ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ

(VOVWORLD) - ບັນດາສະຖານທີ່ປະຫວັດສາດໃນເມື່ອກ່ອນມີການປ່ຽນແປງຫຼາຍຢ່າງ, ແຕ່ຍັງຮັກສາໄດ້ຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳຂອງຊາດ

ຂົວລອງບຽນ, ເສົາທຸງຊາດຮ່າໂນ້ຍ, ທຳນຽບເຂດພາກເໜືອ, ໂຮງລະຄອນໃຫຍ່ຮ່າໂນ້ຍ, ຕະຫຼາດດົ່ງຊວັນ, ສະຖານີລົດໄຟຮ່າໂນ້ຍ… ແມ່ນບັນດາສະຖານທີ່ປະຫວັດສາດຕິດພັນກັບຊຸມວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ (10/10).

ຂົວລອງບຽນ

ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 1
ຂົວລອງບຽນໄດ້ຄົງຄົວມາເປັນເວລາກ່ວາ 100 ປີແລ້ວແລະແມ່ນພະຍານຫຼັກຖານໃຫ້ແກ່ບັນດາຂີດໝາຍສຳຄັນຂອງນະຄອນຫຼວງຮ່າໂນ້ຍ (ພາບ: VOV)
ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 2
ມາຮອດປັດຈຸບັນ, ພາຍຫຼັງ 70 ປີແຫ່ງການປົດປ່ອຍນະຄອນຫຼວງ, ຂົວລອງບຽນໂດຍຊາວຝລັ່ງກໍ່ສ້າງຍັງໄດ້ຮັບການຮັກສາແລະກາຍເປັນໜຶ່ງໃນບັນດາສັນຍາລັກຂອງຮ່າໂນ້ຍເຊິ່ງດຶງດູດແຂກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫຼາຍ. (ພາບ: VOV)

ເສົາທຸງຊາດຮ່າໂນ້ຍ

ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 3
ປີ 1945, ການປະຕິວັດເດືອນສິງຫາປະສົບຜົນສຳເລັດ, ທຸງຊາດເປັນຄັ້ງທຳອິດໄດ້ຖືກຊັກຂຶ້ນເສົາທຸງຢູ່ຮ່າໂນ້ຍ (ພາບ: baogiaothong.vn)
ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 4
ຜ່ານວັນເວລາ, ຜ່ານສະພາບການອາກາດຮ້າຍແຮງຂອງທຳມະຊາດແລະຖືກທຳລາຍຈາກສົງຄາມ, ເສົາທຸງຊາດຮ່າໂນ້ຍຍັງໄດ້ຮັກສາຄືເກົ່າ ໄດ້ຊັກທຸງຊາດຕາມປົກກະຕິ, ເຊິ່ງແມ່ນສັນຍາລັກໃຫ້ແກ່ຈິດໃຈເອກະລາດເປັນເຈົ້າຕົນເອງຂອງຊາດຫວຽດນາມ (ພາບ: tienphong.vn)

ທຳນຽບພາກເໜືອ

ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 5
ທຳນຽບພາກເໜືອປັດຈຸບັນແມ່ນຫ້ອງຮັບແຂກຂອງລັດຖະບານ, ເຊິ່ງແມ່ນໜຶ່ງໃນບັນດາສະຖານທີ່ທຳອິດທີ່ກອງທັບປະຊາຊົນຫວຽດນາມຄຸ້ມຄອງຢູ່ນະຄອນຫຼວງໃນວັນທີ 10ຕຸລາ1954. ພາບ: kinhtedothi.vn
ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 6
ໜຶ່ງສະຕະວັດຜ່ານມາ, ທຳນຽບພາກເໜືອ (ຫ້ອງຮັບແຂກຂອງລັດຖະບານ) ໄດ້ຜ່ານບັນດາໄລຍະປະຫວັດສາດຂອງຊາດ (ພາບ: kinhtedothi.vn)
ໂຮງລະຄອນໃຫຍ່ຮ່າໂນ້ຍ
ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 7
ໂຮງລະຄອນໃຫຍ່ຮ່າໂນ້ຍແມ່ນສະຖານທີ່ທີ່ສຽງແກໄດ້ດັງຂຶ້ນເພື່ອສົ່ງສັນຍານໃຫ້ຮູ້ພິທີຊັກທຸງຊາດ ປະຫວັດສາດໃນເວລາ 15 ໂມງຂອງວັນທີ 10 ຕຸລາ 1954 (ພາບ: VTC News)
ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 8
ໂຮງລະຄອນໃຫຍ່ຮ່າໂນ້ຍໄດ້ຮັບການກໍ່ສ້າງແຕ່ປີ 1901, ສຳເລັດໃນປີ 1911 (ພາບ: tienphong.vn)
ດວານມົນ
ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 9
ດວານມົນ - ພາລະຊາວັງແທັງລອງ, ເຊິ່ງແມ່ນສະຖານທີ່ເຕົ້າໂຮມນັກຮົບຂອງກອງທັບປະຊາຊົນຫວຽດນາມເມື່ອເຂົ້າຮັບການຄຸ້ມຄອງນະຄອນຫຼວງໃນວັນທີ 10 ຕຸລາ 1954 (ພາບ: hoangthanhthanglong.com)
ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 10
ດວານມົນແມ່ນໜຶ່ງໃນບັນດາປະຕູໂຂງໃຫຍ່ຂອງພາວະຊາວັງ ທັງລອງ (ພາບ: hoangthanhthanglong.com)
ສະຖານີລົດໄຟຮ່າໂນ້ຍ
ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 11
ສະຖານີລົດໄຟຮ່າໂນ້ຍແມ່ນໜຶ່ງໃນບັນດາສະຖານທີ່ທຳອິດໂດຍກອງທັບປະຊາຊົນຫວຽດນາມເຂົ້າມາຮັບການຄຸ້ມຄອງນະຄອນຫຼວງຈາກຝລັ່ງ (ພາບ: tienphong.vn)
ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 12
ສະຖານີລົດໄຟຍັງມີຄວາມຄຶກຄື້ນ ດ້ວຍບັນດາຂະບວນລົດໄຟແລ່ນໄປມາທັງເວັນແລະຄືນ ໃນຕະຫຼອດໄລຍະ 70 ປີຜ່ານມາ(ພາບ: baophapluat.vn)

ຕະຫຼາດດົ່ງຊວນ

ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 13ຕະຫຼາດດົ່ງຊວນແມ່ນສະຖານທີ່ທີ່ກອງກຳລັງມາຄຸ້ມຄອງນະຄອນຫຼວງໄດ້ເດີນຜ່ານເພື່ອມຸ່ງໄປເຖິງການເຕົ້າໂຮມກອງທັບຢູ່ກຳແພງເກົ່າຮ່າໂນ້ຍ (ພາບ: toquoc.vn)
ບັນດາສະຖານທີ່ປະຫວັດສາດຕິດພັນກັບວັນປົດປ່ອຍນະຄອນຫຼວງ ວັນທີ10 ຕຸລາ - ảnh 14

ປັດຈຸບັນ, ຕະຫຼາດດົ່ງຊວັນ ບໍ່ພຽງແຕ່ແມ່ນບ່ອນແລກປ່ຽນຄ້າຂາຍທີ່ຄັບຄາໜ້າແໜ້ນຂອງພວກພໍ່ຄ້າ, ແມ່ຄ້າເທົ່ານັ້ນຫາກຍັງແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວຕ່າງປະເທດມາທ່ຽວຫວຽດນາມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ