ກວາງ​ນິງ​ ບັນ​ລຸ​ໝາກ​ຜົນ​ຮອບ​ດ້ານ​ໃນ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ສະ​ບັບ​ເລກ​ທີ 57 – NQ/TW

(VOVWORLD) - ຄະນະຊີ້ນຳກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຂວງ ກວາງນິງ ໃຫ້ຮູ້ວ່າ ປີ 2025 ແຂວງ ກວາງນິງບັນລຸໄດ້ບັນດາໝາກຜົນຮອບດ້ານໃນການຜັນຂະຫຍາຍມະຕິສະບັບເລກທີ 57 – NQ/TƯ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ໄລ່ຮອດປັດຈຸບັນ, ທົ່ວແຂວງປະຕິບັດໜ້າທີ່ສຳເລັດ 97,7% ເຊິ່ງສູນກາງມອບໝາຍໃຫ້.
ກວາງ​ນິງ​ ບັນ​ລຸ​ໝາກ​ຜົນ​ຮອບ​ດ້ານ​ໃນ​ການ​ຜັນ​ຂະ​ຫຍາຍ​ມະ​ຕິ​ສະ​ບັບ​ເລກ​ທີ 57 – NQ/TW - ảnh 1ກອງປະຊຸມທາງໄກຕີລາຄາໝາກຜົນປະຕິບັດມະຕິ 57-NQ/TW  (ພາບ: baoquangninh.vn) 

ໜຶ່ງໃນບັນດາຜົນງານພົ້ນເດັ່ນ ແມ່ນແຂວງ ກວາງນິງ ໄດ້ບືນຕົວຂຶ້ນຢືນອັນດັບທີ 3 ໃນທົ່ວປະເທດກ່ຽວກັບດັດຊະນີນະວັດຕະກຳ (PII). ທາງແຂວງກໍນອນໃນກຸ່ມ 21 ທ້ອງຖິ່ນ “ປົກຄຸມສີຂຽວ” 100% ຕາແສງ, ໃນການປະຕິບັດມະຕິສະບັບເລກທີ 57 – NQ/TƯ, ໝາຍຄວາມວ່າ ໄດ້ປະຕິບັດສຳເລັດເກືອບທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ. ປັດຈຸບັນ, 100% ລະບຽບການບໍລິຫານຢູ່ແຂວງ ໄດ້ຮັບການແກ້ໄຂແບບເອເລັກໂຕນິກ ແລະ 97,7% ລະບອບລະບຽບການໄດ້ຮັບການແກ້ໄຂແບບທາງໄກ.

        ໃນໄລຍະຈະມາເຖິງ, ແຂວງ ກວາງນິງ ກຳນົດສືບຕໍ່ຄົ້ນຄວ້າ, ພັດທະນາວິທະຍາສາດພື້ນຖານ ແລະ ໝູນໃຊ້ເຂົ້າໃນການຮັບໃຊ້ການພັດທະນາເສດຖະກິດ - ສັງຄົມໂດຍກົງຂອງທ້ອງຖິ່ນ, ຮັບປະກັນຂັ້ນຕອນໝູນໃຊ້ເຕັກໂນໂລຢີໃຫ້ສົມບູນແບບ ນັບແຕ່ຂອດຜະລິດຕະຫຼອດຮອດຂອດບໍລິໂພກ. ທາງແຂວງກໍຈະສືບຕໍ່ຍົກສູງທັກສະດີຈີຕອນໃຫ້ແກ່ປະຊາຊົນ, ພິເສດແມ່ນໃນການປະຕິບັດລະບຽບການບໍລິຫານແບບທາງໄກ, ແລະ ຊຸກຍູ້ການຮ່ວມມືກັບບັນດາກຸ່ມບໍລິສັດເຕັກໂນໂລຢີ, ຮາກຖານການສຶກສາແຖວໜ້າຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ