ຈັດການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ 2025
ຊົ່ວໂມງເພື່ອໜ່ວຍໂລກ 2025 ຈັດຂຶ້ນແຕ່ເວລາ 20 ໂມງ 30 ນາທີ ຮອດເວລາ 21 ໂມງ 30 ນາທີ ຂອງວັນທີ 22 ມີນາ, ສົ່ງສານທີ່ວ່າ “ການຫັນເປັນສີຂຽວ - ອະນາຄົດສີຂຽວ” ດ້ວຍຄວາມປາດຖະໜາວ່າ ປະຊາຊົນ, ປະຊາຄົມວິສາຫະກິດ ແລະ ວິສາຫະກິດທັງໝົດ ຈົ່ງຮ່ວມແຮງຮ່ວມໃຈກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ, ປະຢັດພະລັງງານ, ມຸ່ງໄປເຖິງອະນາຄົດສີຂຽວ ແລະ ຍືນຍົງ.
 |
ຫວ່າງມໍ່ໆມານີ້, ຢູ່ເຂດຖະໜົນຍ່າງ ເຈິ່ນເຍີນຕົງ, ເມືອງ ຮາຍບ່າຈຶງ, ນະຄອນ ຮ່າໂນ້ຍ, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ໄດ້ຈັດພິທີປຸກລະດົມ “ທົ່ວປວງຊົນປະຢັດພະລັງງານ ຕອບສະໜອງຊົ່ວໂມງເພື່ອໜ່ວຍໂລກ 2025” ແລະ ຈັດການແຂ່ງຂັນແລ່ນຕອບສະໜອງເຫດການດັ່ງກ່າວ. |
 |
ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮວ່າງລອງ ໃຫ້ຮູ້ວ່າ, ທາງກະຊວງໄດ້ຈັດຫຼາຍການເຄື່ອນໄຫວເພື່ອຕອບສະໜອງເຫດການຊົ່ວໂມງເພື່ອໜ່ວຍໂລກ 2025 ໃນເດືອນ ມີນາ ນີ້. ພິເສດ, ເຫດການມອດໄຟໃນເວລາ 1 ຊົ່ວໂມງເພື່ອຕອບສະໜອງເຫດການຈັດຂຶ້ນແຕ່ເວລາ 20 ໂມງ 30 ນາທີ ຮອດເວລາ 21 ໂມງ 30 ນາທີ, ໃນວັນທີ 22 ມີນາ ນີ້. |
 |
ການແຂ່ງຂັນແລ່ນໄດ້ປະກອບສ່ວນແຜ່ຂະຫຍາຍສານທີ່ວ່າ “ການຫັນເປັນສີຂຽວ - ອະນາຄົດສີຂຽວ” ຢ່າງແຮງ. |
ເພື່ອຕອບສະໜອງເຫດການຊົ່ວໂມງເພື່ອໜ່ວຍໂລກ 2025, ຢູ່ຫຼາຍແຂວງ, ນະຄອນ ໄດ້ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນຕັ້ງໜ້າເຂົ້າຮ່ວມບັ້ນເຄື່ອນໄຫວ.
 |
ພາລະກອນໄຟຟ້າ ຟູອຽນ (ແຂວງ ຮືງອຽນ) ໂຄສະນາກ່ຽວກັບຊົ່ວໂມງເພື່ອໜ່ວຍໂລກ - ນຳໃຊ້ໄຟຟ້າແບບປະຢັດຢູ່ເມືອງ ຟູກື່.
(ພາບ: icon.com.vn)
|
 |
ບໍລິສັດເຄື່ອນໄຟຟ້ານ້ຳຕົກ ອານເຄ - ການາກ (ນະຄອນ ກຸຍເຍິນ, ບິ່ງດິ້ງ) ໄດ້ຕັ້ງໜ້າຈັດການເຄື່ອນໄຫວຫຼາຍຢ່າງ, ແຜ່ຂະຫຍາຍສານຂອງບັ້ນເຄື່ອນໄຫວ.
(ພາບ: tapchicongthuong.vn)
|
 |
ພະນັກງານ, ພາລະກອນຂອງບໍລິສັດເຄື່ອນໄຟຟ້ານ້ຳຕົກ ອານເຄ - ການາກ ຍ່າງສວນສະໜາມສົ່ງສານກ່ຽວກັບການປະຢັດພະລັງງານ ແລະ ປົກປັກຮັກສາສິ່ງແວດລ້ອມ ແລະ ໂຄສະນາການຕອບສະໜອງບັ້ນເຄື່ອນໄຫວ ຊົ່ວໂມງເພື່ອໜ່ວຍໂລກ 2025 ໃຫ້ແກ່ນັກຮຽນ ໂຮງຮຽນມັດທະຍົມຕອນຕົ້ນ ກວາງຈູງ (ນະຄອນ ກຸຍເຍີນ, ບິ່ງດິ້ງ).
(ພາບ: tapchicongthuong.vn)
|
 |
ຮ່າຢາງ ຕິດປ້າຍໂຄສະນາຢູ່ຖະໜົນສາຍຕ່າງໆ ເພື່ອໂຄສະນາໃຫ້ປະຊາຊົນຕອບສະໜອງບັ້ນເຄື່ອນໄຫວ ຊົ່ວໂມງເພື່ອໜ່ວຍໂລກ 2025. ປະຊາຊົນສາມາດອ່ານເອກະສານ ແລະ ຊົມຄຼິບກ່ຽວກັບການປະຢັດພະລັງງານໃນຄອບຄົວ ດ້ວຍວິທີສະແກນລະຫັດຢູ່ປ້າຍໂຄສະນາ.
(ພາບ: baohagiang.vn)
|
 |
ຜູ້ມີຊື່ສຽງຫຼາຍຄົນກໍ່ໄດ້ອອກສຽງດ້ວຍສານທີ່ວ່າ “ການຫັນເປັນສີຂຽວ - ອະນາຄົດສີຂຽວ” ດ້ວຍບັນດາການເຄື່ອນໄຫວແທດຈິງ.
(ພາບ: tapchicongthuong.vn)
|
 |
ນັກກິລາບານເຕະຊາຍ ຫງວຽນຕຽນລິງ ແລະ ນາງງາມອັນດັບທີ 2 Miss Earth Vietnam 2023 ຮ່ວາງທິກິມຈີ ເຂົ້າຮ່ວມພິທີປຸກລະດົມບັ້ນເຄື່ອນໄຫວຊົ່ວໂມງເພື່ອໜ່ວຍໂລກ 2025 ຢູ່ ບິ່ງເຢືອງ, ດ້ວຍບົດບາດເປັນທູດ ຊົ່ວໂມງເພື່ອໜ່ວຍໂລກ 2025.
(ພາບ: qdnd.vn)
|
 |
(ພາບ: qdnd.vn) |
 |
ວັນທີ 22 ມີນາ, ຢູ່ເຂດໜອງ ຮວ່ານກຽມ, ນະຄອນ ຮ່າໂນ້ຍ ຈັດພິທີປຸກລະດົມບັ້ນເຄື່ອນໄຫວ ຊົ່ວໂມງເພື່ອໜ່ວຍໂລກ 2025, ດ້ວຍການເຄື່ອນໄຫວຫຼາຍຢ່າງກ່ຽວກັບສິ່ງແວດລ້ອມ, ອາກາດ, ພະລັງງານ.
(ພາບ: baoquocte.vn)
|
 |
ດ້ວຍສານທີ່ວ່າ “ການຫັນເປັນສີຂຽວ - ອະນາຄົດສີຂຽວ”, ຊົ່ວໂມງເພື່ອໜ່ວຍໂລກ 2025 ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຫັນໄປສູ່ບັນດາຮູບແບບພັດທະນາຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ, ມຸ່ງໄປເຖິງອະນາຄົດສີຂຽວໃຫ້ແກ່ໜ່ວຍພິພົບ.
(ພາບ: ຄະນະຈັດຕັ້ງ).
|