100% ຜູ້​ໄດ້​ຮັບ​ການ​ສັກ​ວັນ​ຊິນ​ກັນ​ໂຄວິດ - 19 ພາຍ​ໃນ​ປະ​ເທດ ລ້ວນ​ແຕ່​ມີພູມ​ຕ້ານ​ທານ​ພະ​ຍາດ

(VOVWORLD) -ດ້ວຍໝາກຜົນນີ້, ຄາດວ່າວັນທີ 27 ເມສາ ກຸ່ມຄົ້ນຄ້ວາ ຈະລາຍການຕໍ່ ສະພາຈັນຍາບັນຊີວິສາດການແພດ ຂອງ ກະຊວງສາທາລະນະສຸກ, ພ້ອມທັງສະເໜີວິທີການຜັນຂະຫຍາຍການຄົ້ນຄ້ວາໄລຍະທີ 3 (ຕາມບົດລາຍງານຈະເລີ່ມທົດລອງການສັກວັກຊິນໄລຍະທີ 3 ແຕ່ວັນທີ 5 ພຶດສະພາ).
100% ຜູ້​ໄດ້​ຮັບ​ການ​ສັກ​ວັນ​ຊິນ​ກັນ​ໂຄວິດ - 19 ພາຍ​ໃນ​ປະ​ເທດ ລ້ວນ​ແຕ່​ມີພູມ​ຕ້ານ​ທານ​ພະ​ຍາດ - ảnh 1ສັກວັກຊິນ Nano Covax ໄລຍະທີ 2 (ພາບ: hanoimoi.com.vn)

ຕາມໝາກຜົນການທົດລອງສັກວັກຊິນ Nano Covax ໄລຍະທີ 2 ເຊິ່ງກຸ່ມຄົ້ນຄ້ວາຫາກໍ່ໄດ້ສັງລວມ, ກະກຽມລາຍງານຕໍ່ກະຊວງສາທາລະນະສຸກ, ໃນຢາວັກຊິນ 3 ລະດັບ ທີ່ໄດ້ນຳເຂົ້າ ນຳໃຊ້ ໂດສ 25 ມີລີກຼາມ ມີປະສິດທິຜົນສູງທີ່ສຸດໃນການປ້ອງກັນ, 100% ຜູ້ໄດ້ຮັບການສັກວັກຊິນລ້ວນແຕ່ມີພູມຕ້ານທານພະຍາດ

        ດ້ວຍໝາກຜົນນີ້, ຄາດວ່າວັນທີ 27 ເມສາ ກຸ່ມຄົ້ນຄ້ວາ ຈະລາຍການຕໍ່ ສະພາຈັນຍາບັນຊີວິສາດການແພດ ຂອງ ກະຊວງສາທາລະນະສຸກ, ພ້ອມທັງສະເໜີວິທີການຜັນຂະຫຍາຍການຄົ້ນຄ້ວາໄລຍະທີ 3 (ຕາມບົດລາຍງານຈະເລີ່ມທົດລອງການສັກວັກຊິນໄລຍະທີ 3 ແຕ່ວັນທີ 5 ພຶດສະພາ).

        ໂດຍກ່ຽວຂ້ອງເຖິງ ສະພາບການໂລກລະບາດໂຄວິດ - 19, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ  6 ໂມງ ຫາເວລາ 18 ໂມງຂອງວັນທີຂອງວັນທີ 26, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 6 ຄົນ, ຊຶ່ງລ້ວນແຕ່ໄດ້ຮັບການແຍກຕົວພາຍຫຼັງເຂົ້າເມືອງຢ່າງທັນທີ. ນີ້ແມ່ນບັນດາພົນລະເມືອງ ຫວຽດນາມ ທີ່ກັບມາປະເທດຈາກຕ່າງປະເທດ. ປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບປິ່ນປົວຫາຍດີເປັນປົກກະຕິ 2.516 ຄົນ ໃນຈຳນວນຜູ້ຕິດເຊື້ອ 2.852 ຄົນ. ໃນນັ້ນມີ 35 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ