ຄົ້ນຫານາຂັ້ນໄດຢູ່ ໝູ່ກັງຈາຍ ຍາມລະດູຝົນ ວັນອາທິດ ທີ 1 ມິຖຸນາ ຄ.ສ. 2025 | 8:41:49 (VOVWORLD) - ເດືອນພຶດສະພາ ລະດູຝົນ, ເມື່ອຫ່າຝົນທຳອິດລົງຢູ່ທົ່ງນາຂັ້ນໄດ ໝູ່ກັງຈາຍ ນນັ້ນກໍ່ແມ່ນສັນຍາບົ່ງບອກລະດູຂອງບັນດາທົ່ງນາຂັ້ນໄດທີ່ແຫ້ງແລ້ງໄດ້ມີນ້ຳມາເຕັມ. ລະດູຝົນແມ່ນລະດູປັກດຳນາໜຶ່ງດຽວໃນປີຢູ່ເຂດ ໝູ່ກັງຈາຍ. ລະດູຝົນຢູ່ເຂດ ໝູ່ກັງຈາຍ ແກ່ຍາວແຕ່ເດືອນພຶດສະຫາ ຫາເດືອນມິຖຸນາ ຂອງທຸກປີ, ເວລານັ້ນ ຝົນຕົກຍາມຕົ້ນລະດູແລ້ງຈະເທນ້ຳລົງໃສ່ບັນດາເຂດທົ່ງນາທີ່ແຫ້ງແລ້ງ. ນີ້ກໍ່ແມ່ນຈຸດເວລາຊາວກະສິກອນຕ້ອງແຂ່ງກັບສະພາບອາກາດເພື່ອປັກດຳຢູ່ທົ່ງນາຂອງຕົນ, ເລີ່ມຕົ້ນລະດູການຜະລິດເຂົ້າໃນປີ. ບັນດາທົ່ງນາຢູ່ຕີນຮ່ອມພູ ເຂົາຟ້າ ຍາມໃດກໍ່ມີນ້ຳມາໄວກວ່າ. ເຂດນາບ່ອນຕ່ຳຢູ່ຂ້າງຫ້ວຍ ດັ່ງນັ້ນມີນ້ຳໄວ, ພໍ່ແມ່ປະຊາຊົນກໍ່ມາເຮັດໄຮ່ໄຖນາເພື່ອປັກດຳໄວກວ່າ. ພາຍຫຼັງຫຼົກແລ້ວ ຊາວກະສິກອນເອົາຮາກກ້າຈຸ່ມລ້າງນ້ຳແລ້ວຟາດຂີ້ຕົມອອກ. ປະຊາຊົນຫຼົກກ້າຢູ່ທົ່ງນາເຂດບ່ອນຕ່ຳຢູ່ຂ້າງທາງຫຼວງ ທີ່ຕາແສງ ເຈກູຍາ, ເມືອງ ໝູ່ກັງຈາຍ. ປະຊາຊົນຮູ້ສຶກປະຕິຊົມຊື່ນລົງນາ ດ້ວຍຄວາມຫວັງຈະມີລະດູການເກັບກ່ຽວທີ່ໄດ້ຮັບຜົນດີ. ເຂດທົ່ງນາພວມປົກຄຸມດ້ວຍສີຂຽວຂອງກ້າອ່ອນທີ່ເຕັມໄປດ້ວຍພະລັງຊີວິດ. ຊຸມປີມໍ່ໆມານີ້, ແຂກທ່ອງທ່ຽວ ມາກິ່ວ ເຂົາຟ້າ, ໝູ່ກັງຈາຍ ຍັງມີໂອກາດສຳຜັດ, ຮັບຊົມຄວາມງາມຂອງນາຂັ້ນໄດຈາກອີກມູມມອງໜຶ່ງ ນັ້ນແມ່ນການໂດດຈ້ອງ. ສະຖານທີ່ໂດດຈ້ອງຢູ່ຈອມພູ ເຂົາຟ້າ. ຊົມວິວຮ່ອມພູ ລິມມົງ ຍາມລະດູຝົນ ແລະ ຖ່າຍຮູບເປັນທີ່ລະນຶກຈາກການໂດດຈ້ອງຢູ່ເຂດທົ່ງນາ ຍາມໃດກໍ່ແມ່ນການລົງພຶດຕິກຳຕົວຈິງທີ່ບໍ່ອາດລືມໄດ້ສຳລັບແຂກທ່ອງທ່ຽວເມື່ອມາ ໝູ່ກັງຈາຍ. ຮ່ອມພູ ລິມມົງ ເບິ່ງຈາກມູມສູງເມື່ອໂດດຈ້ອງ. ໝູ່ກັງຈາຍ ຍາມລະດູຝົນ Tag VOV VOVworld ຕອບກັບ ສົ່ງ ຂ່າວ/ບົດອື່ນ ວັນບຸນຄຼິດສະມາດ ຮ່າໂນ້ຍ ສວຍງາມຍິບຍັບ WTA: ຫວຽດນາມ ແມ່ນຈຸດນັດພົບແຖວໜ້າໂລກປີ 2025 ຄວາມຊົງຈຳຢູ່ຕາແສງອາຊີບ ຜ່ານ “ສະຖານທີ່ເລົ່າເລື່ອງ ສາລາ ກິມເງິນ” ຜົນງານແຫ່ງການສ້າງສາ ແລະ ພັດທະນາປະເທດລາວ ພາຍຫຼັງ 50 ປີໄດ້ຮັບການປົດປ່ອຍ
ສົ່ງເສີມກຸ່ມບໍລິສັດ ພົງຊັບທະວີ ຄົ້ນຄວ້າ, ເປີດກວ້າງການຮ່ວມມືໃນຂົງເຂດພະລັງງານກັບ ຫວຽດນາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ