ທະຫານ ເຈື່ອງເຊີນ ເປັນເຈົ້າການ, ປະດິດຄິດສ້າງ, ຫຼັກແຫຼມ, ກ້າຫານ, ສ້າງບັນດາສິ່ງມະຫັດສະຈັນວິລະຊົນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄວາມປິຕິຊົມຊື່ນ ຕໍ່ການພັດທະນາຂອງກອງພົນ 12 - ບໍລິສັດໃຫຍ່ກໍ່ສ້າງ ເຈື່ອງເຊີນ, ນັບທັງຂອບຂະໜາດ ແລະ ໝາກຜົນປະຕິບັດໜ້າທີ່ການເມືອງ.
ທະຫານ ເຈື່ອງເຊີນ ເປັນເຈົ້າການ, ປະດິດຄິດສ້າງ, ຫຼັກແຫຼມ, ກ້າຫານ, ສ້າງບັນດາສິ່ງມະຫັດສະຈັນວິລະຊົນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການຢ້ຽມຢາມ
(ພາບ: VGP)

        ຕອນບ່າຍວັນທີ 10 ພຶດສະພາ, ຢູ່ ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະ ດ້ຽນບຽນຝູ (1954 – 2024), 65 ປີແຫ່ງວັນເປີດເສັ້ນທາງ ໂຮ່ຈີມິນ - ວັນມູນເຊື້ອທະຫານ ເຈື່ອງເຊີນ (1959 – 2024), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມກອງພົນ 12, ບໍລິສັດໃຫຍ່ກໍ່ສ້າງ ເຈື່ອງເຊີນ ແລະ ສະມາຄົມມູນເຊື້ອ ເຈື່ອງເຊີນ - ເສັ້ນທາງ ໂຮ່ຈີມິນ ຫວຽດນາມ.

        ກ່າວຄຳເຫັນທີ່ການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄວາມປິຕິຊົມຊື່ນ ຕໍ່ການພັດທະນາຂອງກອງພົນ 12 - ບໍລິສັດໃຫຍ່ກໍ່ສ້າງ ເຈື່ອງເຊີນ, ນັບທັງຂອບຂະໜາດ ແລະ ໝາກຜົນປະຕິບັດໜ້າທີ່ການເມືອງ. ທ່ານຕີລາຄາວ່າ, ກອງພົນ 12 ໄດ້ເສີມຂະຫຍາຍມູນເຊື້ອວິລະຊົນຂອງທະຫານ ເຈື່ອງເຊີນ, ທັງປະຕິບັດໜ້າທີ່ດ້ານການທະຫານ - ປ້ອງກັນຊາດ, ໜ້າທີ່ສາກົນ, ທັງເຂົ້າຮ່ວມການພັດທະນາເສດຖະກິດ, ຢູ່ 21 ແຂວງ, ນະຄອນໃນທົ່ວປະເທດ ແລະ  5 ແຂວງຂອງ ລາວ. ທ່ານຢືນຢັນວ່າ, ບັນດາໝາກຜົນທີ່ກອງພົນ 12 ບັນລຸໄດ້ໃນຊຸມປີຜ່ານມາ, ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ