ສີສັນດອກໄມ້ເອີ້ນລະດູໜາວວຽນມາຢູ່ເຂດພູພຽງ ມົກເຈົາ

(VOVWORLD) - ໃນຊຸມວັນຕົ້ນລະດູໜາວ, ພູພຽງ ມົກເຈົາ, ເຊີນລາ ເຕັມໄປດ້ວຍກຳລັງດຶງດູດດ້ວຍສີຂາວຂອງດອກໝາກໝັ້ນ, ພ້ອມກັບທົ່ງດອກຜັກກາດທີ່ຍາວຢຽດຈົນສຸດສາຍຕາ… ໄດ້ສ້າງສີສັນໃຫ້ແກ່ຮູບພາບ “ສະຖານທີ່ນັດພົບທຳມະຊາດແຖວໜ້າໂລກ” ຕື່ມອີກ ເຊິ່ງເປັນການເຊື້ອເຊີນແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ.
ສີສັນດອກໄມ້ເອີ້ນລະດູໜາວວຽນມາຢູ່ເຂດພູພຽງ ມົກເຈົາ - ảnh 1
ນັບແຕ່ຕົ້ນເດືອນທັນວາ, ບັນດາດອກໝາກໝັ້ນໄດ້ບານສະພັ່ງແຕ່ໄວ, ປົກຄຸມສີຂາວບໍລິສຸດໄປທົ່ວທຸກບ່ອນຢູ່ເຂດພູພຽງ ມົກເຈົາ.
ສີສັນດອກໄມ້ເອີ້ນລະດູໜາວວຽນມາຢູ່ເຂດພູພຽງ ມົກເຈົາ - ảnh 2
ດ້ວຍການບົວລະບັດທີ່ດີ ແລະ ການນຳໃຊ້ເຕັກນິກໃນການປູກຕົ້ນໝາກໝັ້ນກະຈາຍລະດູຂອງປະຊາຊົນ, ພ້ອມກັບເງື່ອນໄຂດິນຟ້າອາກາດກໍ່ອຳນວຍຄວາມສະດວກ… ແຂກທ່ອງທ່ຽວບໍ່ຕ້ອງລໍຖ້າຮອດວັນໃກ້ບຸນເຕັດປະຈຳຊາດອີກ, ເມື່ອອາກາດອຸ່ນຂຶ້ນກໍ່ຈະໄດ້ຮັບຊົມຄວາມງາມຂອງດອກໄມ້ຊະນິດນີ້.
ສີສັນດອກໄມ້ເອີ້ນລະດູໜາວວຽນມາຢູ່ເຂດພູພຽງ ມົກເຈົາ - ảnh 3
ບັນດາສວນພວມນອນໃນລະດູໜາວໄດ້ຖືກປຸກລຸກ ໂດຍປ່ຽນໃຫ້ສະຖານທີ່ແຫ່ງນີ້ກາຍເປັນບ່ອນ "check-in" ທີ່ດຶງດູດແຂກທ່ອງທ່ຽວໃນຊຸມວັນຕົ້ນລະດູໜາວ.
ສີສັນດອກໄມ້ເອີ້ນລະດູໜາວວຽນມາຢູ່ເຂດພູພຽງ ມົກເຈົາ - ảnh 4
ດອກໄມ້ຍັງບໍ່ທັນບານສະພັ່ງຫຼາຍຄືກັນກັບລະດູຂອງມັນ, ແຕ່ໄດ້ບານປະດັບເປັນແຕ່ລະຈຸ້ມ ແຕ່ລະແຖວຍາວ, ສ້າງເປັນຄວາມງາມທີ່ອ່ອນຊ້ອຍ ເຊິ່ງແມ່ນຈຸດທີ່ເປັນເອກະລັກສະເພາະຢູ່ ມົກເຈົາ.
ສີສັນດອກໄມ້ເອີ້ນລະດູໜາວວຽນມາຢູ່ເຂດພູພຽງ ມົກເຈົາ - ảnh 5
ພ້ອມກັບຈັງຫວະການປ່ຽນຂອງດິນຟ້າອາກາດໃນໂອກາດນີ້, ພູພຽງ ມົກເຈົາ ຍັງສວຍງາມເດັ່ນດ້ວຍສີຂາວ ແລະ ສີເຫຼືອງອາລ່າມຂອງດອກຜັກກາດ.
ສີສັນດອກໄມ້ເອີ້ນລະດູໜາວວຽນມາຢູ່ເຂດພູພຽງ ມົກເຈົາ - ảnh 6
ຈາກບັນດາເມັດແນວທີ່ໄດ້ເພາະໃນເດືອນກັນຍາ, ຮອດເດືອນທັນວາ, ດອກຜັກກາດໄດ້ພາກັນບານສະພັ່ງທົ່ວເປີ້ນພູຄືກັນກັບພົມດອກໄມ້ທີ່ອ່ອນໂຍນ, ບໍລິສຸດ, ນຳມາເຊິ່ງຄວາມງາມທີ່ສະຫງົບສຸກ ແລະ ໂຣແມນຕິກ.
ສີສັນດອກໄມ້ເອີ້ນລະດູໜາວວຽນມາຢູ່ເຂດພູພຽງ ມົກເຈົາ - ảnh 7
ບໍ່ພຽງແຕ່ປູກຜັກກາດເພື່ອເອົາເມັດຄືເມື່ອກ່ອນ, ປັດຈຸບັນມີຫຼາຍຄອບຄົວໄດ້ປັບປຸງໄຮ່ນາຮົ້ວສວນຂອງຕົນ ຫັນປ່ຽນລະດູດອກຜັກກາດກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ.
ສີສັນດອກໄມ້ເອີ້ນລະດູໜາວວຽນມາຢູ່ເຂດພູພຽງ ມົກເຈົາ - ảnh 8
ໃນຈຳນວນບັນດາສະຖານທີ່ທີ່ມີຫຼາຍຄົນຊອກມາຢ້ຽມຊົມ, ຟາມ ລອຍເຕືອຍ ຢູ່ຕາແສງ ເວິນເຊີນ ແມ່ນສະຖານທີ່ມີຄວາມພົ້ນເດັ່ນຄືເປັນຈຸດເນັ້ນໜຶ່ງ.
ສີສັນດອກໄມ້ເອີ້ນລະດູໜາວວຽນມາຢູ່ເຂດພູພຽງ ມົກເຈົາ - ảnh 9
ເພື່ອຮັກສາສີສັນຂອງດອກໄມ້ໃນຕະຫຼອດລະດູໜາວ, ເຈົ້າຂອງສວນບໍ່ປູກຜັກກາດໃນໄລຍະດຽວກັນ ຫາກຍັງແບ່ງເນື້ອທີ່ເປັນຫຼາຍເຂດ, ປູກຕໍ່ເນື່ອງກັນຕາມແຕ່ລະໄລຍະ.
ສີສັນດອກໄມ້ເອີ້ນລະດູໜາວວຽນມາຢູ່ເຂດພູພຽງ ມົກເຈົາ - ảnh 10
ພື້ນທີ່ສວນກໍ່ໄດ້ຮັບການອອກແບບຢ່າງມີຫົວຄິດປະດິດສ້າງ, ຈັດສວນປະດັບ ເພື່ອສ້າງເປັນມູມຖ່າຍຮູບທີ່ຫຼາກຫຼາຍສວຍງາມໃຫ້ແກ່ແຂກທ່ອງທ່ຽວ.
ສີສັນດອກໄມ້ເອີ້ນລະດູໜາວວຽນມາຢູ່ເຂດພູພຽງ ມົກເຈົາ - ảnh 11
ຈາກລະດູດອກໄມ້, ພໍ່ແມ່ປະຊາຊົນໄດ້ຍົກລະດັບຂຶ້ນກາຍເປັນຜະລິດຕະພັນການທ່ອງທ່ຽວທີ່ດູດດື່ມ, ສ້າງກຳລັງດຶງດູດສະເພາະຂອງວິວັດການຄົ້ນຫາ ມົກເຈົາ - ສະຖານທີ່ນັດພົບທຳມະຊາດຢູ່ພາກພື້ນແຖວໜ້າໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ