຈອມພູ ເຂົາຟ້າ.
ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 11
ຊົມວິວຮ່ອມພູ ລິມມົງ ຍາມລະດູຝົນ ແລະ ຖ່າຍຮູບເປັນທີ່ລະນຶກຈາກການໂດດຈ້ອງຢູ່ເຂດທົ່ງນາ ຍາມໃດກໍ່ແມ່ນການລົງພຶດຕິກຳຕົວຈິງທີ່ບໍ່ອາດລືມໄດ້ສຳລັບແຂກທ່ອງທ່ຽວເມື່ອມາ ໝູ່ກັງຈາຍ.
ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 12
ຮ່ອມພູ ລິມມົງ ເບິ່ງຈາກມູມສູງເມື່ອໂດດຈ້ອງ.
ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ - ảnh 13

ໝູ່ກັງຈາຍ ຍາມລະດູຝົນ

 

ຕອບກັບ

ຂ່າວ/ບົດ​ອື່ນ