ແຂວງ ກວາງ​ນິງ ມຸ່ງ​ໄປ​ເຖິງ​ສູນ​ທ່ອງ​ທ່ຽວ​ເຊື່ອມ​ຕໍ່​ພາກ​ພື້ນ ແລະ ສາ​ກົນ

(VOVWORLD) - ແຂວງ ກວາງນິງ ໄດ້ກຳນົດເປົ້າໝາຍຮອດປີ 2030 ກາຍເປັນສູນທ່ອງທ່ຽວເຊື່ອມຕໍ່ພາກພື້ນ ແລະ ສາກົນຢັ້ງຢືນທີ່ຕັ້ງປາຍແຫຼມຂອງຂະແໜງທ່ອງທ່ຽວໃນໂຄປະກອບເສດຖະກິດຢູ່ທ້ອງຖິ່ນບໍ່ພຽງແຕ່ອີງໃສ່ຄວາມສາມາດບົ່ມຊ້ອນທ່າແຮງທາງທຳມະຊາດ ແລະ ມໍລະດົກເທົ່ານັ້ນແຂວງ ກວາງນິງ ພວມມີທີເຮັດໃໝ່ສ້າງຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ເພື່ອກາຍເປັນສະຖານທີ່ພິເສດດຶງດູດແຂທ່ອງທ່ຽວອີກດ້ວຍ.
ແຂວງ ກວາງ​ນິງ ມຸ່ງ​ໄປ​ເຖິງ​ສູນ​ທ່ອງ​ທ່ຽວ​ເຊື່ອມ​ຕໍ່​ພາກ​ພື້ນ ແລະ ສາ​ກົນ - ảnh 1ນັບແຕ່ຕົ້ນປີມາຮອດປັດຈຸບັນ, ແຂວງ ກວາງນິງ ຕ້ອນຮັບກ່ຳປັ່ນທ່ອງທ່ຽວສາກົນ 38 ລຳ  (ພາບ: VOV)
ນັບແຕ່ຕົ້ນປີມາຮອດປັດຈຸບັນ, ແຂວງ ກວາງນິງ ໄດ້ຕ້ອນຮັບກ່ຳປັ່ນທ່ອງທ່ຽວສາກົນ 38 ລຳ ດ້ວຍຈຳນວນແຂກທ່ອງທ່ຽວສາກົນເກືອບ 49.000 ເທື່ອຄົນ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ແຂວງ ກວາງນິງ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ຕ້ອນຮັບກ່ຳປັ່ນທ່ອງທ່ຽວຫຼາຍ, ຍ້ອນມີລະບົບທ່າກ່ຳປັ່ນ ແລະ ບັນດາຜະລິດຕະພັນທ່ອງທ່ຽວໄດ້ຮັບການເຮັດໃໝ່ຕະຫຼອດ ເພື່ອຕອບສະໜອງຄວາມຕ້ອງການທີ່ເປັນຫຼາຍຮູບຫຼາຍແບບຂອງແຂກທ່ອງທ່ຽວ. ທ່ານນາງ ເຈິ່ນງວ້ຽນ, ຜູ້ຕາງໜ້າກຸ່ມບໍລິສັດ Sun Group ໃຫ້ຮູ້ວ່າ:

ບັນດາວິສາຫະກິດ ໄດ້ພ້ອມກັນເຊື່ອມຕໍ່, ເພື່ອນອກຈາກການສົ່ງເສີມ, ການເຊີນບັນດາ famtrip, media trip  ມາເປັນເຈົ້າກາໂຄສະນາສື່ສານ, ເຊື່ອມຕໍ່ບັນດາບໍລິສັດການບິນແລ້ວ, ພວກຂ້າພະເຈົ້າກໍໄດ້ສ້າງ ແລະ ປັບປຸງຜະລິດຕະພັນໃໝ່ຢ່າງຕໍ່ເນື່ອງ. ລາຍການຍິງບັ້ງໄຟດອກກໍແມ່ນຜະລິດຕະພັນໜຶ່ງ ຫຼືວ່າ ເຊີນ Hilton - ເຊິ່ງເປັນເຄື່ອງໝາຍການຄ້າໃຫຍ່ໃນໂລກ ເຂົ້າມາບໍລິຫານລະບົບ Yoko Onsen Quang Hanh”.

ແຂວງ ກວາງ​ນິງ ມຸ່ງ​ໄປ​ເຖິງ​ສູນ​ທ່ອງ​ທ່ຽວ​ເຊື່ອມ​ຕໍ່​ພາກ​ພື້ນ ແລະ ສາ​ກົນ - ảnh 2ຈຳນວນແຂກທ່ອງທ່ຽວສາກົນມາທ່ຽວ ຮະລອງ ນັບມື້ນັບຫຼາຍຂຶ້ນ (ພາບ: VOV)

ໄປຄຽງຄູ່ກັບການຕ້ອນຮັບແຂກທາງກ່ຳປັ່ນແລ້ວ, ແຂວງ ກວາງນິງ ຍັງພົ້ນເດັ່ນຂຶ້ນດ້ວຍຮູບແບບການທ່ອງທ່ຽວ MICE ເຊິ່ງເປັນຮູບແບບທ່ອງທ່ຽວ ສົມທົບການເຮັດວຽກ ກັບການພັກຜ່ອນຕາກອາກາດ ຮັບໃຊ້ໃຫ້ແກ່ວິສາຫະກິດ, ອົງການຈັດຕັ້ງ, ສະຫະສະມາຄົມ ດ້ວຍຂອບຂະໜາດໃຫຍ່ ແລະ ຮຽກຮ້ອງການບໍລິການທີ່ມີຄຸນນະພາບສູງ. ທ່າອ່ຽງດຶງດູດແຂກທ່ອງທ່ຽວ MICE ເຂົ້າມາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ເປີດໂອກາດໃຫຍ່ໃຫ້ແກ່ແຂວງ ກວາງນິງ ດ້ວຍບັນດາຄະນະແຂກທ່ອງທ່ຽວທີ່ມາຈາກຫຼາຍປະເທດໄດ້ເລືອກເອົາ ຮະລອງ, ບ໊າຍໄຈ ເປັນບ່ອນຈັດຕັ້ງກອງປະຊຸມສົມທົບກັບການພັກຜ່ອນ. ທ່ານນາງ ເລທິບິກຮັ່ງ, ຜູ້ອຳນວຍການສາຂາ ກວາງນິງ ຂອງບໍລິສັດທ່ອງທ່ຽວ Vietravel ຖືວ່າ:

ເພື່ອດຶງດູດແຂກທ່ອງທ່ຽວໃຫ້ຫຼາຍກວ່າອີກ, ແຂວງ ກວາງນິງ ຕ້ອງຍົກສູງການທ່ອງທ່ຽວຊຸມຊົນ. ແຂກທ່ອງທ່ຽວຫຼາຍຄົນຢາກຊອກຮູ້ກ່ຽວກັບວິຖີກາດຳລົງຊີວິດ, ຮີດຄອງປະເພນີຂອງປະຊາຊົນທ້ອຖິ່ນ. ນອກຈາກນັ້ນແລ້ວ, ເພື່ອຕ້ອນຮັບບັນດາຄະນະແຂກທ່ອງທ່ຽວໃຫຍ່ແຕ່ 2.000 3.000 ຄົນນັ້ນ, ແຂວງ ກວາງນິງ ຍັງຂາດພື້ນຖານດ້ານວັດຖຸຢູ່. ໃນອະນາຄົດ, ແຂວງ ກວາງນິງ ຈະມີບັນດາບາດກ້າວໃໝ່ ແລະ ຕອບສະໜອງຢ່າງຄົບຖ້ວນ, ບົນພື້ນຖານນັ້ນ ບັນດາວິສາຫະກິດຕ້ອງໂຄສະນາ ແລະ ຂຸດຄົ້ນແຫຼ່ງແຂກທ່ອງທ່ຽວ”.

ແຂວງ ກວາງ​ນິງ ມຸ່ງ​ໄປ​ເຖິງ​ສູນ​ທ່ອງ​ທ່ຽວ​ເຊື່ອມ​ຕໍ່​ພາກ​ພື້ນ ແລະ ສາ​ກົນ - ảnh 3ຜະລິດຕະພັນທ່ອງທ່ຽວຢູ່ແຂວງ ຮະລອງ ນັບມື້ນັບມີຫຼາຍຮູບຫຼາຍແບບ (ພາບ: VOV)

ກວາງນິງ ບໍ່ພຽງແຕ່ມີທີ່ຕັ້ງສະດວກ ເມື່ອມີທັງດ່ານຊາຍແດນທາງບົກ ແລະ ທ່າກ່ຳປັ່ນທະເລ, ທ່າອາກາດສະຍານສາກົນເທົ່ານັ້ນ ຫາກຍັງແມ່ນບ່ອນທີ່ແຂກທ່ອງທ່ຽວແວ່ຢາມບັນດາມໍລະດົກໂລກ ເຊິ່ງອົງການ ສປຊ ເພື່ອການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ຮັບຮອງ, ເຊັ່ນ: ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ - ກົນເຊີນ, ກຽບບາກ; ອ່າວຮະລອງ - ໝູ່ເກາະ ກາດບ່າ. ນີ້ລ້ວນແຕ່ແມ່ນບັນດາທ່າໄດ້ປຽບພິເສດ ສ້າງກຳລັງໜູນເພື່ອໃຫ້ຂະແໜງທ່ອງທ່ຽວແຂວງ ກວາງນິງ ພັດທະນາ. ທ່ານ ຫງວຽນຈູ່ງແຄັງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ຢັ້ງຢືນວ່າ:

ດ້ວຍບັນດາແຫຼ່ງຊັບພະຍາກອນທຳມະຊາດ, ບັນດາມໍລະດົກໂລກ ເຊິ່ງອົງການ UNESCO ໄດ້ຮັບຮອງ ແລະ ລະບົບພື້ນຖານໂຄງລ່າງດ້ານວັດຖຸ, ຫວັງວ່າ ກວາງນິງ  ຈະບຸກທະລຸຢ່າງແຮງໃນໄລຍະຈະມາເຖິງ, ດ້ວຍບັນດາຜະລິດຕະພັນທ່ອງທ່ຽວທີ່ມີທ່າແຮງ”.

ແຂວງ ກວາງ​ນິງ ມຸ່ງ​ໄປ​ເຖິງ​ສູນ​ທ່ອງ​ທ່ຽວ​ເຊື່ອມ​ຕໍ່​ພາກ​ພື້ນ ແລະ ສາ​ກົນ - ảnh 4ບັນດາກິດຈະກຳຕອນກາງຄືນບໍ່ພຽງແຕ່ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວພາຍໃນເທົ່ານັ້ນ, ຫາກຍັງມີແຂກທ່ອງທ່ຽວສາກົນຫຼາຍຄົນເຂົ້າຮ່ວມອີກດ້ວຍ (ພາບ: VOV)

ປີ 2025, ແຂວງ ກວາງນິງ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 20 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 4,5 ລ້ານເທື່ອຄົນ. ຮອດປີ 2030, ກວາງນິງ ວາງເປົ້າໝາຍກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະຍຶນຍົງ, ຢັ້ງຢືນບົດບາດເປັນສູນທ່ອງທ່ຽວເຊື່ອມຕໍ່ພາກພື້ນ ແລະ ໂລກ, ຈຸດສຸມການທ່ອງທ່ຽວແຖວໜ້າຂອງຊາດ; ສູ້ຊົນຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ກວ່າ 26 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນ 9 ລ້ານເທື່ອຄົນ. ທ່ານ ຫງວຽນເລິມງວຽນ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນິງ, ໃຫ້ຮູ້ວ່າ:

ແຂວງ ກວາງນິງ ໄດ້ວາງອອກຫຼາຍແຜນການໃນການສ້າງບັນດາສະຖາບັນວັດທະນະທຳ, ກິລາ ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວມາແຫ່ງນີ້, ໂດຍສະເພາະແມ່ນການຈັດຕັ້ງບັນດາກອງປະຊຸມ, ສຳມະນາ, ລາຍກາສະແດງສິລະປະ, ບັນດາເຫດການ ແລະ ກິດຈະກຳກິລາ. ແຂວງ ກວາງນິງ ພວມມີແຜນການດຶງດູດບັນດານັກລົງທຶນຍຸດທະສາດ, ບັນດາວິສາຫະກິດລົງທຶນເຂົ້າບັນດາສະຖາບັນ, ບັນດາພື້ນຖານໂຄງລ່າງເພື່ອຮັບໃຊ້ໃຫ້ແກ່ການພັດທະນາການທ່ອງທ່ຽວ, ພັດທະນາອຸດສາຫະກຳວັດທະນະທຳ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງແຂວງ ເວົ້າລວມ".

ແຂວງ ກວາງ​ນິງ ມຸ່ງ​ໄປ​ເຖິງ​ສູນ​ທ່ອງ​ທ່ຽວ​ເຊື່ອມ​ຕໍ່​ພາກ​ພື້ນ ແລະ ສາ​ກົນ - ảnh 5ເຂດປູຊະນີຍະສະຖານ ແລະ ທັດສະນີຍະພາບ ອຽນຕື - ຫວິງງຽມ - ກົນເຊີນ, ກຽບບາກ (ພາບ: VOV)
ມຸ່ງໄປເຖິງເປົ້າໝາຍກາຍເປັນສູນທ່ອງທ່ຽວສາກົນ, ແຂວງ ກວາງນິງ ບໍ່ພຽງແຕ່ຂຸດຄົ້ນບັນດາສິ່ງທີ່ທຳມະຊາດດົນບັນດານໃຫ້ເທົ່ານັ້ນ, ຫາກຍັງເປັນເຈົ້າການເຊື່ອມໂຍງ, ມີການບໍລິການທີ່ເປັນມືອາຊີບ, ຫັນຜະລິດຕະພັນທ່ອງທ່ຽວເປັນຫຼາຍຮູບຫຼາຍແບບ. ກວາງນິງ ມຸ່ງໄປເຖິງກາຍເປັນໜຶ່ງໃນບັນດາສູນທ່ອງທ່ຽວພັດທະນາແຖວໜ້າຂອງທົ່ວປະເທດ, ສວມບົດບາດເປັນປະຕູຮ່ວມມື, ເຊື່ອມຕໍ່ການທ່ອງທ່ຽວກັບພາກພື້ນ ແລະ ສາກົນ, ພັດທະນາການທ່ອງທ່ຽວ “ທ່ອງທ່ຽວ 4 ລະດູ”./.

ຕອບກັບ

ຂ່າວ/ບົດ​ອື່ນ