ຫັນເຂດພາກວັດທະນະທຳເປັນດີຈີຕອນ
(VOVWORLD) - ໃນທ່າມກາງການດຳລົງຊີວິດທັນສະໄໝ, ມີເຂດໜຶ່ງມິດງຽບແຕ່ເຕັມໄປດ້ວຍພະລັງຊີວິດທີ່ຫາກໍ່ໄດ້ຮັບການສ້າງຂຶ້ນຢູ່ຫໍພິພິຕະພັນວິຈິດສິນ ຫວຽດນາມ
 |
| ຫວ່າງມໍ່ໆມານີ້, ເນື່ອງໃນໂອກາດສະເຫຼີມສະຫຼອງ 59 ປີແຫ່ງວັນສ້າງຕັ້ງ (24/06/1966 – 04/06/2025), ຫໍພິພິຕະພັນວິຈິດສິນ ຫວຽດນາມ ໄດ້ເປີດ “ເຂດວາງສະແດງວິຈິດສິນນຳໃຊ້ດີຈີຕອນ ແລະ ວິຈິດສິນພື້ນເມືອງ”. |
 |
| ເຂດວາງສະແດງນີ້ບໍ່ພຽງແຕ່ແມ່ນແຫ່ງເກັບກຳເທົ່ານັ້ນ, ຫາກຍັງແມ່ນແຫ່ງທີ່ວິຈິດສິນພື້ນເມືອງ ແລະ ການນຳໃຊ້ດີຈີຕອນ ໄດ້ຟື້ນຕົວຂຶ້ນໃຕ້ຈັງຫວະຂອງຍຸກສະໄໝໃໝ່. |
 |
| ຕາມທ່ານຫົວໜ້າຫໍພິພິຕະພັນວິຈິດສິນ ຫວຽດນາມ ຫງວຽນແອັງມິງ, ວິຈິດສິນນຳໃຊ້ດີຈີຕອນ ແລະ ວິຈິດສິນພື້ນເມືອງແມ່ນພາກສ່ວນທີ່ຂາດບໍ່ໄດ້ໃນກະແສປະຫວັດສາດແຫ່ງການພັດທະນາຂອງ ວິຈິດສິນ ຫວຽດນາມ. |
 |
| ວິຈິດສິນນຳໃຊ້ດີຈີຕອນ ແລະ ວິຈິດສິນພື້ນເມືອງ ລວມມີບັນດາຮູບພາບ, ຮູບປັ້ນພື້ນເມືອງ, ບັນດາເຄື່ອງໃຊ້ປະຈຳວັນ, ສ່ອງແສງໃຫ້ເຫັນການດຳລົງຊີວິດ້ານຈິດໃຈ, ທັກສະອາຊີບ, ຄວາມສາມາດປະດິດຄິດສ້າງ, ສີສັນຊາດ… ຂອງພື້ນຖານວັດທະນະທຳ ຫວຽດນາມ. |
 |
| ວິຈິດສິນນຳໃຊ້ດີຈີຕອນ ເຂັ້ມຂຸ້ມໄປດ້ວຍລັກສະນະພື້ນເມືອງ, ສະແດງອອກຜ່ານເຄື່ອງນຸ່ງ, ເຄື່ອງດົນຕີ, ເຄື່ອງໃຊ້ປະຈຳວັນ, ຜະລິດຕະພັນການເຫຼື້ອມໃສເຊື່ອຖື… |
 |
| ພາບແຕ້ມ, ຮູບປັ້ນ, ເຄື່ອງຂອງ - ບັນດາສິ່ງທີ່ຄິດວ່າຈະບໍ່ໄດ້ເຫັນອີກແລ້ວ - ປະຈຸບັນໄດ້ສ້າງຂຶ້ນດ້ວຍເຕັກໂນໂລຊີດີຈີຕອນ. |
 |
| ເຕັກໂນໂລຊີດີຈີຕອນໄດ້ຊ່ວຍເພີ່ມການປະພຶດຕົວຈິງ, ຍົກສູງຄວາມສາມາດສຳພັດກັບຂໍ້ມູນໃຫ້ແກ່ຜູ້ເຂົ້າມາຢ້ຽມຊົມ. |
 |
| ເຂດວາງສະແດງທັງໝົດ. |