Hanoism – ກົດເຂົ້າວັດທະນະທຳຫວຽດຜ່ານພາບຖ່າຍ
(VOVWORLD) - ໂດຍຢູ່ທ່າມກາງເມືອງເກົ່າທີ່ທັນສະໄຫມ, Hanoism ເຊິ່ງແມ່ນສະຖານທີ່ຖ່າຍຮູບທີ່ເຕັມໄປດ້ວຍຄວາມຊົມຈຳ ຫາກໍ່ເປີດນຳໃຊ້ຢູ່ ຮ່າໂນ້ຍ.
 |
| ໂດຍຕັ້ງຢູ່ໃນຮ່ອມຖະໜົມນ້ອຍຢູ່ຮ່າໂນ້ຍ (ເຮືອນເລກທີ 10 ຖະຫນົນ ໂຮ້ຍຫວູ - ຮ່ວານກຽມ) ເຮືອນເກົ່າແກ່ມີອາຍຸກ່ວາ 100 ປີທີ່ໄດ້ຮັບການປັບປຸງກາຍເປັນສະຖານທີ່ຖ່າຍຮູບທີ່ເຕັມໄປດ້ວຍຈຸດທີ່ເປັນມູນເຊື້ອ. |
 |
| ໂດຍໄດ້ເປີດນຳໃຊ້ແຕ່ຕົ້ນເດືອນພຶດສະພາ 2025, Hanoism ຮ້ານຖ່າຍຮູບ (photo booth) ໄດ້ກາຍເປັນສະຖານທີ່ນັດພົບໃໝ່ຂອງຊາວນະຄອນຫຼວງ, ພິເສດແມ່ນໄວໜຸ່ມ. |
 |
| ນັບແຕ່ວັດຖຸປະດັບປະດາຕະຫຼອດຮອດເຄື່ອງນຸ່ງອາພອນ, ທຸກສິ່ງທຸກຢ່າງໃນຮ້ານລ້ວນແຕ່ເຂັ້ມຂົ້ນໄປດ້ວຍລັກສະນະເກົ່າແກ່. |
 |
| ບັນດາຊຸດອາພອນຫວຽດເດີມພ້ອມກັບອຸປະກອນຕ່າງໆຄື: ຜ້າ, ກຸບ… ໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ. |
 |
| ໜຶ່ງໃນບັນດາຈຸດພິເສດຢູ່ Hanoism ນັ້ນແມ່ນ ໃນເວລາ 15 ວັນຊຸດເຄື່ອງນຸ່ງເດີມພັດໄດ້ປ່ຽນແບບເທື່ອໜຶ່ງເພື່ອສ້າງຄວາມໃໝ່ອ່ຽມໃຫ້ແກ່ລູກຄ້າ. |
 |
| ລູກຄ້າມາຢ້ຽມຊົມຮູ້ສຶກຈັບໃຈເມື່ອໄດ້ນຸ່ງບັນດາຊຸດອາພອນພື້ນເມືອງ, ຫວນຄືນຄວາມງາມທາງດ້ານວັດທະນະທຳຂອງຊາວຫວຽດນາມ ໃນເມື່ອກ່ອນ. |
 |
| ບໍ່ຕ້ອງການກ້ອງຖ່າຍຮູບແພງ ຫຼືມີທັກສະໃນການຖ່າຍຮູບທີ່ເປັນມືອາຊີບ, ພຽງແຕ່ເຂົ້າຫ້ອງຖ່າຍ, ປ່ອຍກ້ອງ ແລະ ຍິ້ມແຍ້ມແຈ່ມໄສ. |
 |
| ທຸກສິ່ງທຸກຢ່າງໄດ້ຈົດຈຳຜ່ານບັນດາພາບຖ່າຍທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງຄວາມຊົງຈຳ. |
 |
| ແບ່ງປັນກ່ຽວກັບແນວຄິດສ້າງຮ້ານຖ່າຍຮູບ, ເອື້ອຍ ຫງວຽນທິຖຸຍວີ (ເກີດປີ 1997) ໃຫ້ຮູ້ວ່າ ເອື້ອຍຢາກປະສົມປະສານວັດທະນະທຳ ຫວຽດນາມ ກັບກະແສມັກຮັກການຖ່າຍຮູບຂອງໄວໜຸ່ມ ເພື່ອໃຫ້ພວກເພື່ອນໜຸ່ມທັງໄດ້ຖ່າຍຮູບ, ທັງມີໂອກາດລົງພຶດຕິກຳຕົວຈິງທີ່ໃໝ່ອ່ຽມ ແລະ ເຕັມໄປດ້ວຍຄວາມຊົງຈຳ. |
 |
| ແຕ່ລະຫ້ອງຖ່າຍຮູບຈະມີຮູບແບບ ແລະ ສີສັນສະເພາະ. |
 |
| ບໍ່ພຽງແຕ່ດຶງດູດແຂກ ຫວຽດນາມ, ສະຖານທີ່ແຫ່ງນີ້ຍັງດຶງດູດແຂກທ່ອງທ່ຽວສາກົນເປັນຈຳນວນຫຼາຍມາລົງພຶດຕິກຳຕົວຈິງ. |
 |
| ຮອຍຍິ້ມຢູ່ໜ້າໃບຕາຂອງແຂກເມື່ອ ນຸ່ງຊຸດອາພອນຫວຽດເດີມ. |
 |
| ຮອຍຍິ້ມຢູ່ໜ້າໃບຕາຂອງແຂກເມື່ອ ນຸ່ງຊຸດອາພອນຫວຽດເດີມ. |
 |
| ແຕ່ລະຄວາມຊົງຈຳໃນການລົງພຶດຕິກຳຕົວຈິງທີ່ເປັນໜ້າຈັບໃຈຢູ່ Hanoism ເຮັດໃຫ້ແຂກທ່ອງທ່ຽວ “ມັກຮັກຮ່າໂນ້ຍແຕ່ເຫັນທຳອິດ” |
 |
| ການປະສົມປະສານລະຫວ່າງ ຊຸດອາພອນຫວຽດເດີມ ແລະ ກະແສຖ່າຍຮູບບໍ່ພຽງແຕ່ປຸກລຸກຄວາມງາມທີ່ເປັນມູນເຊື້ອເທົ່ານັ້ນ ຫາກຍັງເປີດທິດກ້າວເດີນໃໝ່ໃນການຮັກສາ ແລະ ແຜ່ກະຈາຍວັດທະນະທຳ ຫວຽດນາມ ຜ່ານບັນດາຄວາມປະດິດຄິດສ້າງຂອງໄວໜຸ່ມອີກດ້ວຍ. |